ກວດກາລະບຽບຢູ່ກອງພັນໃຫ່ຍ 302
ເວລາອອກຂ່າວ: 2021-10-08 10:22:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 933 | ຄວາມນິຍົມ:
ໃນວັນທີ 6 ຕຸລາ 2021 ນີ້, ໜ່ວຍງານກວດກາລະບຽບກອງພົນທີ3 ເຊິ່ງນຳໂດຍ ສະຫາຍພັນໂທ ຄຳໝັ້ນ ສີສະຫວ່າງ ຮອງຫົວໜ້າຫ້ອງເສນາທິການກອງພົນທີ 3 ພ້ອມດ້ວຍຄະນະພັກ-ຄະນະບັນຊາ ກອງພັນໃຫ່ຍ 302 ແລະ ຂະແໜງການທີ່ກ່ຽວຂ້ອງໄດ້ລົງກວດກາລະບຽບ ຢູ່ບັນດາພະແນກການ-ກົມກອງ ທົ່ວກອງພັນໃຫ່ຍ 302.
ສະຫາຍ ພັນໂທຄຳໝັ້ນ ສີສະຫວ່າງ ໄດ້ໃຫ້ຮູ້ວ່າ: ການລົງກວດກາລະບຽບຢູ່ກອງພັນໃຫ່ຍ302 ໃນຄັ້ງນີ້ ຈຸດປະສົງແມ່ນລົງກວດກາສະໜາມຫັດແອບຍິງປືນ, ລົງກວດກາລະບຽບຂອງບັນດາກົມກອງເປັນຕົ້ນແມ່ນລະບຽບບຸກຄົນ, ລວມໝູ່, ການນຸ່ງຖື, ການມ້ຽນມັດເຄື່ອງຂອງ, ສະຖານທີ່ຄ້າຍຄູ, ຫ້ອງການ, ເຮືອນນອນ, ເຮືອນຄົວ, ບ່ອນເຮັດວຽກຂອງບັນດາກົມກອງ, ຂະແໜງການ ແລະ ການຝຶກແອບຮ່ຳຮຽນຂອງບັນດາກົມກອງ, ທັງນີ້ກໍ່ເພື່ອເຮັດໃຫ້ບັນດາກົມກອງມີຄວາມສະອາດຈົບງາມ,ເປັນລະບຽບຮຽບຮ້ອຍ, ເຮັດໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍ, ແຕ່ລະກົມກອງມີສະຕິສູງ ແລະ ເປັນເຈົ້າການໃນການປັບປຸງກໍ່ສ້າງກົມກອງ, ປະຕິບັດຂໍ້ກຳນົດກົດລະບຽບ, ວິໄນຂອງກອງທັບ ເຮັດໃຫ້ກົມກອງມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານກາຍເປັນກົມກອງທີມີລະບຽບວິໄນທີເຂັ້ມງວດ ແລະ ມີແບບແຜນວິທີເຮັດວຽກດີຂື້້ນເທື່ອລະກ້າວ.
ຂຽນໂດຍ: ພອນແກ້ວ ວິໄລສັກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ