ທ່ານເຈົ້າແຂວງ ໄຊຍະບູລີ ລົງຊີ້ນໍາວຽກງານ ຢູ່ເມືອງ ໄຊສະຖານ
ເວລາອອກຂ່າວ: 2021-09-28 13:33:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 263 | ຄວາມນິຍົມ:
ໃນວັນທີ 27 ກັນຍາ 2021 ນີ້ ,ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຊີ້ນໍາວຽກງານຮອບດ້ານຢູ່ເມືອງ ໄຊສະຖານ, ໂດຍໃຫ້ການຕ້ອນຮັບຂອງທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ລາຍງານວຽກງານທີ່ພົ່ນເດັ່ນໃນໄລຍະ 9 ເດືອນຜ່ານມາ, ໂດຍລວມແລ້ວ ເມືອງ ໄຊສະຖານ ແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ໄລຍະຜ່ານມາການນໍາທຸກພາກສ່ວນຂອງເມືອງແມ່ນໄດ້ເອົາໃຈໃສ່ນໍາພາພັດທະນາເສດຖະກິດຂອງເມືອງ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ເສດຖະກິດຂະຫຍາຍຕົວໃນລະດັບ 6,8 % , ລວມຍອດລາຍຮັບ 101,47 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 6,22 ລ້ານກີບ ຫຼື ເທົ່າກັບ 778 ໂດລາສະຫະລັດ, ບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 1.485,8 ລ້ານກ່ວາກີບ, ປະຕິບັດລາຍຈ່າຍໄດ້ 1.155,03 ລ້ານກວ່າກີບ, ໄດ້ຊຸກຍູ້ການປູກພືດລະດູແລ້ງໃນ ປີ 2021 ມີ 43,65 ເຮັກຕາ, ຜົນຜະລິດ 193,6 ໂຕນ, ປູກພືດລະດູຝົນໄດ້ 4.876,25 ເຮັກຕາ, ຄາດຄະເນຜົນຜະລິດ 9.220,23 ໂຕນ, ພ້ອມທັງສົ່ງເສີມການລ້ຽງສັດປະເພດ ງົວ-ຄວາຍ, ແບ້, ໝູ ແລະ ສັດປີກ, ສໍາລັບວຽກງານຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແມ່ນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດບັນດາມາດຕະການເປັນຕົ້ນແມ່ນໄດ້ຕັ້ງຈຸດກວດຄົນເຂົ້າ-ອອກເມືອງ, ກໍານົດສູນກັກກັນແຮງງານທີ່ກັບຈາກປະເທດໄທ, ລົງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວໃຫ້ປະຊາຊົນໄດ້ທົ່ວເຖິງ.
ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ກໍ່ໄດ້ໂອ້ລົມ ພ້ອມທັງໄດ້ເໜັ້ນໜັກໃຫ້ການນໍາຂອງເມືອງເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນ, ກໍາໃຫ້ໄດ້ຈຸດພິເສດຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ, ສືກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານໃຫ້ໜັກແໜ້ນ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບພະນັກງານ ແລະ ປະຊາຊົນ, ສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ, ລົງປຸກລະດົມປະຊາຊົນບໍ່ໃຫ້ມີການເຊື່ອຖືແບບງົມງວາຍ, ເອົາໃຈໃສ່ຊີ້ນໍາກໍາລັງປະກອບອາວຸດໃນການລາດຕະເວນ ແລະ ຮັກສາຊາຍແດນຢ່າງເປັນປົກກະຕິ, ລົງຕິດຕາມຊຸກຍູ້ປະຊາຊົນເກັບກູ້ພືດລະດູປີໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູແລ້ງ, ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຕິດຕາມແຮງງານລາວທີ່ກັບຈາກປະເທດເພື່ອນບ້ານໃຫ້ເຂົ້າສູນກັກກັນ, ຕິດຕາມຄົນເຂົ້າ-ອອກເມືອງຢ່າງເປັນປົກກະຕິ ຮັບປະກັນບໍ່ໃຫ້ມີການຕິດເຊື້ອເກີດຂຶ້ນພາຍໃນເມືອງຢ່າງເດັດຂາດ.
ໂດຍ: ອຸ່ນເຮືອນ ໂພທິລັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ