ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຊຽງຂວາງສະຫຼຸບວຽກງານຮອບດ້ານປະຈຳໄຕມາດ 3
ເວລາອອກຂ່າວ: 2021-10-18 10:28:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 432 | ຄວາມນິຍົມ:



ກອງປະຊຸມສະຫຼຸບ ວຽກງານຮອບດ້ານປະຈຳໄຕມາດ 3 ແລະທິດທາງແຜນການປະຈຳໄຕມາດ 4 ຂອງກອງບັນຊາການທະຫານ ແຂວງຊຽງຂວາງ  ໄດ້ຈັດຂຶ້ນໃນວັນທີ 14 ຕຸລາ 2021 ນີ້ , ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີ ຄະນະພັກ-ຄະນະບັນຊາ ກອງບັນຊາການເຂົ້າຮ່ວມ.     ສະຫາຍ ພົນຈັດຕະວາ ຂັນທອງ ວົງອຳຄາ ໄດ້ສະຫຼຸບຄືນວຽກງານຮອບດ້ານປະຈຳໄຕມາດ 3 ເຊິ່ງໄລຍະ 3 ເດືອນຜ່ານມາ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ໄດ້ຍຶດໝັ້ນການນຳພາຂອງພັກຢ່າໜັກແໜ້ນ ບົນພື້ນຖານຄວາມເປັນເອກະພາບ ເປັນໝູ່ຄະນະ ແລະມີແບບແຜນວິທີເຮັດວຽກທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງກົມກອງ ເພີ່ມທະວີການສຶກສາອົບຮົມການເມືອງ-ນຳພາແນວຄິດຂອງພະນັກງານ-ນັກຮົບມີຄຸນທາດການເມືອງທີ່ ໜັກແໜ້ນ ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະເປັນກຳລັງແຮງທີ່ໄວ້ວາງໃຈຂອງພັກໄດ້ ພ້ອມທັງໄດ້ປັບປຸງການຈັດຕັ້ງປະຕິບັດລະບຽບແບບແຜນຂອງກອງທັບໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍໄດ້ຈັດຕັ້ງກຳລັງເຄື່ອນໄຫວໃຫຍ່ 14 ຄັ້ງ, ເຄື່ອນໄຫວນ້ອຍ 144 ຄັ້ງ, ຈັດຕັ້ງະບົບປະຈຳການກຽມພ້ອມສູ້ຮົບຕາມ 3 ພາວະຕະຫຼອດ 24 ຊົ່ວໂມງ, ຈັດຕັ້ງເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງສູນກາງພັກ ແລະມະຕິກອງປະຊຸມໃຫຍ່ຄັ້ງທີ 5 ຂອງອົງຄະນະພັກກະຊວງປ້ອງກັນປະເທດ ບາດກ້າວ 1 ແລະ ບາດກ້າວ 2 ໄດ້ສຳເລັດ ໄປຄຽງຄູ່ກັບວຽກງານຮັບປະກັນຊີວິດການເປັນຢູ່ ແລະຜະລິດເປັນສິນຄ້າ ໂດຍສຸມໃສ່ການປູກຝັງລ້ຽງສັດ, ຜະລິດດິນຈີ່ໄດ້ 30 ພັນກ້ອນ, ປູກພືດລົ້ມລຸກໄດ້ 13 ໂຕ່ນ, ຂາຍງົວ 18 ໂຕ, ແບ້ 9 ໂຕ, ໝູ 12 ໂຕ ສັດປີກ 356 ໂຕ ສາມາດສ້າງລາຍຮັບຈາກການຂາຍສັດລ້ຽງ ແລະຜົນລະປູກໄດ້ທັງໝົດ 249 ລ້ານກວ່າກີບ.       ຂ່າວຍັງໃຫ້ຮູຕື່ມອີກວ່າ: ໃນວັນທີ 13 ຕຸລາ 2021 ນີ້ ຄະນະສະເພາະກິດກອງບັນຊາການທະຫານແຂວງຊຽງຂວາງ ໄດ້ສະຫຼຸບວຽກງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ກິແກ້ວ ອາໄພພົງ ຫົວໜ້າຫ້ອງເສນາທິການ ທັງເປັນຫົວໜ້າຄະນະສະເພາະກິດປ້ອງກັນພະຍາດໂຄວິດ-19 ກອງບັນຊາການທະຫານແຂວງ, ພ້ອມດ້ວຍຄະນະສະເພາະກິດຂັ້ນກອງບັນຊາການເຂົ້າຮ່ວມ .        ສະຫາຍ ພັນຕີ ພັນສີ ເທບພະວົງ ຮັກສາການຫົວໜ້າພະແນກເສນາຮັກ ກອງເລຂາ ໄດ້ຂຶ້ນສະຫຼຸບຫຍໍ້ວຽກງານການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະກຽມພ້ອມຮອບດ້ານເພື່ອຕ້ານພະຍາດໂຄວິດ-19 ທົ່ວກຳລັງທ້ອງຖິ່ນແຂວງຊຽງຂວາງ ແມ່ນໄດ້ຈັດຕັ້ງຈຸດກວດກາວັດແທກອຸນຫະພູມ 23 ຈຸດ ເຊິ່ງແຕ່ລະຈຸດ ວິຊາສະເພາະແມ່ນໄດ້ມີຄວາມຮັບຜິດຊອບສູງ ແລະເອົາໃຈໃສ່ໃນການວັດແທກອຸນຫະພູມ ຄົນເຂົ້າ-ອອກປະຕູໂຂງໃນແຕ່ລະມື້ຢ່າງເຂັ້ມງວດ, ພົ່ນຢາຂ້າເຊື້ອຢູ່ບັນດາອົງການ 5 ຫ້ອງ, ກອງຮ້ອຍ 157 ແລະສະໂມສອນ, ເກັບກຳສະຖິຕິພະນັກງານ-ນັກຮົບທີ່ໄດ້ສັກຢາ ແລະບໍ່ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ -19 ປັດຈຸບັນພະນັກງານ-ນັກຮົບໄດ້ສັກຢາວັກຊິນແລ້ວຈຳນວນເຂັມ1 ແລະ ເຂັມ 2ໄດ້ 97,77%,ຍັງບໍ່ທັນໄດ້ສັກ 2,23% ສຳລັບພະນັກງານ-ນັກຮົບບາງກົມກອງທີ່ຢູ່ໃນບໍລິເວນກຸ່ມສ່ຽງປະກອບມີ ກອງພັນ 258 ມີ 12 ສະຫາຍ, ກອງບັນຊາການທະຫານເມືອງຜາໄຊມີ 17 ສະຫາຍ, ຫ້ອງພະລາທິການ 4 ສະຫາຍ, ກອງບັນຊາການທະຫານເມືອງຄູນ 1 ສະຫາຍ, ຫ້ອງການເມືອງ 9 ສະຫາຍ, ກອງຮ້ອຍກໍ່ສ້າງ 5 ສະຫາຍ, ຫ້ອງເສນາທິການ 1 ສະຫາຍ ກອງຮ້ອຍ 216  1 ສະຫາຍ, ໂຮງຮຽນທ້ອງຖິ່ນ 3 ສະຫາຍ, ກອງຮ້ອຍຂົນສົ່ງ 2 ສະຫາຍ, ກອງຮ້ອຍ 158   2 ສະຫາຍ ແລະກອງພັນປັດໃຈ 10 ສະຫາຍ ແຕ່ລະສະຫາຍແມ່ນໄດ້ກັກໂຕ ແລະເກັບຕົວຢ່າງໄປກວດເທື່ອທີ 1 ຜົນອອກມາເປັນລົບ. ສຳລັບທິດທາງແຜນການຕໍ່ໜ້າ ທາງຄະນະສະເພາະກິດແມ່ນຈະໄດ້ສືບຕໍ່ປະສານສົມທົບກັບທີມງານໂຮງໝໍ 101 ເຄື່ອນໄຫວສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານນັກຮົບໃຫ້ໄດ້ຕາມຄາດໝາຍ ສືບຕໍ່ຕັ້ງຈຸດຄັດກອງວັດແທກອຸນຫະພູມຄົນເຂົ້າ-ອອກປະຕູໂຂງແຕ່ລະມື້ໃນຫົວໜ່ວຍກົມກອງ, ເພີ່ມທະວີປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ໃຫ້ເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວ ແຊກຊ້ອນເຂົ້າເຖິງກຳລັງປະກອບອາວຸດທ້ອງຖິ່ນຂອງຕົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ