ພ້ອມກັນເປັນເຈົ້າການ ປະຕິບັດມາດຕະການ ປ້ອງກັນພະຍາດ ໂຄວິດ-19 ຢ່າງເຂັ້ມງວດ
ເວລາອອກຂ່າວ: 2021-10-18 10:45:07 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 257 | ຄວາມນິຍົມ:
ໃນວັນທີ 18 ຕຸລາ 2021 ນີ້, ສະຫາຍ ພັນໂທ ນາງແສງຈັນ ຜາຍຕ້າຍຄໍາ ຫົວໜ້າພະແນກ ຈຸລິນຊີ ວິທະຍາ ສະຖະບັນກັນພະຍາດ ແລະ ສົ່ງເສີມສຸກຂະພາບກອງທັບ ພ້ອມດ້ວຍທີມງານແພດໄດ້ຮັບການແຕ່ງຕັ້ງປະຈໍາພາກສະໝາມໄດ້ລົງກວດຫາເຊື້ອໃຫ້ພະນັກງານ-ນັກຮົບ ພ້ອມດ້ວຍຜູ້ອອກແຮງງານທີ່ກັບມາຈາກຕ່າງປະເທດ ເຊິ່ງ ສະຫາຍ ພັນໂທ ນາງ ແສງຈັນ ຜາຍຕ້າຍຄຳ ໄດ້ ລາຍງານໃຫ້ຮູ້ວ່າ : ໂດຍ ປະຕິບັດສືບຕໍ່ສະກັດກັ້ນການແຜ່ລະບາດຂອງໂຄວິດ ພະຍາດ- 19 ຂອງນາຍົກລັດຖະມົນຕີ ແລະ ເພີ່ມທະວີເອົາໃສ່ຢ່າງເຂັມງວດ ເວົ້າລວມ ເວົ້າສະເພາະ ສູນກັກກັ້ນຈໍາກັດບໍລິເວນຫຼັກ 27 ແມ່ນສູນກັກກັ້ນບໍລິເວນເພື່ອຕິດຕາມຜູ້ທີ່ມີຄວາມສ່ຽງໃນການຕິດເຊື້ອພະຍາດໂຄວິດ-19 ເຊິ່ງ ລັດຖະບານໄດ້ມອບໃຫ້ກະຊວງປ້ອງກັນປະເທດເປັນຜູ້ຄຸ້ມຄອງ ແລະ ໄດ້ເປີດນຳໃຊ້ມາແຕ່ເດືອນມີນາ ປີ 2021 ເປັນຕົນມາໄລຍະຜ່ານມາ ສ່ວນຫຼາຍຜູ້ທີ່ມາຈໍາກັດບໍລະເວນສູນນີ້ແມ່ນແຮງງານທີ່ມາຈາກຕ່າງປະເທດ ເພື່ອເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍ ແລະ ບໍ່ໃຫ້ລະບາດຂອງພະຍາດໂຄວິດ-19 ນັ້ນໜ່ວຍງານສະເພາະກິດຂອງກະຊວງປ້ອງກັນປະເທດຈຶ່ງໄດ້ມອບໝາຍໜ້າທີ່ໃຫ້ສະຖະບັນກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບລົງໃກ້ຊິດຕິດຕາມກວດກາເຊື້ອໃນແຕ່ລະວັນປະຈຳຢູ່ສູນກັກກັ້ນຈຳກັດບໍລິເວນ ຫຼັກ 27 ແລະ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ມີປະສິດທິຜົນສູງ.
ໂດຍອີງໃສ່ມາດຕະການໃນການປ້ອງກັນຕົນເອງ ແລະ ຂອງທ່ານໝໍແລ້ວເພື່ອບໍໃຫ້ມີຄວາມສ່ຽງໃນການຕິດເຊື້ອໃນການປະຕິບັດໜ້າທີ່ໃກ້ຊິດກັບຜູ້ຕິດເຊື້ອ ແລະ ຜູ່ຈຳກັດບໍລິເວນ ທ່ານ ໝໍ ທຸກສະຫາຍ ໄດ້ປະຕິບັດຕາມຫຼັກການ ໃນການປ້ອງກັນຢ່າງເຂັ້ມງວດ ແລະ ທຸກຄົນກໍ່ຕ້ອງພ້ອມກັນເປັນເຈົ້າການໃນການປະຕິບັດມາດຕະການຕ່າງໆຂອງຄະນະສະກິດ ປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະບາດໂຄວິດ -19 ຢ່າງເຂັ້ມງວດ
ພາບ-ຂ່າວ : ເກນ ວິໄລສານ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ