ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທ່ານເຈົ້າແຂວງ ໄຊຍະບູລີ ລົງຊີ້ນໍາວຽກງານ ຢູ່ເມືອງ ໄຊສະຖານ
ເວລາອອກຂ່າວ: 2021-09-28 13:33:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ໃນວັນທີ 27 ກັນຍາ 2021 ນີ້ ,ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ ພ້ອມຄະນະ ໄດ້ລົງຊີ້ນໍາວຽກງານຮອບດ້ານຢູ່ເມືອງ ໄຊສະຖານ, ໂດຍໃຫ້ການຕ້ອນຮັບຂອງທ່ານ ສີສະໝອນ ນາມວົງ ວ່າການເຈົ້າເມືອງ ໄຊສະຖານ ພ້ອມດ້ວຍການນໍາຫຼັກແຫຼ່ງຂອງເມືອງ, ພ້ອມທັງໄດ້ລາຍງານວຽກງານທີ່ພົ່ນເດັ່ນໃນໄລຍະ 9 ເດືອນຜ່ານມາ, ໂດຍ​ລວມ​ແລ້ວ ​ເມືອງ​ ໄຊສະຖານ ແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ​ໂດຍ​ພື້ນຖານ, ໄລຍະຜ່ານມາການນໍາທຸກພາກສ່ວນຂອງເມືອງແມ່ນໄດ້ເອົາໃຈໃສ່ນໍາພາພັດທະນາ​ເສດຖະກິດຂອງເມືອງ ຕິດພັນກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ, ເສດຖະກິດ​ຂະຫຍາຍຕົວ​​ໃນ​ລະດັບ 6,8 % , ລວມຍອດລາຍ​ຮັບ​ 101,47 ຕື້​ກີບ, ສະ​ເລ່ຍ​ໃສ່​ຫົວ​ຄົນໜຶ່ງ​ໄດ້ 6,22 ລ້ານ​ກີບ ຫຼື ​ເທົ່າ​ກັບ 778 ໂດ​ລາ​ສະຫະລັດ, ບັນດາໂຄງການລົງທຶນຂອງລັດ ແລະ ເອກະຊົນໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ, ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 1.485,8 ລ້ານກ່ວາກີບ, ປະຕິບັດລາຍຈ່າຍໄດ້ 1.155,03 ລ້ານກວ່າກີບ, ໄດ້ຊຸກຍູ້ການປູກພືດລະດູແລ້ງໃນ ປີ 2021 ມີ 43,65 ເຮັກຕາ, ຜົນຜະລິດ 193,6 ໂຕນ, ປູກພືດລະດູຝົນໄດ້ 4.876,25 ເຮັກຕາ, ຄາດຄະເນຜົນຜະລິດ 9.220,23 ໂຕນ, ພ້ອມທັງສົ່ງເສີມການລ້ຽງສັດປະເພດ ງົວ-ຄວາຍ, ແບ້, ໝູ ແລະ ສັດປີກ, ສໍາລັບວຽກງານຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແມ່ນໄດ້ເຂັ້ມງວດໃນການຈັດຕັ້ງປະຕິບັດບັນດາມາດຕະການເປັນຕົ້ນແມ່ນໄດ້ຕັ້ງຈຸດກວດຄົນເຂົ້າ-ອອກເມືອງ, ກໍານົດສູນກັກກັນແຮງງານທີ່ກັບຈາກປະເທດໄທ, ລົງເຜີຍແຜ່ຜົນຮ້າຍຂອງພະຍາດດັ່ງກ່າວໃຫ້ປະຊາຊົນໄດ້ທົ່ວເຖິງ.     ໂອກາດດັ່ງກ່າວ, ທ່ານ ເຈົ້າແຂວງ ກໍ່ໄດ້ໂອ້ລົມ ພ້ອມທັງໄດ້ເໜັ້ນໜັກໃຫ້ການນໍາຂອງເມືອງເອົາໃຈໃສ່ຮັກສາຄວາມສາມັກຄີໃຫ້ເປັນປືກແຜ່ນ, ກໍາໃຫ້ໄດ້ຈຸດພິເສດຂອງປະຊາຊົນຢູ່ແຕ່ລະທ້ອງຖິ່ນ, ສືກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານໃຫ້ໜັກແໜ້ນ ແລະ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເປັນແບບຢ່າງນໍາໜ້າທີ່ດີໃຫ້ກັບພະນັກງານ ແລະ ປະຊາຊົນ, ສຸມໃສ່ປະຕິບັດ ແລະ ຜັນຂະຫຍາຍ 2 ວາລະແຫ່ງຊາດ, ສືບຕໍ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ພາຍໃນເມືອງ, ລົງປຸກລະດົມປະຊາຊົນບໍ່ໃຫ້ມີການເຊື່ອຖືແບບງົມງວາຍ, ເອົາໃຈໃສ່ຊີ້ນໍາກໍາລັງປະກອບອາວຸດໃນການລາດຕະເວນ ແລະ ຮັກສາຊາຍແດນຢ່າງເປັນປົກກະຕິ,  ລົງຕິດຕາມຊຸກຍູ້ປະຊາຊົນເກັບກູ້ພືດລະດູປີໃຫ້ສໍາເລັດ ແລະ ກະກຽມແກ່ການຜະລິດລະດູແລ້ງ, ສືບຕໍ່ເຝົ້າລະວັງການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍຕິດຕາມແຮງງານລາວທີ່ກັບຈາກປະເທດເພື່ອນບ້ານໃຫ້ເຂົ້າສູນກັກກັນ, ຕິດຕາມຄົນເຂົ້າ-ອອກເມືອງຢ່າງເປັນປົກກະຕິ ຮັບປະກັນບໍ່ໃຫ້ມີການຕິດເຊື້ອເກີດຂຶ້ນພາຍໃນເມືອງຢ່າງເດັດຂາດ. ໂດຍ: ອຸ່ນເຮືອນ ໂພທິລັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ