ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນ 468 ກອງພົນທີ 1 ໄດ້ຈັດຕັ້ງປາຖະກະຖາວັນປະຫວັດສາດທີສຳຄັນຂອງຊາດ.
ເວລາອອກຂ່າວ: 2021-09-30 09:34:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1418 | ຄວາມນິຍົມ:



ໂດຍປະຕິບັດຕາມຄຳສັ່ງເນາະນຳຂອງກົມໃຫ່ຍການເມືອງກອງທັບວ່າດ້ວຍການໂຄສະນາປາຖະກະຖາມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ກໍ່ຄືຂອງກົມກອງ ໃຫ້ເປັນຂະບວນການກວ້າງຂວາງໃນວັນທີ 28 ກັນຍາ 2021 ນີ້, ກອງພັນ468 ກອງພົນທີ 1 ໄດ້ຈັດຕັ້ງພິທີປາຖະກະຖາ ວັນປະຫວັດສາດສຳຄັນຂອງຊາດ ແລະ ບັນດາເອກະສານເພີມເຕີມຈຳນວນໜື່ງ. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຫລ້າວັນ ໄຊຍະເພັດ ຫົວໜ້າການເມືອງ ມີຄະນະພັກ, ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ. ໃນນີ້ເອກະສານທີ່ນຳມາປາຖະກະຖາມີຄື: ວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 30 ປີ, (2).ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 71 ປີ,ວັນຢຶດອຳນາດທົ່ວປະເທດ ຄົບຮອບ 76 ປີ, ແລະ ວັນສ້າງຕັ້ງປະຊາຄົມອາຊຽນ ຄົບຮອບ 54 ປີ. ພ້ອມນັ້ນຍັງໄດ້ເຜີຍແຜ່ດຳລັດຂອງນາຍຍົກລັດຖະມົນຕີ ວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ນະໂຍບາຍຍຸດທະສາດ, ແຜນປະຕິບັດງານແຫ່ງຊາດເພື່ອຄົນພິການ, ຂໍໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຄຸ້ມຄອງນາຍ ແລະ ພົນທະຫານທີ່ໄດ້ຮັບນະໂຍບາຍອຸດໜູນບຳນານ, ເສຍອົງຄະໃນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບ, ຄຳສັ່ງແນະນຳຂອງກົມໃຫ່ຍການເມືອງກອງທັບ ວ່າດ້ວຍການປະຕິບັດຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ການປະກັນສຸຂະພາບຕາມລະບົບປະກັນສັງຄົມກອງທັບ.ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບ ໄດ້ເຂົ້າໃຈເຊື່ອມຊືມກໍາແນວແຕ່ລະເນື້ອໃນເອກະສານດັ່ງກ່າວແລະພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງແລະສອດຄອງ. ຂໍ້ມູນ: ວອນ ໄຊພະສີ ໂດຍ: ຕິກ ມູນຄຳເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ