ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເມືອງປາກທາ ແຂວງບໍ່ແກ້ວສຳເລັດບັ້ນອົບຮົມ-ຫັດແອບຍິງລູກປືນແທ້ ປະຈຳປີ 2021
ເວລາອອກຂ່າວ: 2021-10-22 15:45:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1629 | ຄວາມນິຍົມ:



ຫວາງບໍ່ດົນມານີ້, ກອງບັນຊາການທະຫານເມືອງປາກທາໄດ້ສຳເລັດບັ້ນອົບຮົມ-ຫັດແອບຍິງລູກປືນແທ້ ປະຈຳປີ 2021 ຢູ່ທີສະໜາມແອບຂອງຕົນ ພາຍໃຕ້ການເປັນປະທານຂອງສະຫາຍ ພັນໂທ ພອນສະຫັວນ ສຸລິຄຳ ຫົວໜ້າການທະຫານກອງບັນຊາການທະຫານເມືອງປາກທາ ເປັນກຽດເຂົ້າຮ່ວມຂອງສະຫາຍ ສຸໄລ ດວງຜາຄຳ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງປາກທາ, ມີບັນດາຄູຝຶກ, ພະນັກງານ-ນັກຮົບ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍຮ້ອຍເອກ ຈັນທີ ໄຊຍະລາດ ຫົວໜ້າຂະແໜງອົບຮົມກອງບັນຊາການທະຫານເມືອງປາກທາ ໄດ້ໃຫ້ຮູ້ວ່າ: ໃນການປະຕິບັດອົບຮົມ-ຫັດແອບຍິງລູກປືນແທ້ໃນຄັ້ງນີ້ແມ່ນໄດ້ແບ່ງເປັນ 2 ບົດຄື: ບົດບຸກຕີກາງເວັນ ແລະ ບົດຈັງທ່າກາງເວັນ ໃນການຊອມຍິງລູກປືນແທ້ ແລະ ກໍ່ເພື່ອເປັນການກວດຜົນຂອງການອົບຮົມ-ຫັດແອບຂອງພະນັກງານ-ນັກຮົບພາຍໃນກົມກອງ ພາຍຫຼັງສໍາເລັດການອົມຮົມຮໍ່າຮຽນທາງດ້ານທິດສະດີຫຼັກການຜ່ານມາ ຈຶ່ງໄດ້ປະຕິບັດຍິງເປົ້າໝາຍດ້ວຍລູກປືນແທ້, ຜ່ານການປະຕິບັດຍິງລູກປືນແທ້ຕົວຈິງ ເຫັນວ່າແຕ່ລະສະຫາຍສາມາດກໍາໄດ້ໃນຈັງຫວະຕ່າງໆ ແລະ ນັກຍິງໄດ້ດັບສູນເປົ້າໝາຍ ກວມເອົາອັດຕາສ່ວນຫຼາຍ, ໃນການຫັດແອບຄັ້ງນີ້ ກໍເພື່ອອົບຮົມໃຫ້ພະນັກງານ-ນັກຮົບ ກໍາໄດ້ທາງດ້ານທິດສະດີ, ຫຼັກການຈັດຕັ້ງກຽມພ້ອມສູ້ຮົບ, ໝູນໃຊ້ຄວາມຮູ້, ຄວາມສາມາດ ແລະ ບົດຮຽນທີ່ໄດ້ຮຽນຜ່ານມາເຂົ້າໃນການຈັດຕັ້ງປະຕິບັດຕົວຈິງ ໃຫ້ໄດ້ຮັບຜົນດີ, ຮູ້ໝູນໃຊ້ຍຸດທະວິທີເຂົ້າໃນການເຄື່ອນໄຫວສູ້ຮົບ ກັບເງື່ອນໄຂສະພາບພູມີປະເທດຕົວຈິງ, ການດັບສູນໄດ້ເປົ້າໝາຍຕາມລໍາດັບບາດກ້າວຂອງການຊ້ອມຮົບ ຜ່ານການອົບຮົມຫັດແອບໄດ້ສຳເລັດຕາມແຜນການ ແລະ ມີຄວາມປອດໄພ 100%. ຈາກນັ້ນທ່ານເຈົ້າເມືອງ ເມືອງປາກທາຍັງໄດ້ມອບວັດຖຸປັດໃຈເປັນເງິນຈຳນວນ 2.000 000 ກີບ ເພື່ອຊຸກຍູ້ເຂົ້າໃນວຽກງານອົບຮົບ-ຫັດແອບໃນຄັ້ງນີ້ ຕ່າງໜ້າຮັບໂດຍ ສະຫາຍ ພັນໂທ ພອນສະຫັວນ ສຸລິຄຳ ຫົວໜ້າການທະຫານ ກອງບັນຊາການທະຫານເມືອງປາກທາ ພ້ອມທັງສະແດງຄວາມຂອບໃຈ ມາຍັງການນຳຂອງເມືອງທີເຫັນໄດ້ຄວາມສຳຄັນຂອງໜ້າທີ່ວຽກງານອົບຮົມ-ຫັດແອບ ແລະ ສັນຍາວ່າຈະນຳເອົາວັດຖຸປັດໃຈດັ່ງກ່າວໄປໜູນໃຊ້ເຂົ້າໃນໜ້າວຽກຕົວຈິງ ພ້ອມທັງປັບປຸງກໍ່ສ້າງກຳລັງກໍ່ຄືກົມກອງໃຫ້ເກີດປະໂຫຍດສູງສຸດ. ພາບ-ຂ່າວ: ພຸດສາຄອນ ພັນມີໄຊ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ