ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງຮຽນກໍ່ສ້າງນາຍສິບທະຫານທ້ອງຖິ່ນແຂວງເຊກອງ ເປິດບັ້ນອົບຮົມຫັດແອບ ສົກ 2018-2019
ເວລາອອກຂ່າວ: 2018-11-13 22:39:31 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 249 | ຄວາມນິຍົມ:



ໃນວັນທີ 6 ພະຈິກ 2018 ນີ້້້, ໂຮງຮຽນກໍ່ສ້າງນາຍສິບ ທະຫານທ້ອງຖິ່ນແຂວງເຊກອງ ໄດ້ເປີດບັ້ນອົບຮົມຫັດແອບການ ເມືອງ-ການທະຫານ ແລະ ພະ ລາທິການ-ເຕັກນິກ ຊຸດທີ III ປີ 2018 ໂດຍການເປັນປະ ທານ ຂອງພັນເອກ ທອງສີ ກຸນຊະນະ ຫົວໜ້າການທະຫານກອງບັນ ຊາການທະຫານແຂວງເຊກອງ, ມີຄະນະພັກກອງບັນຊາການ ຈາກອົງການ 5 ຫ້ອງ, ຄະນະ ອຳນວຍການໂຮງຮຽນ, ພະນັກ ງານຄູ-ອາຈານ ພ້ອມດ້ວຍສຳ ມະນາກອນເຂົ້າຮ່ວມ. ພັນຕີ ສຸບັນ ແສງມະນີ ຫົວໜ້າການທະຫານ ໂຮງຮຽນ ດັ່ງກ່າວ ໄດ້ຂຶ້ນຜ່ານແຜນການ ອົບຮົມໃນຄັ້ງນີ້ໂດຍປະຕິບັດ ຕາມໂຄງການຫຼັກສູດຂອງການ ກໍ່ສ້າງນາຍສິບ ລະບົບ 1 ປີ ສະ ບັບປັບປຸງໃໝ່ທີ່ໄດ້ອະນຸມັດໂດຍ ກົມໃຫຍ່ເສນາທິການກອງທັບ ແລະ ອີງໃສ່ຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ວຽກງານ ຂອງກອງທັບໃນໄລຍະໃໝ່ ໂດຍ ສະເພາະແມ່ນການກໍ່ສ້າງພະນັກ ງານບັນຊາທະຫານຮາບຂັ້ນ ພື້ນຖານໃຫ້ມີຄຸນນະພາບສາ ມາດເຮັດສຳເລັດໜ້າທີ່ຕາມການ ຈັດຕັ້ງມອບໝາຍ ແລະ ອີກຢ່າງ ກໍເພື່ອແນໃສ່ເຮັດໃຫ້ພະນັກງານ- ນັກຮົບຢູ່ໃນກົມກອງທ້ອງຖິ່ນ ມີຄຸນທາດການເມືອງໜັກແໜ້ນ, ມີຄວາມອົດທົນໜຽວແໜ້ນຜ່ານ ຜ່າທຸກໆຄວາມຫຍຸ້ງຍາກສາ ມາດກຳໄດ້ບັນດາເນື້ອໃນດ້ານ ສິລະປະຍຸດ-ຍຸດທະວິທີກໍຄືຫຼັກ ການບັນຊາເພື່ອນຳໄປຈັດຕັ້ງ ຜັນຂະຫຍາຍຢູ່ກົມກອງຂອງຕົນ ໃຫ້ມີຄຸນະພາບ ແລະ ກຽມພ້ອມ ສູ້ຮົບໃຫ້ໄດ້ຮັບຜົນສູງ. ໂອກາດດັ່ງກ່າວ ຫົວໜ້າການ ທະຫານ ຍັງໄດ້ຮຽກຮ້ອງໃຫ້ ບັນດາພະນັກງານຄູ-ອາຈານ ແລະ ສຳມະນາກອນ ຈົ່ງພ້ອມ ກັນເອົາໃຈໃສ່ໃນການຮຽນ-ການສອນ ແນໃສ່ຄຸນະພາບເປັນ ບັນຫາສຳຄັນເພື່່ອພ້ອມກັນ ເຮັດສຳເລັດໜ້າທີ່ໃນການປະ ກອບສ່ວນພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດເວົ້າລວມເວົ້າສະເພາະ ແມ່ນຢູ່ໃນຂອບເຂດກົມກອງ ທ້ອງຖິ່ນຂອງຕົນຮັບຜິດຊອບ ໃຫ້ມີຄວາມສະຫງົບ ແລະ ມີ ຄວາມຮັບປະກັນ 100%. ໂດຍ: ຮທ ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ