ການນຳແຂວງອຸດົມໄຊ ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນທີ 3
ເວລາອອກຂ່າວ: 2021-10-23 10:14:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 824 | ຄວາມນິຍົມ:
ໃນຕອນເຂົ້າຂອງວັນທີ 20 ຕຸລາ ປີ2021ນີ້, ການນຳແຂວງອຸດົມໄຊໄດ້ເຂົ້າອວຍພອນຄະນະພັກ-ຄະນະບັນຊາກອງພົນທີ3 ຢູ່ທີ່ຫ້ອງປະຊຸມຂອງກອງພົນທີ3 ເຊິ່ງນຳໂດຍສະຫາຍ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງອຸດົມໄຊ ພ້ອມຄະນະ, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ຫົວໜ້າການທະຫານ, ສະຫາຍພັນເອກ ສໍຍັນ ລໍອິນສອນ ຫົວໜ້າການເມືອງ ກອງພົນທີ3 ພ້ອມຄະນະ ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ3 ຄົບຮອບ40 ປີ(25/10/1981-25/10/2021)
ໂອກາດນີ້, ສະຫາຍ ຄຳພຽງ ຢາຈົງວາ ຕາງໜ້າການນຳພັກ-ລັດ ໄດ້ນຳເອົາຄວາມຢື້ຢາມຖາມຂ່າວຄວາມສາມັກຄີຮັກແພງອັນອົບອຸ່ນ , ຄຳອວຍພອນໄຊອັນປະເສີດມາຍັງຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບກອງພົນທີ3 ຈົ່ງມີສຸຂະພາບແຂງແຮງ ມີຄວາມພາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ປະສົບຜົນສຳເລັດໃນໜ້າທີ່ການງານອັນມີກຽດສະຫງ່າຂອງທ່ານທີ່ພັກ-ລັດຂັ້ນເທິງກໍ່ຄືປະຊາຊົນມອບໝາຍໃຫ້, ຊີ້ນຳ-ບັນຊາກອງພົນທີ3 ກ້າວຂຶ້ນໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ ແລະ ທັນສະໄໝ, ປົກປັກຮັກສາພື້ນແຜ່ນດິນທີ່ແສນຮັກໃນເຂດແຂວງພາກເໜືອໂດຍສະເພາະກໍ່ຄືຂອບເຂດແຂວງອຸດົມໄຊໃຫ້ມີຄວາມສະຖຽນລະພາບ ປະຊາຊົນສູ່ທາງທຳມາຫາກິນ ການດຳລົງຊີວິດດີຂຶ້ນກວ່າເກົ່າ,
ໂອກາດດັ່ງກ່າວນີ້ກໍ່ຍັງໄດ້ຊຸກຍູ້ເງິນໃຫ້ກອງພົນທີ3 ຈຳນວນ20 ລ້ານກີບ ເພື່ອນຳໃຊ້ເຂົ້າໃນການປັບປຸງກໍ່ສ້າງກົມກອງ.
ໂອກາດນີ້ , ສະຫາຍ ພົນຈັດຕະວາ ໄຊຍະວົງ ໄຊນາມທິລາດ ກໍ່ໄດ້ສະແດງຄວາມຂອບອົກຂອບໃຈມາຍັງຄະນະນຳແຂວງອຸດົມໄຊທີ່ເຂົ້າມາອວຍພອນໃນຄັ້ງນີ້, ເນື່ອງໃນໂອກາດວັນສ້າງຕັ້ງກອງພົນທີ3ຄົບຮອບ40ປີ ຕາງໜ້າຄະນະພັກ-ຄະນະບັນຊາກອງພົນທີ3 ຂໍສະແດງຄວາມຂອບໃຈ ແລະຄວາມຮູ້ບູນຄຸນອັນລົ້ນເຫຼື່ອມາຍັງການນຳພັກ-ລັດກໍ່ຄືປະຊາຊົນຊາວແຂວງອຸດົມໄຊ ທີ່ໄດ້ໃຫ້ການຊ່ວຍເຫຼືອເບິ່ງແຍງພະນັກງານ-ນັກຮົບກອງພົນທີ3 ຕະຫຼອດມາ, ພ້ອມທັງອວຍພອນໄຊອັນປະເສີດມາຍັງສະຫາຍ ຄຳພຽງ ຢາຈົງວາຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກໃນຊີວິດສ່ວນຕົວແລະຄອບຄົວ, ເຮັດສຳເລັດໜ້າທີ່ທີ່ການເມືອງທີ່ຂັນເທິງມອບໝາຍໃຫ້.
ໂດຍ:ທອງເລື່ອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ