ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ທັງໝົດ 500 ກໍລະນີ
ເວລາອອກຂ່າວ: 2021-09-28 12:09:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 274 | ຄວາມນິຍົມ:



ອີງຕາມການຖະແຫລງ ຂອງທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ກ່ຽວກັບ ສະພາບການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 28 ກັນຍາ 2021ວ່າ: ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 27 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 5.911 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 500 ຄົນ ຊຶ່ງແຍກເປັນ ຄົນນໍາເຂົ້າ ມີ 29 ຄົນ ຈາກ ແຂວງ ສະຫວັນນະເຂດ 20 ຄົນ, ນະຄອນຫຼວງວຽງຈັນ 6 ຄົນ ແລະ ຈໍາປາສັກ 3 ຄົນ.     ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 471 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້: ນະຄອນຫຼວງ 363 ຄົນ, ລາຍລະອຽດມີດັ່ງນີ້: ພະນັກງານໂຮງງານ Trio 115 ຄົນ,ພະນັກງານໂຮງງານ Alpilao 1 ຄົນ,ໂຮງງານກຽນວິໄລ 3 ຄົນ,ບໍລິສັດຊີມັງ 1 ຄົນ (ເອື້ອຍຕິດເຊື້ອເຮັດວຽກຢູ່ໂຮງງງານ Trio ),ພະນັກງານໂຮງໝໍມິດຕະພາບ 1 ຄົນ (ພະຍາບານພະແນກສຸກເສີນ) ວິທະຍາຄານການແພດກອງທັບ 1 ຄົນ,ຕະຫຼາດທົ່ງຂັນຄຳ 35 ຄົນ,ຕະຫຼາດອົດຊີ 2 ຄົນ,ຕະຫຼາດທ່າງອນ 3 ຄົນ ສ່ວນ ທີ່ເຫຼືອທີມງານກຳລັງສອບຖາມເອົາຂໍ້ມູນຕື່ມອີກ ລາຍລະອຽດຈະແຈ້ງຜ່ານທາງສື່ອອນລາຍພາຍຫຼັງ,ຫຼວງພະບາງ 29 ຄົນ,ເມືອງງອຍ ມີ 27 ຄົນ , ບ້ານໜອງຂຽວ ມີ 21 ຄົນ (ອາຊີບ:ພະນັກງານແພດ 02 ຄົນ, ຊາວສວນ 12 ຄົນ, ພະນັກງານຕໍາຫລວດ 02 ຄົນ, ນັກຮຽນ 02 ຄົນ, ພະນັກງານບໍານານ 02 ຄົນ ແລະ ພະນັກງານເຮັດວຽກຢູ່ຫ້ອງການພາຍໃນ 01 ຄົນ), ບ້ານຫ້ວຍບໍ່ ມີ 03 ຄົນ (ທັງໜົດອາຊີບເປັນຊາວໄຮ່ນາ), ບ້ານປາກບາກ ມີ 02 ຄົນ (ອາຊີບ: ພະນັກງານຄູ ແລະ ເດັກ),ບ້ານສົບຮຸນ ມີ 01 ຄົນ (ອາຊີບ: ກໍາມະກອນ), ເມືອງນໍ້າບາກ (ບ້ານຂັນເທີງ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ,ເມືອງວຽງຄໍາ (ບ້ານໂພນຄໍາ ມີ 01 ຄົນ) ເປັນເພດຍິງ, ອາຍຸ 18 ປີ, ອາຊີບ: ກໍາມະກອນ ,ແຂວງວຽງຈັນ 12 ຄົນ: ຊຶ່ງ ກ່ຽວພັນ ກັບ ງານເຮືອນດີ ໃນ ອາທິດຜ່ານມາ: ເມືອງໂພນໂຮງ ມີ 08 ຄົນ (ບ້ານນາໂພລາດ ມີ 03 ຄົນ; ບ້ານໂພນໂຮງ ແລະ ບ້ານໂພນແກ້ວ ມີບ້ານລະ 02 ຄົນ; ບ້ານໂພນຫໍ ມີ 01 ຄົນ) , ເມືອງວັງວຽງ ມີ 04 ຄົນ (ບ້ານນາບອນ ມີ 02 ຄົນ; ບ້ານປາກເປະ ແລະ ບ້ານວຽງແກ້ວ ມີບ້ານລະ 01 ຄົນ), ບໍ່ແກ້ວ 7 ຄົນ: ເປັນ ກຳມະກອນ ຄົນມຽນມາ ທີ່ເຮັດວຽກຢູ່ ເຂດເສດຖະກິດພິເສດ,ຊຽງຂວາງ 1 ຄົນ: ,ບໍລິຄໍາໄຊ 3 ຄົນ: ບ້ານສີວິໄລ, ເມືອງປາກຊັນ ມີລາຍງານ 02 ຄົນ ທັງໜົດເປັນຄອບຄົວດຽວກັນ ແລະ ກັກໂຕຢູ່ເຮືອນ ຊຶ່ງໄດ້ ສຳຜັດ ກັບຜູ້ຕິດເຊື້ອ ທີ່ລາຍງານໃນວັນທີ 25 ກັນຍາ 2021, ບ້ານທົ່ງນ້ອຍ, ເມືອງປາກຊັນ ມີລາຍງານ 01 ຄົນ ແລະ ກັກໂຕຢູ່ເຮືອນ ໄດ້ສໍາຜັດໃກ້ຊິດກັບຄົນ ຕິດເຊື້ອ ຜ່ານມາທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021. ,ແຂວງໄຊສົມບູນ 13 ຄົນ: ມາຈາກ ບ້ານຖໍ້າດິນ ເມືອງ ລ້ອງຊານ ພົວພັນ ກັບ ເຮືອນດີ  , ບ້ານຖໍ້າດິນ, ເມືອງລ້ອງຊານ ມີ 12 ຄົນ ແລະ ສໍາຜັດໃກ້ຊິດກັບຄົນຕິດເຊື້ອຢູ່ບ້ານດຽວກັນ (ບ້ານຖໍ້າດິນ ທີ່ມາງານເຮືອນດີ) ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021,ບ້ານນໍ້າຄຸ້ຍ, ເມືອງລ້ອງຊານ ມີ 01 ຄົນ  ຊຶ່ງໄດ້ພົວພັນກັບຄົນຕິດເຊື້ອ ທີ່ມາເຮືອນດີຢູ່ບ້ານຖໍ້າດິນ  ແລະ ໄດ້ລາຍງານໃນວັນທີ 25 ກັນຍາ 2021,ແຂວງຄຳມ່ວນ 19 ຄົນດັ່ງນີ້: 18 ຄົນ ຢູ່ເມືອງທ່າແຂກ ແລະ 1 ຄົນ ຢູ່ເມືອງເຊບັ້ງໄຟ , ສາລະວັນ 1 ຄົນ: ບ້ານນາເຫຼັກ, ເມືອງສາລະວັນ ທີ່ໄດ້ພົວພັນໃກ້ຊິດກັບຄົນຕິດເຊື້ອເປັນຄົນໃນຄອບຄົວດຽວກັນ ຊຶ່ງ ໄດ້ລາຍງານໃນວັນທີ 26 ກັນຍາ 2021, ສະຫວັນນະເຂດ 07 ຄົນ: ບ້ານໂພນໄຊ, ນະຄອນໄກສອນ ມີ 05 ອົງ ແມ່ນ ນັກບວດ ຊື່ງໄດ້ພົວພັນໃກ້ຊິດກັບຄົນ ຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 27 ກັນຍາ 2021, ບ້ານໂນນສະຫວ່າງ, ເມືອງອຸທຸມພອນ ມີ 01 ຄົນ, ເຈົ້າໜ້າທີ່ ທະຫານ) ທີ່ໄດ້ພົວພັນໃກ້ຊິດກັບກັບຜູ້ຕິດເຊື້ອ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021, ບ້ານສະພານໃຕ້, ນະຄອນໄກສອນ ມີ 01 ຄົນ, ເປັນກຸ່ມສ່ຽງ ແລະ ຍັງບໍ່ຮູ້ແຫຼ່ງທີ່ມາຂອງການຕິດເຊື້ອ ,ແຂວງ ຈໍາປາສັກ 16 ຄົນ:   ປາກເຊ 13 ຄົນ: ຈົວ 2 ອົງ, ໂຮງໝໍທະຫານແຂວງ 2 ຄົນ: (ທະຫານ 1 ຄົນ, ແພດທະຫານ 1 ຄົນ), ບາຈຽງ 2 ຄົນ (ກຳມະກອນ ນິຄົມ 01 ຄົນ),ໂພນທອງ 1 ຄົນ.ປັດຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.  ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22.940 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5.088 ຄົນ.    ມາຮອດ ວັນທີ 28 ກັນຍາ ບັນດາບ້ານແດງ ໃນແຕ່ລະແຂວງຂອບເຂດທົ່ວປະເທດມີ: 262 ບ້ານ, 40 ເມືອງ ແລະ 11 ແຂວງ:ນະຄອນຫຼວງວຽງຈັນ ມີ 107 ບ້ານ ໃນ 8 ເມືອງ ,ຄໍາມ່ວນ ມີ 55​ ບ້ານ ໃນ 6 ເມືອງ ຈໍາປາສັກ ມີ 42 ບ້ານ ໃນ 6 ເມືອງ,ສະຫວັນນະເຂດ ມີ 20 ບ້ານ ໃນ 5 ເມືອງ,ແຂວງວຽງຈັນ 14 ບ້ານ ໃນ 4 ເມືອງ,ຫຼວງພະບາງ 10 ບ້ານ ໃນ 4 ເມືອງ,ສາລະວັນ 6 ບ້ານ ໃນ 2 ເມືອງ,ບໍ່ແກ້ວ 3 ບ້ານໃນ 1 ເມືອງ ບໍລິຄໍາໄຊ 2 ບ້ານ ໃນ 1 ເມືອງ,ໄຊສົມບູນ 2 ບ້ານ ໃນ 2 ເມືອງ ແລະ ແຂວງຊຽງຂວາງ 1 ບ້ານ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ