ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງງາ ແຂວງອຸດົມໄຊ ເປີດອົບຮົມສ້າງບ້ານປ້ອງກັນຊາດເຂັ້ມແຂງ
ເວລາອອກຂ່າວ: 2021-09-28 14:07:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 411 | ຄວາມນິຍົມ:



ໃນວັນທີ 24 ກັນຍາ 2021 , ກອງບັນຊາການທະຫານເມືອງງາແຂວງອຸດົມໄຊ ໄດ້ເປີດອົບຮົມ ສ້າງບ້ານປ້ອງການຊາດເຂັ້ມແຂງ ໃຫ້ບ້ານດອນແອນ, ກຸ່ມບ້ານຫ້ວຍເຊີຍ ໂດຍການເປັນປະທານຂອງ ທ່ານ ນາງ ມະນີຈັນ ວິໄລຈິດ ເຈົ້າເມືອງໆງາ, ມີຄະນະພັກ-ຄະນະກອງບັນຊາການທະຫານເມືອງ, ຄະນະຮັບຜິດຊອບ, ຄູອາຈານ, ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະກຳລັງກອງຫຼອນເຂົ້າຮ່ວມ. ສະຫາຍ ພັນຕີ ສິງຄຳ ເຮືອງອຸດົມ ຮອງຫົວໜ້າການທະຫານກອງບັນຊາການທະຫານເມືອງ ຂື້ນຜ່ານແຜນການອົບຮົມ-ຫັດແອບ ສ້າງບ້ານປ້ອມໝັ້ນສູ້ຮົບ ແລະຄອບຄົວປ້ອງການຊາດເຂັ້ມແຂງ ໃຫ້ບ້ານດອນແອນ ແລະກຸ່ມບ້ານຫ້ວຍເຊີຍ ປະຈຳປີ 2021 ໂດຍອິງຕາມມະຕິຂອງຄະນະປະຈຳພັກເມືອງ  ວ່າດ້ວຍການສ້າງບ້ານປ້ອມໝັ້ນສູ້ຮົບ ແລະສ້າງຄອບຄົວປ້ອງກັນຊາດເຂັ້ມແຂງ, ເພື່ອແນ່ໃສ່ອົບຮົມຫັດແອບໃຫ້ອົງການປົກຄອງບ້ານ, 8ຂະແໜງການບ້ານ, ກຳລັງກອງຫຼອນ-ປ້ອງກັນ ແລະພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຂົ້າໃຈຕໍ່ກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນສະພາບການໃໝ່, ທັງເປັນການປັບປຸງກຳລັງປະກອບອາວຸດຂັ້ນພື້ນຖານ ແລະພໍ່ແມ່ປະຊາຊົນໃຫ້ມີຄວາມເຂັ້ມແຂງຮອບດ້ານ, ມີຄວາມສາມາດສ້າງແຜນການປ້ອງກັນບ້ານ, ຮູ້ເຄື່ອນຍ້າຍພໍ່ແມ່ປະຊາຊົນໄປລົບຢູ່ເຂດປອດໄພໃນເວລາຈຳເປັນ, ຮູ້ວິທີນຳໃຊ້ອາວຸດພື້ນເມືອງ, ກັບດັກ , ຮູ້ກຽມພ້ອມປ້ອງກັນເມື່ອເກີດອັກຄີໄພ ແລະສາມາດປົກປັກຮັກສາທ້ອງຖິ່ນຂອງຕົນໄວ້ໃຫ້ໝັ້ນຄົງ, ເຊິ່ງການອົບຮົມ-ຫັດແອບໃນຄັ້ງນີ້ ແມ່ນຈະດຳເນີນໄປເປັນເວລາ 17 ວັນ ຈິ່ງຈະສຳເລັດ. ໂອກາດດັ່ງກ່າວ, ທ່ານ ເຈົ້າເມືອງໆງາ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງບ້ານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພໍ່ແມ່ປະຊາຊົນ, ກຳລັງກອງຫຼອນ ດ້ວຍການນຳເອົາບັນດາເອກະສານມາຈັດຕັ້ງເຊື່ອມຊືມໃຫ້ເລິກເຊິ່ງ ເພື່ອສ້າງຄວາມເຂົ້າໃຈຕໍ່ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເປັນແບບຢ່າງໃນການປະຕິບັດພັນທະປ້ອງກັນຊາດຕາມສິດໜ້າທີ່ຂອງຕົນ, ຍົກສູງຄວາມອົດທົນ, ພະຍາຍາມພ້ອມກັນຮ່ຳຮຽນເອົາທິດສະດີຫຼັກການໃນບັ້ນເຝິກອົບຮົມຄັ້ງນີ້ໃຫ້ໜັກ ແໜ້ນ, ມີຄວາມສາມັກຄີເປັນເອກະພາບຊ່ວຍເຫຼືອເຊິ່ງກັນ ແລະກັນ, ເອົາໃຈໃສ່ປະຕິບັດຂໍ້ກຳນົດ ກົດລະບຽບຂອງການອົບຮົມໃຫ້ເຂັ້ມງວດ, ຮັບປະກັນຄວາມປອດໄພ100%. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ