ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊຍະບູລີ ປິດຊຸດອົບຮົມວຽກງານອຸປະໂພກ - ບໍລິໂພກຊັ້ນຕົ້ນ
ເວລາອອກຂ່າວ: 2018-11-13 22:38:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດພິທີປິດ ຊຸດອົບຮົມວຽກງານວິຊາສະ ເພາະອຸປະໂພກ-ບໍລິໂພກ ຊັ້ນຕົ້ນ ຊຸດທີ 4 ລະບົບ 6 ເດືອນ ໃນວັນ ທີ 8 ພະຈິກ 2018 ນີ້ ໂດຍການ ເປັນກຽດເຂົ້າຮ່ວມຂອງ ພັນເອກ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ໄຊຍະບູລີ, ມີຄະນະພັກ-ຄະນະ ບັນຊາອົງການ 5 ຫ້ອງກົມກອງ ອ້ອມຂ້າງແຂກຖືກເຊີນ ແລະ ນັກ ຮຽນເຂົ້າຮ່ວມ, ພັນຕີ ສີວອນ ສຸລິຂັນ ຫົວ ໜ້າພະແນກອຸປະໂພກຫ້ອງພະ ລາທິການທະຫານແຂວງໄຊຍະ ບູລີ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາ ຄາຄືນຜ່ານການຈັດຕັ້ງອົບຮົມ ໄລຍະ 6 ເດືອນຜ່ານມາ ໂດຍ ໄດ້ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງ ຍາກ ແລະ ຜົນງານທີ່ຍາດມາ ໄດ້ອັນເປັນພື້ນຖານໂດຍສະເພາະ ນັກເຝິກອົບຮົມແຕ່ລະສະຫາຍ ແມ່ນໄດ້ຍົກສູງຄວາມ ຮັບຜິດ ຊອບຂອງຕົນໃນບັ້ນອົບຮົມຄັ້ງ ນີ້ ເປັນຕົ້ນການປະຕິບັດຂໍ້ກຳນົດ ກົດລະບຽບຂອງກອງທັບກໍຄື ຂອງໂຮງຮຽນວາງອອກໄດ້ ຢ່າງເຂັ້ມງວດ ຕັ້ງໜ້າເຝິກຝົນຫຼໍ່ ຫຼອມຕົນເອງໃຫ້ມີຄຸນທາດການ ເມືອງໜັກແໜ້ນມີສະຕິລະວັງຕົວ ສູງມີຄວາມສາມັກຄີຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ, ກຳໄດ້ບັນດາ ທິດສະດີຫຼັກການ ແລະ ການປະ ຕິບັດຕົວຈິງ ເຊິ່ງເຮັດໃຫ້ບັ້ນອົບ ຮົມຄັ້ງນີ້ໄດ້ຮັບຜົນສຳເລັດຕາມ ຄາດໝາຍທີ່ວາງໄວ້ ແລະ ສາ ມາດຕີລາຄາຜົນໄດ້ຮັບໃນການ ສອບເສັງແຕ່ລະວິຊາຄື: ວິຊາ ການເມືອງ:ເສັງໄດ້ຂັ້ນເກັ່ງ 106 ສະຫາຍ, ກາງ 35 ສະຫາຍ; ວິຊາການທະຫານ: ເກັ່ງ 14 ສະຫາຍ, ກາງ 127 ສະຫາຍ; ວິຊາຄຸ້ມຄອງລົດ: ເກັ່ງ 135 ສະຫາຍ, ກາງ 6 ສະຫາຍ; ວິ ຊາຍຸດໂທ: ເກັ່ງ 107 ສະຫາຍ, ກາງ 34 ສະຫາຍ; ວິຊາເສນາ ພະລາ: ເກັ່ງ 104 ສະຫາຍ, ກາງ 37 ສະຫາຍ; ວິຊາ ເຊື້ອໄຟ: ເກັ່ງ 114 ສະຫາຍ, ກາງ 28 ສະຫາຍ; ວິຊາຜະລິດກະສິກຳ: ເກັ່ງ 46 ສະຫາຍ, ກາງ 95 ສະ ຫາຍ; ວິຊາເສນາຮັກ: ເກັ່ງ 56 ສະຫາຍ, ກາງ 85 ສະຫາຍ; ວິຊາການເງິນ: ເກັ່ງ 76 ສະຫາຍ, ກາງ 61 ສະຫາຍ; ວິຊາ ຂົນສົ່ງ: ເກັ່ງ 117 ສະຫາຍ, ກາງ 20 ສະຫາຍ; ວິຊາອຸປະໂພກ-ບໍລິ ໂພກປົກກະຕິ: ເກັ່ງ 130 ສະຫາຍ, ກາງ 11 ສະຫາຍ; ວິຊາຄຸ້ມຄອງ ແຜນອຸປະໂພກ-ບໍລິໂພກ: ເກັ່ງ 98 ສະຫາຍ, ກາງ 93 ສະຫາຍ; ວິຊາບັນຊີອຸປະໂພກ-ບໍລິໂພກ: ເກັ່ງ 98 ສະຫາຍ, ກາງ 43 ສະ ຫາຍ ແລະ ວິຊາອຸປະໂພກ-ບໍລິ ໂພກສູ້ຮົບ: ເກັ່ງ 130 ສະຫາຍ, ກາງ 11 ສະຫາຍ. ຜົນການສອບ ເສັງຈົບຊັ້ນມີນັກ ຮຽນຍາດໄດ້ ຄະແນນຂັ້ນເກັ່ງ 124 ສະຫາຍ, ກາງ 17 ສະຫາຍ ແລະ ຄັດ ເລືອກ ໄດ້ນັກຮຽນຜູ້ທີ່ຮຽນດີ-ຮຽນ ເກັ່ງໄດ້ຮັບໃບຍ້ອງຍໍຂອງກອງ ບັນຊາການທະຫານແຂວງໄຊ ຍະບູລີ ຈຳນວນ 20 ສະຫາຍ. ຂ່າວ: ສົມຈີນ ສິນຕະວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ