ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມວຽກງານລະດົມພົນທະຫານໃໝ່ ປະຈໍາສົກປີ 2021.
ເວລາອອກຂ່າວ: 2021-10-08 10:20:50 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 552 | ຄວາມນິຍົມ:



ວັນທີ 7 ຕຸລາ 2021 ນີ້, ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດກອງປະຊຸມ ວຽກງານລະດົມພົນ ປະຈໍາປີ 2021 ໂດຍການເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ພົນຕີ ຄໍາລຽງ ອຸທະໄກສອນ ເຈົ້າແຂວງໆໄຊສົມບູນ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ. ສະຫາຍ ພັທ ແສງໄພວັນ ຄໍາພິທູນສີບຸນເຮືອງ ຫົວໜ້າພະແນກກໍາລັງພົນກອງບັນຊາການທະຫານແຂວງໄຊສົມບູນ ຂຶ້ນຜ່ານບົດສະຫຼຸບໂດຍຫຍໍ້ກ່ຽວການຈັດຕັ້ງປະຕິບັດ ວຽກງານລະດົມພົນຕະຫຼອດໄລຍະຜ່ານມາ ແມ່ນໄດ້ເອົາໃຈໃສ່ຢ່າງກ້ວາງຂວາງ ເພື່ອປຸກລະດົມວຽກງານລະດົມພົນປະຈໍາປີ ໂດຍສະເພາະດ້ານຈໍານວນພົນ, ດ້ານຫງົບປະມານ, ມີຄວາມຮັບປະກັນທາງດ້ານວິຊາສະເພາະ, ດ້ານຄຸນນະພາບ ແລະ ມາດຖານເງື່ອນໄຂຕາມຫຼັກການທີ່ໄດ້ກໍານົດໄວ້. ຈາກນັ້ນກໍໄດ້ຜ່ານແຈ້ງການ ຂອງກົມກໍາລັງພົນ ວ່າດ້ວຍການແບ່ງຕົວເລກທະຫານໃໝ່ ໃຫ້ກໍາລັງທ້ອງຖິ່ນ ແຂວງໄຊສົມບູນຕື່ມອີກ ໂອກາດດັ່ງກ່າວ ສະຫາຍ ພົນຕີ ຄໍາລຽງ ອະທະໄກສອນ ກໍ່ໄດ້ມີຄໍາເຫັນໂອ້ລົມຫຼາຍບັນຫາທີ່ສຳຄັນ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ ແລະ ພະແນກການທີ່ກ່ຽວຂ້ອງ ເອົາໃຈໃສ່ຊີ້ນໍາບັນດາກົມກອງ ເພື່ອຂັດເລືອກລະດົມພົນທະຫານໃໝ່ ປະຈໍາສົກປີ 2021 ໃນຄັ້ງນີ້ ໃຫ້ໄດ້ຮັບໝາກຜົນສູງ ຖືກຕ້ອງຕາມມາດຖານເງື່ອນໄຂ, ມີປະຫວັດລະອຽດຈະແຈ້ງ ເພື່ອຮັບປະກັນຄຸນນະພາບວຽກງານລະດົມໃນຄັ້ງນີ້ໃຫ້ປະສົງຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ