ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 285 ກໍລະນີ
ເວລາອອກຂ່າວ: 2021-10-18 11:20:03 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 400 | ຄວາມນິຍົມ:



ອີງຕາມ ການຖະແຫລງ ຂອງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ  ໃນວັນທີ 18 ຕຸລາ 2021 ວ່າ :ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ໃນ ວັນທີ 17 ຕຸລາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 3.637 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 285 ຄົນ (ຕິດເຊື້ອພາຍໃນ ມີ 280 ຄົນ ແລະ ຕິດເຊື້ອນໍາເຂົ້າ 5 ຄົນ).   ສຳລັບ ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ ໃໝ່ ທັງໝົດ 280 ຄົນ ຊຶ່ງມີລາຍລະອຽດຈາກແຂວງທີ່ມີການຕິດເຊື້ອຫຼາຍຫາ ແຂວງທີ່ມີການຕິດເຊື້ອໜ້ອຍ ດັ່ງນີ້:ແຂວງຫຼວງພະບາງ 101 ຄົນ , ນະຄອນຫຼວງ 83 ຄົນ , ແຂວງວຽງຈັນ 17 ຄົນ,ສະຫວັນນະເຂດ  15 ຄົນ , ສາລະວັນ 14 ຄົນ,ຈໍາປາສັກ 12 ຄົນ , ຫຼວງນໍ້າທາ 8 ຄົນ,ບໍ່ແກ້ວ 3 ຄົນ,ບໍລິຄໍາໄຊ 1 ຄົນ,ອຸດົມໄຊ 1 ຄົນ  ແລະ ແຂວງ ໄຊສົມບູນ 1 ຄົນ .ສໍາລັບຜູ້ຕິດເຊືື້ອພາຍໃນ ໄດ້ນອນຕິດຕາມປິ່ນປົວ ຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້.   ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 5 ຄົນ: ນະຄອນຫຼວງວຽງຈັນ 2 ຄົນ, ແຂວງ ໄຊຍະບູລີ 2 ຄົນ ແລະ ແຂວງສະຫວັນນະເຂດ 1 ຄົນ, ບຸກຄົນດັ່ງກ່າວນີ້ ແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.   ມາຮອດປັດຈຸບັນນີ້ ຍັງມີ 5 ຄົນທີ່ຕິດເຊື້ອ ແຕ່ພວກເຮົາບໍ່ສາມາດຕິດຕໍ່ໄດ້ເທື່ອ ແຕ່ພວກເຮົາກໍ່ໄດ້ພົວພັນກັບອຳນາດປົກຄອງບ້ານ ກໍ່ຄື ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອນຳເອົາຜູ້ກ່ຽວ ເຂົ້າຮັບການປິ່ນປົວໂດຍໄວ, ເຊິ່ງມີລາຍລະອຽດດັ່ງນີ້:  ນາງຄຳໄສ ເພັງເມືອງຄູນ 34 ປີ, ເມືອງນາຊາຍທອງ, ບ້ານສີີເກີດ , ນາງ ທອງປອນ 32 ປີເມືອງຈັນທະບູລີ ບ້ານດົງປ່າແຫຼບ, ທ້າວ ແຈັກ ພິມມະສອນ 34 ປີ ເມືອງຫາດຊາຍຟອງ ບ້ານນາໄຫ,  ນາງ ໝອນ ສາລີວົງ 30 ປີ ເມືອງໄຊທານີ ບ້ານດອນໜູນ ແລະ  ລຸງທອງລຸນ 70 ປີ, ບໍ່ຮູ້ທີ່ຢູ່     ມາຮອດວັນທີ 17 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ  ຢູ່ ສປປ ລາວລວມ 32.314 ຄົນ, ເສຍຊີວິດສະສົມ 40 ຄົນ (ໃໝ່ 0), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 517 ຄົນ, ກໍາລັງປິ່ນປົວ 7.005 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ