ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວປກ ເປີດກອງປະຊຸມຄົ້ນຄວ້າບາງເນື້ອໃນໃໝ່ເຂົ້າໃນໂຄງການຫຼັກສູດການຮຽນ-ການສອນ
ເວລາອອກຂ່າວ: 2021-09-28 11:32:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ໃນວັນທີ 23 ກັນຍາ 2021 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ເປີດກອງປະຊຸມຄົ້ນຄວ້າ ບາງເນື້ອໃນໃໝ່ເຂົ້າໃນໂຄງການຫຼັກສູດການຮຽນ-ການສອນ ໂດຍການ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ແກ້ວສຸວັນ ອິນທະວົງສາ  ຫົວໜ້າການທະຫານ ວປກ ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຄະນະວິຊາຄູ, ຫ້ອງໂຄງການຫຼັກສູດ, ຫ້ອງການກວດກາອົບຮົມ ແລະ ຄຸນນະພາບນັກສຶກສາ, ພ້ອມດ້ວຍພະນັກງາວິຊາການເຂົ້າຮ່ວມ. ໂດຍອີງຕາມ ແຜນການຂອງຫ້ອງການຄຸ້ມຄອງໂຄງການຫຼັກສູດ, ວ່າດ້ວຍການປຶກສາຫາລື ແລະ ແລກປ່ຽນບົດຮຽນກັບບັນດາຄະນະວິຊາຄູ ເພື່ອປັບປຸງໂຄງການຫຼັກສູດ, ສະບັບເລກທີ 18/ຫຄສ, ລົງວັນທີ 04 ກຸມພາ 2021. ອີງຕາມ ທິດຊີ້ນຳຂອງຫົວໜ້າ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ກອງປະຊຸມໃນຄັ້ງນີ້ຈຸດປະສົງ ເພື່ອເປັນການປຶກສາຫາລື, ແລກປ່ຽນບົດຮຽນ ກັບບັນດາ ຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເພື່ອຊອກໃຫ້ເຫັນບັນດາເນື້ອໃນໃໝ່ ທີ່ຕ້ອງເອົາເຂົ້າໃນໂຄງການຫຼັກສູດ. ເພື່ອຄວາມເປັນເອກະພາບ ບັນດາຫົວບົດຂຶ້ນຫ້ອງ, ເວລາ, ເປົ້າໝາຍກໍ່ສ້າງ ລະຫວ່າງຄະນະວິຊາຄູ ກັບຫ້ອງການເໜືອມະຫາ ແລະ ພະແນກແຜນການ ກົມອົບຮົມ ຂອງກົມອົບຮົມ-ກໍ່ສ້າງ. ແຕ່ລະເປົ້າໝາຍຈະຕ້ອງໄດ້ເຊື່ອມຊຶມ, ກຳແໜ້ນເນື້ອໃນ ແຜນການນີ້ ໃຫ້ລະອຽດຄົບຖ້ວນ ແລະ ຈັດຕັ້ງເຜີຍແຜ່ໃຫ້ທົ່ວເຖິງ. ຕ້ອງຍົກໃຫ້ເຫັນບັນດາເນື້ອໃນ ທີ່ມີຄວາມຈຳເປັນໃນການນຳໃຊ້ ແລະ ເນື້ອໃນທີ່ບໍ່ຈຳເປັນທີ່ຈະນຳເຂົ້າມາໃຊ້, ເພື່ອເຮັດໃຫ້ ໂຄງການຫຼັກສູດ ການຮຽນ-ການສອນສົມບູນແບບ, ມີຄຸນນະພາບສູງກວ່າເກົ່າ ແລະ ແທດເໝາະ ກັບເປົ້າໝາຍກໍ່ສ້າງຢ່າງແທ້ຈິງ. ໂດຍໄດ້ຄາດກະບາງເນື້ອໃນດັ່ງນີ້: ໂຄງການຫຼັກສູດປະລິນຍາໂທ ການທະຫານ-ການເມືອງ ມີ: ວິຊາຍຸດທະສາດການທະຫານ ເພີ່ມເຂົ້າຕື່ມ 02 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 08 ຊົ່ວໂມງ, ວິຊາບັນຊາເສນາ ເພີ່ມເຂົ້າ 03 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 12 ຊົ່ວໂມງ, ວິຊາວຽກງານຊາຍແດນ ເພີ່ມເຂົ້າ 04 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 16 ຊົ່ວໂມງ. ໂຄງການຫຼັກສູດຍຸດທະບັ້ນຮົບ-ຍຸດທະສາດ ມີ: ວິຊາຍຸດທະສາດການທະຫານ ເພີ່ມເຂົ້າ 06 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 26 ຊົ່ວໂມງ, ໂຄງການຫຼັກສູດປະລິນຍາຕີການທະຫານ-ການເມືອງ, ກອງພັນໃຫຍ່ການທະຫານ-ການເມືອງ ມີ: ວິຊາເຫຼົ່າຮົບຕີພິເສດ ເພີ່ມເຂົ້າ 03 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 12 ຊົ່ວໂມງ, ວິຊາວິທະຍສາດສິ່ງແວດລ້ອມ ເພີ່ມເຂົ້າ: 03 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 14 ຊົ່ວໂມງ, ໂຄງການຫຼັກສູດປະລີນຍາຕີການທະຫານ-ການເມືອງ, ກອງພັນນ້ອຍການທະຫານ-ການເມືອງ ມີ: ວິຊາວິທະຍສາດສິ່ງແວດລ້ອມ ເພີ່ມເຂົ້າ 03 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 14 ຊົ່ວໂມງ, ໂຄງການຫຼັກສູດຊັ້ນສູງພາສາຈີນ, ພາສາອັງກິດ, ພາສາຫວຽດນາມ ແລະ ພາສາຣັດເຊຍ ມີ: ວິຊາວິທະຍສາດສິ່ງແວດລ້ອມ ເພີ່ມເຂົ້າ 09 ບົດຈຳນວນ 1 ໜ່ວຍກິດ ເທົ່າກັບ 22 ຊົ່ວໂມງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ