ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການເລືອກຕັ້ງລັດຖະບານຊຸດໃໝ່ຂອງເຢຍລະມັນຍັງຕ້ອງລຸ້ນຕໍ່ໄປ
ເວລາອອກຂ່າວ: 2021-09-28 14:04:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ສໍານັກຂ່າວ ຣອຍເຕີ ລາຍງານໃນວັນທີ 27 ກັນຍາ 2021 ນີ້ວ່າ: ບັນດາໝາກຜົນການປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ຂອງເຢຍລະມັນ ໄດ້ດໍາເນີນການນັບຄະແນນ ແລະອັບເດດຮອດກາງ ຄືນວັນທີ 26 ກັນຍາ ຜ່ານມາ, ຜົນປະກົດວ່າ: ບັດສະຫນັບສະຫນູນພັກປະຊາທິປະໄຕສັງຄົມ (SPD) ລື່ນກາຍ ສໍາພັນທະມິດພັກປະຊາທິປະໄຕ/ສັງຄົມຄຣິດສະຕຽນ (CDU/CSU) ພຽງເລັກໜ້ອຍເຊິ່ງເປັນລະດັບທີ່ໃກ້ຄຽງກັນທີ່ສຸດເປັນປະຫວັດສາດໃນຮອບ70 ປີຂອງແນວຮ່ວມສອງພັກນີ້. ໃນບັນດາໝາກຜົນການປ່ອນບັດເລືອກຕັ້ງໃນວັນທີ 26 ກັນຍາ, ໄດ້ສະແດງໃຫ້ເຫັນວ່າ: ບັດສະຫນັບສະ ຫນູນພັກ SPD ດ້ວຍຈຳນວນບັດແມ່ນ 25,8% ພັກຄຣິດສະຕຽນ (CDU/CSU) ໄດ້ 24,5%. ທັງສອງພັກນີ້ ລ້ວນແຕ່ຖະແຫຼງຈະສ້າງຕັ້ງລັດຖະບານໃຫມ່ຢູ່ ເຢຍລະມັນ. ຂະນະດຽວກັນ ພັກກຣີນ ທີ່ໄດ້ຮັບຄວາມນິຍົມໃນສັງຄົມຮຸ່ນໃໝ່ໂດຍມີແນວຄິດກ່ຽວກັບການປົກປ້ອງສິ່ງແວດລ້ອມ ໂດຍໄດ້ຮັບສຽງໄປເຖິງ 14,8% ຂອງຜູ້ມາໃຊ້ສິດຫຼືເພີ່ມຂື້ນ 5,8% ເຊິ່ງເປັນອັນຕາທີ່ສູງສຸດໃນການເລືອກຕັ້ງຄັ້ງນີ້ ແລະ ຕາມມາດ້ວຍພັກປະຊາທິປະໄຕເສຣີ ທີ່ໄດ້ຄະແນນ 11,5% ຂອງຜູມາໃຊ້ສິດເລືອກຕັ້ງ ເຊິ່ງສອງພັກນີ້ ຈະມີບົດບາດສໍາຄັນໃນການຈັດຕັ້ງລັດຖະບານຊຸດໃໝ່ຂອງເຢຍລະມັນ. ສໍາລັບໝາກຜົນເລືອກຕັ້ງຄັ້ງນີ້ ຄະແນນສຽງຜູ້ເຫັນດີ ລະຫວ່າງ ພັກ SPD ແລະ ພັກ CDU/CSU ແມ່ນຊະນະກັນບໍ່ຂາດ, ສະນັ້ນ ພັກໃດຈະໄດ້ຈັດຕັ້ງລັດຖະບານຊຸດໃໝ່ຂອງປະເທດນີ້ແມ່ນສາມາດອອກໄດ້ສອງດ້ານ ຄືສອງພັກທີ່ມີຄະແນນສູສີກັນ. ຈຸດສໍາຄັນແມ່ນ ພັກໃດຈະຮວບຮວມສອງພັກທີ່ເປັນຮອງເຂົ້າຮ່ວມໄດ້ໄວ ແລະ ມີຜູ້ແທນຖານສຽງຫຼາຍກວ່າ ກໍຈະໄດ້ເປັນຜູ້ຊະນະໃນເກມນີ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ