ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນໃຫຍ່ 584
ເວລາອອກຂ່າວ: 2021-10-22 15:56:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ:



ໃນວັນທີ 20 ຕຸລາ 2021 ນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຮັກສາການຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ກອງພັນໃຫຍ່ 584 ໂດຍການຕອນຮັບຂອງສະຫາຍ ພັນເອກ ມອນໄທ ສະລິດໄຊ ຫົວໜ້າການທະຫານກອງພັນໃຫຍ່ 584 ພ້ອມດ້ວຍຄະນະ. ສະຫາຍພັນເອກ ມອນໄທ ສະລິດໄຊ ໄດ້ລາຍງານໂດຍຫຍໍ້ໃນການປະຕິບັດໜ້າທີ່ວຽກງານທີ່ພົ້ນເດັ່ນຢ່າງ ຮອບດ້ານ ແລະ ເປັນຮູບປະທໍາຕົວຈິງ ຕາມທິດຊີ້ນໍາຂອງພັກ-ລັດ ໂດຍໄດ້ຖືເອົາວຽກງານສຶກສາ ອົບຮົມການເມືອງ-ນໍາພາແນວຄິດ, ໂດຍສະເພາະແມ່ນໄດ້ນໍາເອົາບັນດາມະຕິຄໍາສັ່ງ, ຂໍ້ກໍານົດລະບຽບ, ກົດໝາຍຂອງພັກ-ລັດ, ຂອງກອງທັບ, ຂອງກົມກອງມາຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມາຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດ ເພື່ອໃຫ້ມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິຕໍ່ການຈັດຕັ້ງສູງ ແລະ ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ພ້ອມກັນນັ້ນກໍ່ໄດ້ເອົາໃຈໃສຫັນລົງກໍ່ສ້າງຖານການເມືອງ ແບບມູນເຊື້ອ ຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານຕາມທິດຊີນໍາຂອງຂັ້ນເທີງ ເຮັດໃຫ້ຂອບເຂດຂອງກົມກອງຕັ້ງທັບຢູ່ມີຄວາມສະຫງົບປອດໄພໂດຍພື້ນຖານ. ການລົງຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີສະຫາຍ ພົນຕີ ຈັນທອງ ສອນຕະອາດ ພ້ອມດ້ວຍຄະນະ ຍັງໄດ້ລົງກວດກາ, ຢຽມຢາມເບີ່ງຊີວິດການເປັນຢູ່ຂອງອ້າຍນ້ອງພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ປະຈໍາປ້ອມຊໍາທອງ ກອງພັນ 518, ກອງພັນ 575 ແລະ ກອງຮ້ອຍປ້ອງກັນທີ່ຕັ້ງພູລາດສະວັງ. ໃນໂອກາດນີ້ ສະຫາຍ ພົນຕີ ຈັນທອງ ສອນຕະອາດ ໄດ້ມີຄໍາເຫັນ ແລະ ໃຫ້ກຽດໂອລົມ ຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ເຊີ່ງສະຫາຍໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາເອົາໃຈໃສ່ສຶກສາອົມຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບເປັນກົກ ແລະ ຫັນລົງກໍ່ສ້າງຮາກຖານການເມືອງແບບມູນເຊື້ອ ແລະ ພັດທະນາຊົນນະບົດຮອບດ້ານ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນທາງດ້ານການເມືອງ ຕິດພັນກັບວຽກງານວິຊາສະເພາະ ກໍ່ຄືໜ້າທີ່ການເມືອງຂອງກົມກອງໃຫ້ໄດ້ຮັບຜົນສໍາເລັດສູງ ເພື່ອພັດທະນາກົມກອງໃຫ້ມີຄວາມສີວິໄລ ມີແບບແຜນທັນສະໄໝ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ