ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງຮ້ອຍ 202 ທະຫານແຂວງຫລວງພະບາງ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ 19 ຢ່າງເຂັ້ມງວດ.
ເວລາອອກຂ່າວ: 2021-10-21 11:38:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 380 | ຄວາມນິຍົມ:



ໃນວັນທີ 18 ຕຸລາ 2021 ນີ້, ສະຫາຍ ພັນໂທ ບຸນຫລ້າ ສີມອົມຄຸນສຸລິດ ເລຂາໜ່ວຍພັກ ຫົວໜ້າການເມືອງກອງຮ້ອຍກໍ່ສ້າງຮາກຖານ 202 ທະຫານແຂວງຫຼວງພະບາງ ພ້ອມຄະນະ ໄດ້ລົງເຄື່ອນໄຫວຊຸກຍູ້ພະນັກງານ - ນັກຮົບ ທີ່ປະຈໍາຢູ່ຈຸດກວດກາ ຄົນເຂົ້າ - ອອກລະຫ່ວາງເຂດແດນເມືອງພູຄູນ ແລະ ເມືອງຊຽງເງິນ ເພື່ອສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ພວມແຜ່ຢ່າງຮ້າຍແຮງຢູ່ພາຍໃນແຂວງກໍ່ຄືບັນດາເມືອງ ແລະ ຮາກຖານບ້ານແຕ່ລະທ້ອງຖິ່ນຢູ່ພາຍໃນແຂວງຫຼວງພະບາງ ເຊິ່ງບັນດາໜ່ວຍສະເພາະກິດແຕ່ລະຂັ້ນກໍ່ໄດ້ເປັນເຈົ້າການປະຕິບັດດ້ວຍຄວາມຮັບຜິດຊອບສູງ. ໂດຍປະຕິບັດຕາມຄໍາສັ່ງຂອງຫ້ອງເສນາທິການທະຫານແຂວງຫຼວງພະບາງ ກ່ຽວກັບການຫັນກົມກອງຈາກພາວະປົກກະຕິສູ່ພາວະເພີ່ມທະວີທຸກຮູບແບບເພື່ອກຽມຮັບມືກັບສະພາບການທີ່ຈະເກີດຂຶ້ນໃນພື້ນທີ່ຂອບເຂດຮັບຜິດຊອບໃຫ້ທັນເວລາ ໃນນີ້ຄະນະພັກ - ຄະນະບັນຊາກໍ່ໄດ້ມອບໝາຍໜ້າທີ່ໃຫ້ພາກສ່ວນແພດຂອງກົມກອງກວດວັດແທກອູ່ນຫະພູມໃຫ້ພະນັກງານ - ນັກຮົບພະນັກງານຢ່າງເປັນປະຈໍາ, ກວດກາຄົນເຂົ້າ - ອອກທຸກເຊົ້າ - ແລງກ່ອນເຂົ້າປະຕິບັດໜ້າທີ່ວຽກງານ, ຖ້າຫາກສະຫາຍໃດມີອາການຜິດປົກກະຕິກໍ່ຕ້ອງຮີບຮ້ອນລາຍງານການຈັດຕັ້ງພາກສ່ວນກ່ຽວຂ້ອງເພື່ອຕິດຕາມອາການ ແລະ ກັກບໍລິເວນຕົນເອງຈົນກວ່າຄົບ 14 ວັນໃນເມື່ອບໍ່ສະແດງອາການຫັຍງກໍ່ປະຕິບັດວຽກງານຢູ່ກົມກອງເປັນປົກກະຕິແຕ່ບົນພື້ນຖານນັ້ນແມ່ນຕ້ອງໄດ້ປະຕິບັດຕາມມາດຕະການທີ່ທາງໜ່ວຍສະເພາະກິດຂອງແຂວງ, ເມືອງວາງອອກໃຫ້ເຂັ້ມງວດ, ເປັນຕົ້ນຈະໄປມາທາງໃດຕ້ອງໃສ່ຜ້າອັດປາກທຸກຄັ້ງ, ລ້າງມືດ້ວຍເຈວທີ່ມີທາດເຫຼົາປະສົມເພື່ອຂ້າເຊື້ອພະຍາດ, ການຮັກສາໄລຍະຫ່າງ ແລະ ຫຼີກເວັ້ນໄປບ່ອນທີ່ມີຄວາມສ່ຽງສະຖານທີ່ຕ່າງໆ ທີ່ຈະພາໃຫ້ຕິດພະຍາດໂຄວິດ 19 ສະນັ້ນທຸກໆ ຄົນຕ້ອງເປັນເຈົ້າການຮ່ວມແຮງ, ຮ່ວມໃຈກັນເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ 19 ຢູ່ໃນທ້ອງຖິ່ນຂອບເຂດຮັບຜິດຊອບໃຫ້ໝົດໄປເພື່ອຈະໄດ້ກັບຄືນມາໃຊ້ຊີວິດຢ່າງເປັນປົກກະຕິ. ຂໍ້ມູນ: ແສງທອງ ອຸດົມພອນ. ຮຽບຮຽງ: ໄຊຍະສອນ ລັດຕະນະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ