ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບໂຄງການຕິດຕັັ້ງ-ນຳໃຊ້ລະບົບບັນທຶກຂໍ້ມູນຮູບພາບທາງການແພດ ລະຫວ່າງໂຮງໝໍ 108 ຫວຽດນາມ ແລະໂຮງໝໍ 103 ກອງທັບ
ເວລາອອກຂ່າວ: 2021-09-27 16:04:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 203 | ຄວາມນິຍົມ:



ວັນທີ 23 ກັນຍາ 2021, ທີ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີມອບ-ຮັບ ໂຄງການຕິດ ຕັັ້ງ ແລະ ນຳໃຊ້ ການແພດທາງໄກ (Telemedicine) ແລະ ລະບົບບັນທຶກຂໍ້ມູນຮູບພາບທາງການແພດ(DICOM)ໄລຍະ 03 ຂອງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ມອບໃຫ້ໂຮງໝໍສູນກາງ103 ກອງທັບປະຊາຊົນລາວ ຂຶ້ນຢ່າງເປັນທາງການ, ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີ ໂດຍສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມເສນາຮັກກົມໃຫຍ່ພະລາທິການກອງທັບ,ຜູ້ຕາງໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດ ນາມ, ຄະນະອໍານວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ຫງວຽນກວາງຮວັນ ຫົວໜ້າພະແນກເຕັກໂນໂລຊີ, ກົມເສນາພະລາ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ຕາງໜ້າກົມ ສະເໜີຈຸດປະສົງ ຂອງໂຄງການ ຕິດຕັ້ງລະບົບເຄື່ອງປະຊຸມທາງໄກ (Telemedicine), ຕິດຕັ້ງລະບົບເຄື່ອງບົ່ງມະຕິອາການຄົນເຈັບໃນຫ້ອງປາດ ແລະ ຫ້ອງບົົ່ງມະຕິສຸກເສີນ (DICOM) ຫຼື ລະບົບເຄື່ອງບົົ່ງມະຕິຮູບພາບ (PACS) ລວມມູນຄ່າປະມານ 15 ຕື້ດົງ (ສະກຸນເງິນຫວຽດນາມ). ໂຄງການດັ່ງກ່າວເລີ່ມເຊັນສັນຍາແຕ່ປີ 2019 ຈົນມາຮອດ ປີ 2021 ຈຶ່ງສໍາເລັດ ແລະ ສາມາດນໍາໃຊ້ໄດ້. ການປະຕິບັດໂຄງການໄດ້ແກ່ຍາວເວລາຫລາຍພໍສົມຄວນ ສາເຫດຍ້ອນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19, ພ້ອມດຽວກັນນັ້ນຍັງໄດ້ຈັດເຝິກອົບຮົມແນະນໍາວິທີການນໍາໃຊ້ໃຫ້ບັນດາທ່ານໝໍ ແລະ ພະນັກງານວິຊາການຂອງໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ແລະ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ, ຈາກນັ້ນ ກໍໄດ້ມອບ-ຮັບ ແລະ ເຊັນບົດບັນທຶກຮ່ວມກັນຢ່າງເປັນທາງການ ເຊິ່ງກ່າວມອບໂດຍ ສະຫາຍ ຫົວໜ້າພະແນກເຕັກໂນໂລຊີ, ກົມເສນາພະລາ, ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ໃນນາມຕາງໜ້າກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບໂດຍ ສະຫາຍ ພັນເອກ ດຣ ສຸລິພັນ ເພັດຈັນທະລາ ຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ. ໂອກາດນີ້ ສະຫາຍປະທານພິທີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຮູ້ບຸນຄຸນຢ່າງສູງຕໍ່ຄວາມພະຍາຍາມຕັ້ງໃຈໃນການຊ່ວຍເຫຼືອລ້າຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມເຂົ້າໃນວຽກງານການແພດໃຫ້ກອງທັບປະຊາຊົນລາວ ກໍຄື ກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ລະຫວ່າງ ກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ເວົ້າລວມ-ເວົ້າສະເພາະ ກໍຄື ສອງໂຮງໝໍສູນກາງກອງທັບ ຫວຽດນາມ-ລາວ ແລະ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວຽກງານການແພດ ຂອງສອງໂຮງໝໍສູນກາງກອງທັບ ລາວ-ຫວຽດນາມ ຫັນເຂົ້າສູ່ເຕັກໂນໂລຊີທີ່ກ້າວໜ້າທັນສະໄໝ ແລະ ວ່ອງໄວໃນການເກັບກຳຂໍ້ມູນດ້ານວຽກງານວິຊາສະເພາະຂອງການແພດໃຫ້ມີຄວາມຊັດເຈນ, ຖືກຕ້ອງ ແລະ ມີປະສິດທິຜົນສູງ ທັນກັບສະພາບການໃນປັດຈຸບັນ ແລະ ຕໍ່ໜ້າ ໂຄງການດັ່ງກ່າວແມ່ນສາມາດເຊື່ອມໂຍງກັນຜ່ານລະບົບ Telemedicine ຂອງສອງໂຮງໝໍສູນກາງກອງທັບ ລາວ-ຫວຽດນາມ ນັບວ່າເປັນລະບົບໜື່ງທີ່ບໍ່ເຄີຍມີມາກ່ອນ ແລະ ຫວັງຢ່າງຍີ່ງວ່າຈະໄດ້ຮັບການຊ່ວຍເຫຼືອໃນຄັ້ງຕໍ່ໄປ. ຂ່າວໂດຍ: ອະນຸສັກ ພົມໄຊຍະສອນ. ພາບໂດຍ: ເລີດວິໄລ ວົງຈຳປາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ