ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສປປ ເກົາຫຼີ ສຳເລັດການທົດລອງຍິງຂີປະນາວຸດນຳວິຖີຂ້າມທະວີບຈາກເຮືອດຳນ້ຳແບບໃໝ່
ເວລາອອກຂ່າວ: 2021-10-21 15:11:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 25 | ຄວາມນິຍົມ:



ຕາມການລາຍງານຂ່າວຂອງສຳນັກຂ່າວສານ ສປປ ເກົາຫລີ ວັນທີ 21 ຕຸລາ ນີ້ໄດ້ໃຫ້ຮູ້ວ່າ: ສະຖາບັນວິທະຍາສາດປ້ອງກັນປະເທດ ສປປ ເກົາຫລີ ໄດ້ທົດລອງຍິງຂີປະນາວຸດນຳວິຖີຂ້າມທະວີບຈາກເຮືອດຳນ້ຳແບບໃໝ່ຢ່າງສຳເລັດຜົນໃນວັນທີ 19 ຕຸລາ ນີ້. ຂີປະນາວຸດດັ່ງກ່າວຈະເປັນສ່ວນສຳຄັນໃນການຍົກສູງເຕັກນິກປ້ອງກັນປະເທດ ແລະປັບປຸງຄວາມສາມາດດ້ານການສູ້ຮົບໃຕ້ນ້ຳຂອງທະຫານເຮືອ ສປປ ເກົາຫລີ ໃຫ້ດີຂຶ້ນ. ທ່ານນາງ ເຈນ ປະຊາກີ ໂຄສົກທຳນຽບຂາວອາເມຣິກາໄດ້ກ່າວປະນາມການທົດລອງຍິງຂີປະນາວຸດຂອງ ສປປ ເກົາຫລີ ຄັ້ງນີ້ໃນກອງປະຊຸມຖະແຫລງຂ່າວປະຈຳທີ່ຈັດຂຶ້ນໃນວັນທີ 19 ຕຸລານີ້, ໂດຍເຫັນວ່າມີຄວາມຈຳເປັນອັນຮີບດ່ວນທີ່ຕ້ອງມີການເຄື່ອນໄຫວດ້ານການຕ່າງປະເທດ ແລະຈັດການສົນທະນາກັນ. ການລາຍງານຂ່າວຂອງສຳນັກຂ່າວສານ ສປປ ເກົາຫລີ ແຈ້ງໃຫ້ຮູ້ອີກວ່າ: ສະຖາບັນວິທະຍາສາດປ້ອງກັນປະເທດ ສປປ ເກົາຫລີ ໄດ້ທົດລອງຍິງຂີປະນາວຸດປ້ອງກັນທາງອາກາດແບບໃໝ່ຢ່າງສຳເລັດຜົນ. ເດືອນກັນຍາທີ່ຜ່ານມາ, ສປປ ເກົາຫລີ ໄດ້ທົດລອງຍິງຂີປະນາວຸດຫລາຍຄັ້ງ, ລວມທັງຂີປະນາວຸດຄຣຸສໄລຍະໄກ, ຂີປະນາວຸດເຄື່ອນທີ່ໄດ້ ສາມາດຕິດຕັ້ງຢູ່ລົດໄຟ ແລະຂີປະນາວຸດໄຮເປີໂຊນິກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ