ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການ​ນຳ​ແຂວງ​ອຸ​ດົມ​ໄຊ ເຂົ້າ​ອວຍ​ພອນ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາກອງ​ພົນ​ທີ 3
ເວລາອອກຂ່າວ: 2021-10-23 10:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 794 | ຄວາມນິຍົມ:



ໃນ​ຕອນ​ເຂົ້າ​ຂອງວັນ​ທີ 20 ຕຸ​ລາ ປີ2021ນີ້, ການ​ນຳ​ແຂວງ​ອຸ​ດົມ​ໄຊໄດ້​ເຂົ້າ​ອວຍ​ພອນຄະ​ນະ​ພັກ-ຄະ​ນະ​ບັນ​ຊາ​ກອງ​ພົນ​ທີ3 ຢູ່​ທີ່ຫ້ອງ​ປະ​ຊຸມ​ຂອງກອງ​ພົນ​ທີ3 ເຊິ່ງ​ນຳ​ໂດຍ​ສະ​ຫາຍ ​ຄຳ​ພຽງ ຢາ​ຈົງ​ວາ ຮອງ​ເລ​ຂາ​ພັກ​ແຂວງ ຮອງ​ເຈົ້າ​ແຂວງ​ອຸ​ດົມ​ໄຊ ພ້ອມ​ຄະ​ນະ,  ໂດຍ​ການ​ຕ້ອນ​ຮັບ​ຂອງ ສະ​ຫາຍ ​ພົນ​ຈັດ​ຕະ​ວາ​ ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາ​ດ ຫົວ​ໜ້າ​ການ​ທະ​ຫານ, ສະ​ຫາຍ​ພັນ​ເອກ ​ສໍ​ຍັນ ລໍ​ອິນ​ສອນ ຫົວ​ໜ້າ​ການ​ເມືອງ ກອງ​ພົນ​ທີ3 ​ພ້ອມ​ຄະ​ນະ    ເນື່ອງ​ໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ກອງ​ພົນ​ທີ3 ຄົບ​ຮ​ອບ40 ປີ(25/10/1981-25/10/2021)        ໂອ​ກາດນີ້​, ສະ​ຫາຍ  ຄຳ​ພຽງ ຢາ​ຈົງ​ວາ ຕາງ​ໜ້າ​ການ​ນຳ​ພັກ-ລັດ ໄດ້ນຳ​ເອົາ​ຄວາມ​ຢື້​ຢາມ​ຖາມ​ຂ່າວຄວາມ​ສາ​ມັກ​ຄີ​ຮັກ​ແພງ​ອັນ​ອົບ​ອຸ່ນ , ຄຳ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາຍັງ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາ, ພະ​ນັກ​ງານ-ນັກ​ຮົບ​ກອງ​ພົນ​ທີ3 ​ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ ມີ​ຄວາມ​ພາ​ສຸກ​ໃນ​ຊີ​ວິດ​ສ່ວນ​ຕົວ ແລະ ຄອບ​ຄົວ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ໜ້າ​ທີ່ການ​ງານ​ອັນ​ມີ​ກຽດ​ສະ​ຫງ່າ​ຂອງ​ທ່ານ​ທີ່ພັກ-ລັດ​ຂັ້ນ​ເທິງກໍ່​ຄື​ປະ​ຊາ​ຊົນ​ມອບ​ໝາຍ​ໃຫ້, ຊີ້​ນຳ-ບັນ​ຊາ​ກອງ​ພົນ​ທີ3 ກ້າວຂຶ້ນໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມ​ແຂງ ໜັກ​ແໜ້ນ ແລະ ທັນ​ສະ​ໄໝ, ປົກ​ປັກ​ຮັກ​ສາ​ພື້ນ​ແຜ່ນ​ດິນ​ທີ່ແສນ​ຮັກ​ໃນ​ເຂດ​ແຂວງ​ພາກ​ເໜືອ​ໂດຍ​ສະ​ເພາະ​ກໍ່​ຄື​ຂອບ​ເຂດ​ແຂວງ​ອຸ​ດົມ​ໄຊ​ໃຫ້​ມີ​ຄວາມ​ສະ​ຖຽນ​ລະ​ພາບ ປະ​ຊາ​ຊົນ​ສູ່ທາງ​ທຳ​ມາ​ຫາ​ກິນ ການດຳ​ລົງ​ຊີ​ວິດ​ດີ​ຂຶ້ນກວ່າ​ເກົ່າ,    ໂອ​ກາດ​ດັ່ງ​ກ່າວນີ້ກໍ່​ຍັງ​ໄດ້​ຊຸກຍູ້ເງິນ​ໃຫ້​ກອງ​ພົນ​ທີ3 ຈຳ​ນວນ20 ລ້ານ​ກີບ ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ປັບ​ປຸງກໍ່​ສ້າງ​ກົມ​ກອງ​.      ​ໂອ​ກາດນີ້​ , ສະ​ຫາຍ ​ພົນ​ຈັດ​ຕະ​ວາ ​ໄຊ​ຍະ​ວົງ ໄຊ​ນາມ​ທິ​ລາດ​ ກໍ່​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ຄະ​ນະ​ນຳ​ແຂວງ​ອຸ​ດົມ​ໄຊທີ່ເຂົ້າ​ມາ​ອວຍ​ພອນ​ໃນ​ຄັ້ງ​ນີ້, ເນື່ອງໃນ​ໂອ​ກາດ​ວັນ​ສ້າງ​ຕັ້ງ​ກອງ​ພົນ​ທີ3ຄົບ​ຮອບ40ປີ ຕາງ​ໜ້າ​ຄະ​ນະ​ພັກ-ຄະ​ນະ​ບັນ​ຊາ​ກອງ​ພົນ​ທີ3 ຂໍສະ​ແດງ​ຄວາມ​ຂອບ​ໃຈ ແລະ​ຄວາມ​ຮູ້​ບູນ​ຄຸນ​ອັນ​ລົ້ນ​ເຫຼື່ອ​ມາ​ຍັງ​ການ​ນຳ​ພັກ-ລັດ​ກໍ່​ຄື​ປະ​ຊາ​ຊົນ​​ຊາວ​ແຂວງ​ອຸ​ດົມ​ໄຊ ທີ່ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ເບິ່ງ​ແຍງ​ພະ​ນັກ​ງານ-ນັກ​ຮົບ​ກອງ​ພົນ​ທີ3 ຕະຫຼອດ​ມາ,  ພ້ອມ​ທັງ​ອວຍ​ພອນ​ໄຊ​ອັນ​ປະ​ເສີດ​ມາ​ຍັງ​ສະ​ຫາຍ ​ຄຳ​ພຽງ ຢາ​ຈົງ​ວາ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ສຸກ​ໃນ​ຊີ​ວິດ​ສ່ວນ​ຕົວ​ແລະ​ຄອບ​ຄົວ, ເຮັດ​ສຳ​ເລັ​ດ​ໜ້າ​ທີ່ທີ່ການ​ເມືອງ​ທີ່ຂັນ​ເທິງມອບ​ໝາຍ​ໃຫ້. ໂດຍ:ທອງ​ເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ