ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດຖະບານ ມອບລົດ50 ຄັນ ນຳໃຊ້ເຂົ້າໃນວຽກງານ ນຳສົ່ງຄົນເຈັບໃຫ້ທົ່ວເຖີງແລະວ່ອງໄວທີ່ສຸດ
ເວລາອອກຂ່າວ: 2021-09-28 10:35:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 235 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2021 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີມອບ-ຮັບ ລົດນຳສົ່ງຄົນເຈັບ (Ambulance) ຈາກລັດຖະບານ ໃຫ້ກະຊວງສາທາລະນະສຸກ ມອບໃຫ້ບັນດາໂຮງໝໍສູນກາງ, ໂຮງໝໍແຂວງ ແລະ ໂຮງໝໍຊຸມຊົນ ໃນຂອບເຂດທົ່ວປະເທດ ຈຳນວນ 50 ຄັນ, ລວມມູນຄ່າທັງໝົດ 2.700.000 ໂດລາສະຫະລັດ ໂດຍແມ່ນທືນກູ້ຢືມ ຈາກທະນາຄານພັດທະ ນາອາຊີ, ຕາງໜ້າມອບໂດຍ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ຮັບໂດຍ ຜູ້ຕາງໜ້າຈາກພະແນກສາທາລະນະສຸກ ຂອງບັນດາແຂວງ, ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ ເປັນສັກຂີພິຍານ. ທ່ານ ສະໜອງ ທອງຊະນະ ລາຍງານໃຫ້ຮູ້ວ່າ: ພິທີມອບ-ຮັບ ລົດຈຳນວນດັ່ງກ່າວ, ໄດ້ແບ່ງອອກເປັນ 2 ຄັ້ງ, ເຊິ່ງມອບໃນຄັ້ງນີ້ ມີພຽງ 11 ແຂວງ, ເນື່ອງຈາກສະພາບການລະບາດຂອງພະ ຍາດໂຄວິດ-19 ແລະ ເພື່ອເປັນການປະຕິບັດຕາມມາດຕະການຂອງຄະນະສະເພາະກິດ ຈຶ່ງບໍ່ອາດຈັດພິທີມອບຮັບເວລາດຽວໄດ້, ສ່ວນແຂວງທີ່ຍັງບໍ່ທັນໄດ້ຮັບ ແມ່ນຈະມອບ-ຮັບ ໃນວັນທີ 28-29 ກັນຍາ 2021 ທີ່ຈະມາເຖິງນີ້. ທ່ານ ສະໜອງ ທອງຊະນະ ຍັງໄດ້ສະແດງຄວາມຫວັງວ່າ: ລົດຈຳນວນດັ່ງກ່າວນີ້, ຈະໃຊ້ເຂົ້າໃນການບໍລິການສາທາລະນະສຸກ ບໍ່ວ່າຈະເປັນການຮັບໃຊ້ວຽກງານໂຄວິດ-19 ກໍຄື ການບໍລິການຮັບສົ່ງຄົນເຈັບທົ່ວໄປໃຫ້ມີປະສິດທິພາບ ເພື່ອແກ້ໄຂບັນຫາການນຳສົ່ງ ເພື່ອຮັບປະກັນການເຂົ້າເຖິງການບໍລິການຂອງປະຊາຊົນບັນດາເຜົ່າ, ແມ່ຍິງ ແລະ ເດັກນ້ອຍ ເພື່ອເຮັດໃຫ້ບັນລຸແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX, ບັນລຸ 11 ຕົວຊີ້ບອກ ແລະ ເຮັດໃຫ້ ສປປ ລາວ ໄດ້ພົ້ນຈາກຄວາມທຸກຍາກ.    ທ່ານໃຫ້ຮູ້ຕື່ມວ່າ: ການເຂົ້າເຖິງການບໍລິການສາທາລະນະສຸກຂອງປະຊາຊົນຢູ່ເຂດຫ່າງໄກສອກຫລີກ, ການນໍາສົ່ງຄົນເຈັບ ບໍ່ວ່າຈະເປັນການນໍາສົ່ງແມ່ຍິງຖືພາທີ່ມີບັນ ຫາ, ແມ່ຍິງເກີດລູກຕົກເລືອດ, ເດັກເຈັບ, ອຸປະຕິເຫດທ້ອງຖະໜົນ ແລະ ອື່ນໆ ທີ່ຈະນຳສົ່ງຈາກໂຮງໝໍໜຶ່ງໄປຫາໂຮງໝໍອື່ນທີ່ມີການບໍລິການທີ່ສູງກວ່າ ຍັງເປັນບັນຫາຫລາຍສົມຄວນ ຍ້ອນບໍ່ມີພາຫະນະນຳສົ່ງທີ່ເໝາະສົມ, ອັນທີ່ມີກໍ່ເກົ່າ ເຮັດໃຫ້ມີການເສຍຊີວິດໃນໂຮງໝໍ ແລະ ໃນລະຫວ່າງການນຳສົ່ງມີຕົວເລກສູງ. ດັ່ງນັ້ນ, ພັກ ແລະ ລັດຖະບານ ເຫັນໄດ້ເຖິງຄວາມຈຳເປັນ ແລະ ຕ້ອງແກ້ໄຂຢ່າງຮີບດ່ວນ ຈຶ່ງໄດ້ຕົກລົງແກ້ໄຂການເຂົ້າເຖິງການບໍລິການຂອງປະຊາຊົນ ແລະ ຫລຸດຜ່ອນອັດຕາການເສຍຊີວິດຂອງແມ່ຍິງຖືພາ ແລະ ເດັກນ້ອຍ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກ ຈຶ່ງໄດ້ຕັດສິນໃຈກູ້ຢືມຈາກທະນາຄານພັດທະນາອາຊີ ເພື່ອຈັດຊື້ ລົດ Ambulances ຈຳນວນ 50 ຄັນ ເພື່ອສະໜອງໃຫ້ບັນດາໂຮງໝໍຊຸມຊົນໃນທົ່ວປະເທດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ