ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເຂດ II ແຫ່ງ ສສ ຫວຽດນາມ ມອບໃບຍ້ອງຍໍໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2021-10-22 15:53:40 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 690 | ຄວາມນິຍົມ:



ຕອນເຊົ້າວັນທີ 16 ຕຸລາ ປີ 2021 ນີ້ ຢູ່ທີ ຫ້ອງປະຊຸມກອງບັນຊາການທະຫານແຂວງຜົ້ງສາລີໄດ້ຈັດໃຫ້ມີ ພິທີຕ້ອນຮັບ ສະຫາຍ ພັນເອກ ພານແມ້ງຮຸ່ງ ຮອງຫົວໜ້າກອງຂຸດຄົ້ນອັດຖິ ທະຫານອາສາສະໝັກຫວຽດນາມ ປະຈຳພາກເໜືອ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກຳມະການປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ. ໂອກາດນີີ້ ສະຫາຍ ພັນເອກ ພານແມ້ງຮຸ່ງ ໄດ້ລາຍງານສະພາບການເຄື່ອນໄຫວຄັ້ງນີ້ ໃຫ້ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ຊາບ ໂດຍສະເພາະແມ່ນຄະນະປະຕິບັດງານພິເສດ ທະຫານເຂດ II ແຫ່ງ ສສ ຫວຽດນາມ ໄດ້ເຮັດໜ້າທີຊອກຫາ ຂຸດຄົ້ນ ແລະ ເຄື່ອນຍ້າຍອັດຖິ ທະຫານ ອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ 6 ແຂວງ ພາກເເໜືອຂອງ ສປປ ລາວ ກັບຄືນສູ່ ສສ ຫວຽດນາມ. ໂອກາດນີ້ ສະຫາຍ ພັນເອກ ພານແມ້ງຮຸ່ງ ຮອງຫົວໜ້າ ກອງຂຸດຄົ້ນອັດຖິ ທະຫານອາສາສະໝັກຫວຽດນາມ ປະຈຳພາກເໜືອ ໄດ້ຕ່າງໜ້າທະຫານເຂດ II ມອບໃບຍ້ອງຍໍໃຫ້ກອງບັນຊາການທະຫານແຂວງຜົ້ງສາລີ ແລະ ກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ກຳມະການປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີີ. ການມອບ-ຮັບໃບຍ້ອງຍໍຄັ້ງນີ້ ແມ່ນການຊົມເຊີຍ ຜົນງານອັນສະຫງ່າງາມ ທີ່ກອງບັນຊາການທະຫານແຂວງຜົ້ງສາລີ ເຮັດສຳເລັດໜ້າທີ່ການຮ່ວມມື ຂອງສອງພັກ ສອງລັດ ເວົ້າລວມເວົ້າສະເພາະ ແມ່ນການຮ່ວມມືຊອກຫາ, ຂຸດຄົ້ນອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ຕະຫຼອດໄລຍະທີ່ຜ່ານມາໄດ້ສຳເລັດຕາມຄາດໝາຍ. ຈາກນີ້ ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ພັນເອກ ພານແມ້ງຮຸ່ງ ພ້ອມດ້ວຍຄະນະກໍ່ຄື ທະຫານເຂດ II ແຫ່ງ ສສ ຫວຽດນາມ ທີ່ມີຄວາມເປັນຫ່ວງເປັນໃຍຕໍ່ກອງບັນຊາການທະຫານແຂວງຜົ້ງສາລີ ພ້ອມທັງສັນຍາວ່າຈະໃຫ້ຄວາມຮ່ວມມືແບບພິເສດທີ່ຢືນຢົງຍາວນານ ລະຫວ່າງສອງພັກ ສອງລັດ. ເວົ້າສະເພາະແມ່ນກອງບັນຊາການທະຫານແຂວງຜົ້ງສາລີີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທະຫານເຂດ II ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມໃຫ້ນັບມືດີຂຶ້ນເລື້ອຍໆ. ຂ່າວ, ພາບ: ບຸນປະເສີດ ສີສົມພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ