ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຈັດຕັ້ງມະຫາຊົນຫ້ອງການເມືອງມອບເຄື່ອງບໍລິໂພກໃຫ້ໜ່ວຍງານຄັດກອງ-ປີ່ນປົວໂຄວິດ-19
ເວລາອອກຂ່າວ: 2021-10-07 10:50:08 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1654 | ຄວາມນິຍົມ:



ໃນວັນທີ 05 ຕຸລາ 2021ນີ້, ອົງການຈັດຕັ້ງມະຫາຊົນ, ຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ ລົງຊຸກຍູ້ມອບເຄື່ອງບໍລິໂພກ ໃຫ້ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ຄັດກອງ-ປີ່ນປົວ ໂຄວິດ-19 ຂອງໜ່ວຍງານຄັດກອງ-ປີ່ນປົວ ໂຄວິດ-19 ເຊິ່ງນຳພາໂດຍ ສະຫາຍ ພັນໂທ ດຣ ນ. ອຳພອນ ພົມມະທາ ຮອງອຳນວຍການ, ຫົວໜ້າຫ້ອງການເມືອງໂຮງໝໍສູນກາງ 103 ກອງທັບ ຜູ່ຊີ້ນຳອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ, ການນຳເອົາເຄື່ອງບໍລິໂພກມາມອບໃຫ້ໃນຄັ້ງນີ້ ກໍ່ເພື່ອເປັນການກະຕຸກຊຸກຍູ້ ແລະ ເປັນຂວັນກຳລັງແຮງໃຈໃຫ້ພະນັກງານ-ນັກຮົບແພດໝໍ ທີ່ປະຕິບັດໜ້າທີ່ຢູ່ຕາມຈຸດທີ່ຄະນະສະເພາະກິດຂັ້ນເທິງກຳນົດ ໃຫ້ກໍ່ຄືໂຮງໝໍສູນກາງ 103 ກອງທັບ ເຄື່ອງທີ່ນຳມາມອບໃຫ້ໃນຄັ້ງນີ້: ມີນ້ຳດື່ມ 40 ແກັດ, ໝີ່ແຫ້ງ 11 ແກັດ, ໄຂ່ໄກ່ 5 ແຕະ ແລະ ເຄື່ອງບໍລິໂພກອີກຈຳນວນໜຶ່ງ, ລວມມູນຄ່າ: 1.500.000 ກີບ, ເຊິ່ງໄດ້ມາຈາກການປະກອບສ່ວນນຳຊາວໜຸ່ມ-ແມ່ຍິງ ຫ້ອງການເມືອງ ແລະ ບັນດາສະມາຊິກຊາວໜຸ່ມ-ແມ່ຍິງ ໂຮງໝໍສູນກາງ 103 ກອງທັບ. ສະຫາຍ ພັ.ທ ດຣ ນ.ອຳພອນ ພົມມະທາ ໄດ້ກ່າວມອບ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະໜ່ວຍງານຄັດກອງ-ປີ່ນປົວ ໂຄວິດ-19 ທີ່ໄດ້ສຸມສະຕິປັນຍາເຫື່ອແຮງຢ່າງບໍ່ຮູ້ອິດຮູ້ເມື່ອຍເຂົ້າໃນການປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງສົມແລ້ວທີ່ເປັນນັກຮົບຊຸດຂາວ ຂອງກອງທັບ ສືບຕໍ່ປະຕິບັດໜ້າທີ່ທີ່ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ແລະ ອົດທົນຜ່ານຜ່າໄປພ້ອມໆກັນ, ຈາກນັ້ນ ສະຫາຍ ພັນໂທ ດຣ ນ. ວິໄລວັນ ວິໄລ ຕາງໜ້າໜ່ວຍງານຄັດກອງ-ປີ່ນປົວ ໂຄວິດ-19 ພ້ອມດ້ວຍພະນັກງານແພດໝໍ ໄດ້ກ່າວຮັບ ແລະ ສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ອົງການຈັດຕັ້ງມະຫາຊົນ ທີ່ຍາມໃດກໍ່ເປັນຫວ່ງເປັນໃຍຕໍ່ໜ່ວຍງານພວກເຮົາ ເຄື່ອງທີ່ນຳມາມອບໃນຄັ້ງນີ້ ໄດ້ສະແດງເຖິງຄວາມເສຍສະຫຼະປະກອບສ່ວນ ແລະ ຄວາມສາມັກຄີ ຂອງພະນັກງານ-ນັກຮົບ ເພື່ອເປັນກຳລັງແຮງກາຍ, ກຳລັງໃຈອັນໃຫຍ່ຫຼວງ ໃຫ້ໜ່ວຍງານພວກເຮົາ ກໍ່ຄື ພະນັກງານແພດ-ໝໍ ທຸກສະຫາຍທີ່ປະຕິບັດໜ້າທີ່ດັ່ງກ່າວ ໃນໂຮງໝໍສູນກາງ 103 ກອງທັບ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປແຈກຢາຍໃຫ້ພະນັກງານແພດ-ໝໍຮັບໃຊ້ໃຫ້ທົ່ວເຖິງ. ໃນວັນດຽວກັນຮ້ານອາຫານມີນິມາກຊັ້ນ 2 ຕຶກ 2 ກໍ່ໄດ້ປະກອບສ່ວນມອບເຄື່ອງບໍລິໂພກຈຳນວນໜຶ່ງ, ໂດຍແມ່ນ ສະຫາຍ ພັນໂທ ດຣ ພູໂຂງ ແພງຄຳກີບ ເປັນຜູ້ມອບ ແລະ ສະຫາຍ ພັ.ທ ດຣ ນ. ວິໄລວັນ ວິໄລ ຕາງໜ້າຮັບເຄື່ອງບໍລິໂພກດັ່ງກ່າວ. ຂ່າວ: ອະນຸສັກ ພົມໄຊຍະສອນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ