ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສືບຕໍ່ປະຕິບັດມາດຕະການປ້ອງກັນ,ຄວບຄຸມ,ສະກັດກັ້ນ ພະຍາດໂຄວິດ-19
ເວລາອອກຂ່າວ: 2021-10-16 11:03:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 269 | ຄວາມນິຍົມ:



ເພື່ອເປັນການສືບຕໍ່ປະຕິບັດມາດຕະການໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ໃນໄລຍະແຕ່ ວັນທີ 16-30 ຕຸລາ 2021 ພວກເຮົາພະນັກງານ,ນັກຮົບໃນທົ່ວກອງທັບປະຊາຊົນລາວກໍ່ຄືປະຊາຊົນລາວທົ່ວປະເທດຕ້ອງພ້ອມກັນປະຕິບັດຢ່າງເຂັ້ມງວດຕໍ່ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປລາວ, ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີສະບັບເລກທີ 1330/ຫສນຍ, ລົງວັນທີ 15 ຕຸລາ 2021ສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ເລີ່ມແຕ່ວັນທີ 16-30 ຕຸລາ 2021 ແລະ ແຈ້ງການຂອງທ່ານ ລັດຖະມົນຕີກະຊວງປ້ອງກັນປະເທດ ສະບັບເລກທີ 453/ກປທ, ລົງວັນທີ 07 ຕຸລາ 2021ເລື່ອງ: ເພີ່ມທະວີຄວາມເຂັ້ມງວດໃນການປະຕິບັດຄໍາສັ່ງເລກທີ 15/ນຍ. ສະພາບການແຜ່ລະບາດຂອງພະຍາດໂຄວິດ-19ຍັງສືບຕໍ່ເພີ່ມຂຶ້ນທຸກໆມື້ຢ່າງຕໍ່ເນື່ອງແຜ່ລະບາດເຂົ້າສູ່ພາຍໃນ ແລະ ມີການແຜ່ກະຈາຍອອກເປັນວົງກ້ວາງເຮັດໃຫ້ການຄວບຄຸມພົບຄວາມຫຍຸ້ງຍາກໃນການປະເມີນຜົນ, ການຊອກຫາຜູ້ຕິດເຊື້ອ ແລະ ສໍາພັດໃກ້ຊິດ, ການນໍາສົ່ງຜູ້ຕິດເຊື້ອເຂົ້າຮັບການປິ່ນປົວ ແລະ ຜູ້ສໍາພັດໃກ້ຊິດເຂົ້າຮັບການຈໍາກັດບໍລິເວນ. ນອກນັ້ນ, ການກຽມຄວາມພ້ອມດ້ານບຸກຄະລາກອນໃນການຮອງຮັບຕໍ່ການລະບາດຍັງພົບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ. ສະນັ້ນ, ເພື່ອເປັນການຊ່ວຍທິມງານທີ່ກໍາລັງປະຕິບັດໜ້າທີ່ອັນໜັກໜ່ວງຂໍໃຫ້ພະນັກງານ,ນັກຮົບຕະຫຼອດຮອດພໍ່ແມ່ປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ດໍາລົງຊີວິດຢູ່ ສປປ ລາວຈົ່ງພ້ອມກັນມີນໍ້າໃຈ ແລະ ຊ່ວຍເປັນກໍາລັງໃຈໃຫ້ແພດ-ໝໍ ແລະ ພະນັກງານທະຫານ-ຕໍາຫຼວດ, ກໍາລັງປກຊ-ປກສບ້ານທີ່ປະຕິບັດໜ້າທີ່ຢູ່ປ້ອມດ້ານໜ້າດ້ວຍການໃຊ້ຊີວິດແບບໃໝ່ເຊັ່ນ: ງົດອອກຈາກເຮືອນ-ບ້ານ,ບໍ່ຊຸມແຊວ, ບໍ່ໄປສະຖານທີ່ແອອັດ, ໝັ່ນລ້າງມືໃສ່ສະບູ່ຫຼືເຈວ, ໃສ່ແພອັດປາກ-ດັງທຸກຄັ້ງເວລາອອກເຮືອນ (ຖ້າບໍ່ຈໍາເປັນແທ້) ເພື່ອປ້ອງກັນຕົນເອງ ແລະ ຄົນພາຍໃນຄອບຄົວ, ຖ້າເຫັນວ່າຕົນເອງມີອາການຜິດປົກກະຕິຄວນປຶກສາແພດ ແລະ ຮັກສາໄລຍະຫ່າງ, ຈໍາກັດຕົນເອງໂດຍບໍ່ໄປໃກ້ຊິດຜູ້ມີຄວາມສ່ຽງສູງເຊັ່ນ: ເດັກນ້ອຍ, ຜູ້ສູງອາຍຸ, ຜູ້ມີພະຍາດປະຈໍາໂຕ, ຜູ້ຍິງຖືພາ ຫຼື ແມ່ລູກອ່ອນ ໂດຍປະຕິບັດຕາມຄໍາແນະນໍາຂອງຄະນະສະເພາະກິດແຕ່ລະຂັ້ນວາງອອກຢ່າງເຂັ້ມງວດ. ພະຍາດໂຄວິດ-19ສາຍພັນເດວຕາສາມາດແຜ່ເຊື້ອໄດ້ໄວ ແລະ ຕິດກັນງ່າຍ, ເຮົາບໍ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່າ ແລະ ມີຄວາມສ່ຽງສູງເຖິງການຕິດເຊື້ອໄດ້ທຸກສະຖານທີ່, ຂໍໃຫ້ບັນດາສະຫາຍຮັກຕົນເອງ, ຮັກຄົນໃນຄອບຄົວດ້ວຍການປະຕິບັດມາດຕະການ ແລະ ຄໍາສັ່ງ, ຄໍາແນະນໍາຕ່າງໆທີ່ທາງຄະນະສະເພາະກິດແຕ່ລະຂັ້ນວາງອອກໃນການດໍາລົງຊີວິດແບບໃໝ່ ແລະ ພ້ອມກັນໄປສັກຢາວັກຊິນໃຫ້ຄົບໂດສ໌ເພື່ອໃຫ້ປອດໄພຈາກພະຍາດໂຄວິດ-19. ສໍາລັບຢູ່ໃນກໍາລັງປະກອບອາວຸດພວກເຮົາແມ່ນຕ້ອງປະຕິບັດລະບຽບວິໄນຂອງກອງທັບໃຫ້ເຂັ້ມງວດ, ໂດຍສະເພາະ 7 ລະບອບ 18 ວຽກ, ເພີ່ມທະວີວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ,ນັກຮົບເຮົາເຫັນແຈ້ງຕໍ່ຄວາມອັນຕະລາຍຂອງພະຍາດນີ້ ແລະ ຖືເອົາວຽກງານປ້ອງກັນຕ້ານ, ຄວບຄຸມ ແລະ ສະກັດກັ້ນພະຍາດໂຄວິດ-19ເປັນສະໜາມຮົບໜຶ່ງເພື່ອບໍ່ໃຫ້ແຜ່ລະບາດເປັນວົງກ້ວາງຢູ່ໃນກົມກອງ, ຖ້າເຮົາມີຄວາມສາມັກຄີຮ່ວມແຮງຮ່ວມໃຈກັນປະຕິບັດມາດຕະການດັ່ງກ່າວນີ້ກໍ່ຈະສາມາດຫຼີກລ້ຽງໄດ້ພະຍາດໂຄວິດ-19. ພະຍາດໂຄວິດ-19 ແມ່ນສັດຕູໂຕຮ້າຍກາດທີ່ສຸດທີ່ພວກເຮົາບໍ່ສາມາດເບິ່ງເຫັນດ້ວຍຕາເປົ່າ, ມັນເປັນໄພຄຸກຄາມເຂົ້າຫຼາຍປະເທດ ແລະ ແຜ່ລະບາດດ້ວຍຈັ່ງຫວະໄວ ແລະ ເພີ່ມຄວາມຮຸນແຮງຂຶ້ນທຸກມື້ອັນໄດ້ຂ້າຊີວິດຄົນໄປແລ້ວຫຼາຍແສນ ແລະ ມີຜູ້ຕິດເຊື້ອແລ້ວຫຼາຍລ້ານຄົນ ແລະ ກໍາລັງເພີ່ມຈໍານວນຂຶ້ນເລື້ອຍໆ. ປັດຈຸບັນນີ້ພວກເຮົາຍັງບໍ່ສາມາດຄາດຄະເນໄດ້ວ່າ: ພວກເຮົາຈະສາມາດຢັບຢັ້ງ ແລະ ເອົາຊະນະມັນໄດ້ເວລາໃດ. ສະເພາະ ສປປ ລາວພວກເຮົາໃນໄລຍະຜ່ານມາ, ສາມາດຢັບຢັ້ງ ແລະ ຈໍາກັດ, ສະກັດກັ້ນໄດ້ກໍ່ແມ່ນຍ້ອນການນໍາພັກ-ລັດເພິ່ນສະຫຼາດສ່ອງໃສ, ມີຫົວຄິດປະດິດສ້າງ, ມີຄວາມກ້າຫານ ບວກກັບຄວາມເອົາໃຈໃສ່, ຮ່ວມໄມ້ຮ່ວມມືຂອງພະນັກງານ,ນັກຮົບ ແລະ ພໍ່ແມ່ປະຊາຊົນລາວບັນດາເຜົ່າໃນທົ່ວປະເທດພ້ອມກັນປະຕິບັດຄໍາສັ່ງຕ່າງໆຂອງຂັ້ນເທິງໄດ້ດີຈິ່ງສາມາດຄວບຄຸມການລະບາດບໍ່ໃຫ້ຂະຫຍາຍອອກສູ່ວົງກ້ວາງໄດ້ຖ້າທຽບໃສ່ບັນດາປະເທດໃນໂລກ. ແຕ່ເຖິງແນວໃດກໍ່ຕາມ, ພວກເຮົາບໍ່ຄວນເມີນເສີຍ, ປະໝາດ ແລະ ນິ້ງນອນໃຈ, ເພາະຍັງມີຄວາມສ່ຽງສູງທີ່ອາດຈະເກີດການລະບາດສືບຕໍ່ແກ່ຍາວຖ້າພວກເຮົາບໍ່ຮ່ວມແຮງຮ່ວມໃຈກັນຕ້ານ ແລະ ສະກັດກັ້ນ ແລະ ຝ່າຝືນຄໍາສັ່ງ ແລະ ບັນດານິຕິກໍາຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ