ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ 548 ກໍລະນີ, ເສຍຊິວິດເພິ່ມ 2 ຄົນ
ເວລາອອກຂ່າວ: 2021-10-16 15:33:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ອີງຕາມການຖະຫລງຂອງທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄການລະບາດພະຍາດ COVID-19 ໄດ້ລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວວ່າ: ປະຈຳວັນທີ 16 ຕຸລາ 2021 ນີ້, ວ່າ: ສະພາບການການຕິດ ເຊື້ອພະຍາດໂຄວິດ-19 ຢູ່ປະເທດເຮົາໃນປະຈຸບັນເຫັນວ່່າມີຕົວເລກການຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍ. ໃນມື້ວານນີ້ ວັນທີ 15 ຕຸລາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 6,602 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 548 ຄົນ, ( ຕິດເຊື້ອພາຍໃນປະເທດ 543 ຄົນ, ເດີນທາງຈາກຕ່າງປະເທດ 5 ຄົນ ) ເຮັດໃຫ້ຕົວເລກຜູ້ຕິດ ເຊື້ອ ພະຍາດໂຄວິດ-19 ສະສົມໃນ ສປປ ລາວ ຮອດປະຈຸບັນແມ່ນ 31,733 ຄົນ, ເສຍຊິວິດສະສົມ 38 (ໃໝ່ 2 ) ປິ່ນປົວຫາຍດີໃນມື້ວານນີ້ 379, ຮອດປະຈຸບັນມີຈໍານວນຜູ້ທີ່ຍັງປິ່ນປົວແມ່ນ 7,596 ເຊິ່ງກວມ 31% ໝາຍຄວາມວ່າຜູ້ທີ່ປີ່ນປົວຫາຍດີແມ່ນມີ 69% ທຽບໃສ່ຈໍານວນຜູ້ຕິດ ເຊື້ອທັງໝົດ. ສຳລັບຂໍ້ມູນໂດຍຫຍໍ້ກ່ຽວກັບຜູ້ຕິດເຊືື້ອໃໝ່ ທີ່ເດີນທາງເຂົ້າປະເທດມີຈຳນວນ 5 ຄົນຄື: ສະຫວັນນະເຂດ 3 ຄົນ ແລະ ນະຄອນຫຼວງວຽງຈັນ 2 ຄົນ ນັ້ນແມ່ນໄດ້ມີການເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ແລະ ເມື່ອຜົນກວດຕົວຢ່າງເປັນບວກພວກກ່ຽວໄດ້ ຖືກນໍາສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້. ສ່ວນການຕິດເຊື້ອພາຍໃນປະເທດ ຈໍານວນ 542 ຄົນ ຄື: ນະຄອນຫຼວງວຽງຈັນ 164 ຄົນ ຈາກ 74 ບ້ານ ໃນ 7 ເມືອງຄື: ເມືອງຈັນທະບູລີ ມີ 10 ບ້ານ (34 ຄົນ), ເມືອງສີໂຄດຕະບອງ ມີ 16 ບ້ານ (22 ຄົນ), ເມືອງໄຊເສດຖາ ມີ 12 ບ້ານ (39 ຄົນ), ເມືອງສີສັດຕະນາກ 11 ບ້ານ (15 ຄົນ), ເມືອງນາຊາທອງ ມີ 7 ບ້ານ (18 ຄົນ), ເມືອງໄຊທານີ ມີ 12 ບ້ານ (23 ຄົນ) (ບ້ານສົມສະຫວັນ ສູນຫຼັກ 27 ມີ 5 ຄົນ ), ເມືອງຫາດຊາຍຟອງ ມີ 5 ບ້ານ (8 ຄົນ) ຍັງສືບຕໍ່ເອົາຂໍ້ມູນ 5 ຄົນ; ຫຼວງພະບາງ 42 ຄົນຄື: ນະຄອນຫຼວງພະບາງ ມີ 12 ບ້ານ (26 ຄົນ), ບ້ານຜາໂອ 5 ຄົນ, ບ້ານຫາດຮ່ຽນ 4 ຄົນ, ບ້ານປ່ອງຄຳ 3 ຄົນ, ບ້ານຜາສຸກ 2 ຄົນ, ບ້ານປົ່ງຫວ້ານ 2 ຄົນ, ບ້ານເມືອງງາ 3 ຄົນ, ບ້ານພູຊ້າງຄຳ 2 ຄົນ, ບ້ານຄົກວາ, ບ້ານດອນໃໝ່, ບ້ານນາວຽງຄຳ, ບ້ານນາຫຼວງ, ບ້ານໂພນສະອາດ ບ້ານລະ 1 ຄົນ; ເມືອງນໍ້າບາກ ມີ 4 ບ້ານ ( 6 ຄົນ), ບ້ານນ້ຳຖ້ວມໃຕ້ 2 ຄົນ, ບ້ານທ່າບູ້ 2 ຄົນ,ບ້ານນ້ຳຖ້ວມເໜືອ ແລະບ້ານຫ້ວຍຍາງ ບ້ານລະ 1 ຄົນ, ເມືອງປາກອູ ມີ 1 ບ້ານ ບ້ານສ້ຽວ 7 ຄົນ, ເມືອງວຽງຄຳ ມີ 1 ບ້ານບ້ານວຽງຄາ 2 ຄົນ, ເມືອງງອຍ 1 ບ້ານບ້ານສົບຮຸນ 1 ຄົນ; ແຂວງວຽງຈັນ 43 ຄົນຄື: ເມືອງແກ້ວອຸດົມ ມີ 8 ບ້ານ (32 ຄົນ), ບ້ານພູເຂົາຄໍາ 10 ຄົນ, ບ້ານແສງສະຫວ່າງ 7 ຄົນ, ບ້ານທ່າຊັນ 4 ຄົນ,ບ້ານນາປູນ 3 ຄົນ,ບ້ານທ່າລາດ 3 ຄົນ, ບ້ານສາມັກຄີໄຊ 2 ຄົນ, ບ້ານຖິ່ນແກ້ວ 2 ຄົນ, ບ້ານໂພຄຳ ເມືອງວັງວຽງ ມີ 6 ບ້ານ ( 8 ຄົນ), ບ້ານນ້ຳງາດ 2 ຄົນ,ບ້ານວຽງແກ້ວ 2 ຄົນ, 4 ຄົນ ຈາກບ້ານນາມອນ, ບ້ານຫ້ວຍແຍ້, ບ້ານໂພນສະຫວ່າງ ແລະ ບ້ານໂພນເພັງ ບ້ານລະ 1 ຄົນ, ເມືອງໂພນໂຮງ ບ້ານນາໂພໃຕ້ 3 ຄົນ; ສະຫວັນນະເຂດ 8 ຄົນຄື: ນະຄອນໄກສອນ ມີ 7 ຄົນ 4 ບ້ານ, ບ້ານອຸດົມວິໄລ 3 ຄົນ, ບ້ານບຶງວະ 2 ຄົນ; 2 ຄົນຈາກບ້ານນາເຊັງ ແລະ ບ້ານໂພນສະຫວ່າງ ບ້ານລະ1 ຄົນ, ເມືອງຈຳພອນ ບ້ານຫຼັກ 35 ມີ 1 ຄົນ; ບໍ່ແກ້ວ 10 ຄົນຄື: ເມືອງຫ້ວຍຊາຍ 7 ຄົນ 2 ບ້ານ, ບ້ານປາກຮາວເໜືອ 6 ຄົນ, ບ້ານນ້ຳປອງ 1 ຄົນ,ເມືອງຕົ້ນເຜີ້ງ ບ້ານຄວ້ານສາມຫຼ່ຽມຄຳ 3 ຄົນ; ຈໍາປາສັກ 7 ຄົນຄື: ນະຄອນປາກເຊ 4 ຄົນ 4 ບ້ານ (ບ້ານພັດທະນາ, ບ້ານດົງເກາະໂລງ, ບ້ານແກ ແລະ ບ້ານໂຊກອຳນວຍ), ບາຈຽງຈະເລີນສຸກ ມີ 2 ຄົນ ຈາກບ້ານໄຊສະຫວ່າງ ແລະ ບ້ານໝື່ນຫຼວງ ບ້ານລະ 1 ຄົນ, ເມືອງປະທຸມພອນ ບ້ານນ້ຳໃສເທິງ 1 ຄົນ; ຄໍາມ່ວນ 247 ຄົນຄື: ເມືອງທ່າແຂກ 240 ຄົນຢູ່ສະຖານທີຄຸມຂັງ 239 ຄົນ, ພະນັກງານ 1 ຄົນ, ເມືອງຫີນບູນ ບ້ານຄຳແກ້ວ 1 ຄົນ; ຫຼວງນໍ້າທາ 9 ຄົນຄື: 5 ຄົນສັນຊາດລາວ, 4 ຄົນສັນຊາດຈີນ (ເດີນທາງຈາກນະຄອນຫຼວງວຽງຈັນ 7 ຄົນ ເປັນ ຄົນຈີນ 4 ຄົນ ແລະ ຄົນລາວ 3 ຄົນ ອີກ 2 ຄົນເປັນຄົນລາວເດີນທາງມາຈາກແຂວງຜົ້ງສາລີ ແລະແຂວງອຸດົມໄຊເພື່ອໄປເຮັດວຽກຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ); ໄຊສົມບູນ 5 ຄົນ: ເມືອງລ້ອງຊານ 4 ຄົນ 3 ບ້ານ, ບ້ານຄອນວັດ 3 ຄົນ, ບ້ານຖໍ້າດິນ 1 ຄົນ,ເມືອງທ່າໂທມ ບ້ານຊຽງຄົນ 1 ຄົນ; ບໍລິຄໍາໄຊ 8 ຄົນ ຈາກ ເມືອງປາກຊັນ(ບ້ານກ້ວຍອຸດົມ,ບ້ານນ້ຳງຽບ), ເມືອງປາກກະດິງ (ບ້ານໂພນຈະເລີນ, ບ້ານທົ່ງນາມີ,ບ້ານຫ້ວຍໄຮ); ສາລະວັນ 5 ຄົນ ຈາກບ້ານໂພນແກ້ວ 4 ຄົນ, ບ້ານນາດອນຂວາງ 1 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ