ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 4 ປະກາດການຈັດຕັ້ງນຳພາ-ບັນຊາຂັ້ນຫ້ອງ ແລະ ເລື່ອນຊັ້ນນາຍທະຫານ
ເວລາອອກຂ່າວ: 2021-10-17 11:40:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:



ໃນວັນທີ 13 ຕຸລາ 2021 ນີ້, ຢູ່ທີ່ສະໂມສອນກອງພົນທີ 4 ໄດ້ ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ຂັ້ນຫ້ອງ ແລະ ເລື່ອນຊັ້ນ ພັນຕີ ຂຶ້ນ ພັນໂທ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນທີ 4 ມີ ຄະນະພັກ-ຄະນະບັນຊາອົງການ 5 ຫ້ອງ, ກອງພັນໃຫຍ່ 401, ກອງພັນ, ກອງຮ້ອຍເອກກະລາດ ຕະຫຼອດຮອດພະນັກງານທົ່ວກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມພຽງ. ສະຫາຍ ພັນເອກ ຈັນແດງ ຂຸນຍຸລາດ ຫົວໜ້າຫ້ອງການເມືອງກອງພົນທີ 4 ໄດ້ຂື້ນຜ່ານຂໍ້ຕົກຂອງລັດຖະມົນກະຊວງປ້ອງກັນປະເທດສະບັບເລກທີ 3762/ກປທ ລົງວັນທີ 31 ສິງຫາ 2021 ວ່າດ້ວຍການອະນຸຍາດໃຫ້ນາຍທະຫານ ຢູກອງພົນທີ 4 ພັກການເພື່ອກຽມຮັບເບ້ຍບຳນານມີ: ສະຫາຍ ພັນໂທ ບຸນໂທມ ອຸວໍລະວົງ ຮອງຫ້ອງພະລາທິການ, ສະຫາຍ ພັນໂທ ຈຳປາ ໄຊຍະສັກ ຮອງຫ້ອງເຕັກນິກ, ສະຫາຍ ພັນໂທ ບຸນລອດ ບົວລະພິມ ຮອງກອງພັນໃຫຍ່ 401 ຮັບຜິດຊອບ ຫົວໜ້າພະແນກພະລາທິການກອງພັນໃຫຍ່ 401 ແລະ ຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4380/ກປທ ລົງວັນທີ 22/09/2021 ແຕ່ງຕັ້ງ ສະຫາຍ ພັນໂທ ຄຳເຜີຍ ພອນພິລົມ ເປັນຮອງຫົວໜ້າຫ້ອງເຕັກນິກ, ແຕ່ງຕັ້ງ ສະຫາຍ ພັນໂທ ຫັດສະດາຈັນ ຊຸມພົນພັກດີ ເປັນຮອງຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ແກ້ວຄຳວົງ ສ້ອຍສີສຸລາດ ຮັກສາການຮອງຫົວໜ້າຫ້ອງພະລາທິການ, ແຕ່ງຕັ້ງ ສະຫາຍ ພັນໂທ ພົມມາ ດວງພັກດີ ເປັນຮອງກອງພັນໃຫຍ່ 401 ຮັບຜິດຊອບຫົວໜ້າພະແນກພະລາທິການກອງພັນໃຫຍ່ 401 ແລະ ຂໍ້ຕົກລົງຂອງກອງພົນທີ 4 ສະບັບເລກທີ 348/ກພ4 ລົງວັນທີ 18 ພຶດສະພາ 2021 ວ່າດ້ວຍການແຕ່ງຕັ້ງບັນດາພະແນກການທີ່ຂຶ້ນກັບຫ້ອງເຕັກນິກ ໂດຍຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ພູແຂວງ ພົມມະຂຽນ ຮັກສາການຫົວໜ້າພະແນກຄຸ້ມຄອງອາວຸດ-ກະສູນ, ສະຫາຍ ພັນຕີ ພູລົງ ສອນຍະວົງ ເປັນຮັກສາການຮອງຫົວໜ້າພະແນກຄຸ້ມຄອງອາວຸດ-ກະສູນ, ສະຫາຍ ພັນໂທ ເດດ ພະນົມພອນ ຮັກສາການຫົວໜ້າພະແນກເຕັກນິກ, ພັນໂທ ກອງຄຳ ສໍເພັດລັງສີ ຮັກສາການຫົວໜ້າພະແນກສ້ອງແປງ, ພັນໂທ ພູເຂົາ ແກ້ວທຳມະວົງ ຮັກສາການຮອງຫົວໜ້າພະແນກຄຸ້ມຄອງລົດ, ຂໍ້ຕົກລົງສະບັບເລກທີ 789/ກພ4 ລົງວັນທີ 22 ກັນຍາ 2021 ວ່າດ້ວຍການແຕ່ງຕັ້ງບັນດາພະແນກການທີ່ຂຶ້ນກັບຫ້ອງພະລາທິການ ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄພວັນ ອະນຸພາບ ຮັກສາການຫົວໜ້າພະແນກອຸປະໂພກ-ບໍລິໂພກ, ພັນຕີ ສຸລິ ພຸດທະວົງ ຮັກສາການຫົວໜ້າພະແນກອຸປະໂພກ-ບໍລິໂພກ, ພັນໂທ ດວງປີດາ ເລົາແສງດາວ ຮັກສາການຮອງຫົວໜ້າພະແນກແຜນການຫ້ອງພະລາທິການ. ໂອກາດດຽວກັນນີ້ ຍັງປະກາດເລື່ອນຊັ້ນໃຫ້ນາຍທະຫານຊັ້ນພັນຕີ ຂຶ້ນ ຊັ້ນພັນໂທ ຈຳນວນ 06 ສະຫາຍ ພ້ອມທັງປະດັບຊັ້ນໃຫ້ຢ່າງສົມກຽດ. ຕອນທ້າຍ ສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ໄດ້ມີຄຳເຫັນໂອ້ລົມພ້ອມທັງເນັ້ນໜັກໃຫ້ຄະນະພັກ - ຄະນະບັນຊາ, ຕະຫຼອດຮອດຜູ້ໄດ້ຮັບໜ້າທີ່ໃໝ່ ແລະ ເລື່ອນຊັ້ນໃນຄັ້ງນີ້ ຈົ່ງຍົກສູງໜ້າທີ່ຮັບຜິດຊອບໃຫ້ສູງກວ່າເກົ່າ, ມີແບບແຜນວິທີເຮັດວຽກຢ່າງຖືກຕ້ອງ, ຍົກສູງຄວາມຮູ້ - ຄວາມສາມາດໃຫ້ສູງຂຶ້ນ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເຕົ້າໂຮມຄວາມສາມັກຄີພາຍໃນ - ພາຍນອກ ໃຫ້ເປັນປຶກແຜ່ນແໜ້ນໜາ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຄັກແນ່, ຈັດຕັ້ງອົບຮົມ - ຫັດແອບເປັນປົກກະຕິ, ເຊື່ອມຊຶມບັນດາເອກະສານຕ່າງໆຂອງຂັ້ນເທິງ, ຍົກສູງວຽກງານພະລາທິການກັບທີ່ບົນຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຮັດໃຫ້ກົມກອງມີແບບແຜນທີ່ທັນສະໄໝ ກາຍເປັນກົມກອງປອດໃສ ເຂັ້ມແຂງ ໜັກແໜ້ນ ໃນຊຸມປີຕໍ່ໜ້າ ທັງຍັງໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະລະກົມກອງສຸມໃສ່ໂຄສະນາສຶກສາອົບຮົມໃຫ້ພະນັກງານ-ນັກຮົບພາຍໃນກົມກອງຂອງຕົນ ມີສະຕິຍົກໃຫ້ເຫັນຄວາມອັນຕະລາຍຮ້າຍແຮງຂອງເຊື້ອພະຍາດ ໂຄວິດ-19 ເອົາໃຈໃສ່ປະຕິບັດມາດຕາການຂອງທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ຂ່າວໂດຍ: ບົວຄຳ ທອງລັດສະໝີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ