ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ມອບເຄື່ອງ ໃຫ້ພະນັກງານທີ່ເຮັດໜ້າທີ່ປະຈຳການຢູ່ດ່ານກວດກາ.
ເວລາອອກຂ່າວ: 2021-09-28 11:42:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2021 ນີ້ອົງການຈັດຕັ້ງມະຫາຊົນ ກອງພົນທີ 5 ໄດ້ລົງຊຸກຍູ້ ມອບເຄື່ອງອຸປະໂພກ-ບໍລິໂພກໃຫ້ພະນັກງານ ແພດໝໍ ທີ່ປະຈຳການເຮັດໜ້າທີ່ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ19ຢູ່ແຂວງຈຳປາສັກ ເຊິ່ງ ນຳໂດຍ ສະຫາຍ ພັນໂທ ເພັດລວງຄຳ ວິໄລທອນ  ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ມີພະແນກຊາວໜຸ່ມ, ພະແນກສະຫະພັນຍິງ ກອງພົນທີ5 ແລະ ອົງການຈັດຕັ້ງມະຫາຊົນກອງພັນໃຫ່ຍ502 ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.  ໃນການມອບເຄື່ອງຄັ້ງນີ້ກໍເພື່ອເປັນການ ກະຊຸກຕຸກຊຸກຍູ້ ພະນັກງານ - ນັກຮົບ ແພດໝໍ ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທີ່ປະຕິບັດໜ້າທີ່ຢູ່ຕາມຈຸດກວດກາສອງດ່ານເຊັ່ນ: ຈຸດດ່ານກວດກາບ້ານຫວ້ຍເສັດຫຼັກ10 ເມືອງບາຈຽງຈະເລີນສຸກ , ດ່ານກວດກາບ້ານກົງຕູນເມືອງປາກຊ່ອງແຂວງຈຳປາສັກ.  ເຄື່ອງທີ່ນຳໄປມອບໃຫ້ໃນຄັ້ງນີ້ລວມມີໝີ່ສຳເລັດຈຳນວນ 20 ແກັດ , ນໍ້າດື່ມ 30 ແຟັກ , ເຂົ້າໜົມ 15 ກັບ, ກາເຟດາວ 58 ຖົງ ,ຜ້າອັດປາກ 2 ກັບລວມມູນຄ່າ 3 .180.000 ກີບ ມອບໂດຍ ສະຫາຍ ພັນໂທ ເພັດລວງຄຳ ວິໄລທອນ ຮອງຫົວໜ້າຫ້ອງການເມືອງ  ໂອກາດດັ່ງກ່າວ, ສະຫາຍກໍໄດ້ໂອລົມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍພະນັກງານ- ນັກຮົບ , ອຳນາດການປົກຄອງທ້ອງຖີ່ນ , ກຳລັງປ້ອງກັນຄວາມສະຫງົບ ທີ່ໄດ້ສຸມສະຕິປັນຍາເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ທີ່ກຳລັງແຜ່ລະບາດໃນປັດຈຸບັນ. ຈາກນັ້ນສະຫາຍກໍຍັງໄດ້ອວຍພອນແດ່ບັນດາສະຫາຍ ພະນັກງານ - ນັກຮົບ ນາຍ ແລະ ພົນຕຳຫຼວດ , ແພດໝໍ , ອຳນາດການປົກຄອງທ້ອງຖິ່ນບ້ານ  ຈົ່ງມີສຸຂະພາບແຂງແຮງ ມີຜົນສຳເລັດໃນໜ້າທີ່ວຽກງານ ພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດຕັ້ງຂັ້ນເທີງມອບໜາຍໃຫ້  ພ້ອມກັນເປັນເຈົ້າການ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງເຊື້ອພະຍາດໂຄວີດ-19 ໃຫ້ຫຼຸດໜ້ອຍຖ້ອຍລົງ ທັງນີ້ກໍ່ເພື່ອສ້າງໃຫ້ຂອບເຂດແຂວງຈຳປາສັກປອດໄຟ ຫ່າງໄກ ຈາກພະຍາດດັ່ງກ່າວ  ເພື່ອພ້ອມກັບຄືນສູ່ສະພາບປົກກະຕິໂດຍໄວ.  ຂ່າວ:ແສງອາທິດ  ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ