ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຜົ້ງສາລີ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານ
ເວລາອອກຂ່າວ: 2021-10-23 13:33:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 492 | ຄວາມນິຍົມ:



ໃນວັນທີ 20 ຕຸລາ 2021 ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດພິທີ ປະກາດການເລື່ອນຊັ້ນໃຫ້ນາຍ ແລະ ພົນທະຫານທົ່ວທະຫານແຂວງ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ  ຫົວໜ້າການເມືອງກອງບັນຊາການທະຫານແຂວງຜົ້ງສາລີ, ເຂົ້າຮ່ວມມີສະຫາຍ ພັນເອກ ຊຽງເພັງ ບົວລະວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີບັນດາສະຫາຍໃນຄະນະປະຈຳພັກ, ຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງ, ກົມກອງອ້ອມຂ້າງ, ພະນັກງານ-ນັກຮົບ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ທອງໄຫຼ ໄຊທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກກອງບັນຊາການທະຫານແຂວງ ວ່າດ້ວຍການບົງບົວແຕ່ງຕັ້ງເລຂາ, ຮອງເລຂາ, ຄະນະພັກຮາກຖານ, ປະກາດສ້າງຕັ້ງໜ່ວຍພັກໃໝ່ບົ່ງຕົວເລຂາ, ຮອງເລຂາ ຄະນະໜ່ວຍພັກໃນອົງການ 5 ຫ້ອງກອງບັນຊາການທະຫານແຂວງ ແລະ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານກອງບັນຊາການທະຫານແຂວງຜົ້ງສາລີ ໃນນີ້ເລື່ອນຊັ້ນຮ້ອຍເອກຂຶ້ນຊັ້ນພັນຕີຈໍານວນ 32 ສະຫາຍ, ຮ້ອຍໂທຂຶ້ນຮ້ອຍເອກ 36 ສະຫາຍ, ຮ້ອຍຕີຂຶ້ນຮ້ອຍໂທ 50 ສະຫາຍ, ວາທີຂຶ້ນຮ້ອຍຕີ 60 ສະຫາຍ, ຈາກນັ້ນ ສະຫາຍ ພັນໂທ ນຸດ ດວງສີວັນ ຄະນະພັກກອງບັນຊາການ ຮອງຫົວໜ້າຫ້ອງເສນາທິການ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກອງບັນຊາການທະຫານແຂວງຜົ້ງສາລີ ວ່າດ້ວຍການເລື່ອນຊັ້ນນາຍສິບ ແລະ ພົນທະຫານຢູ່ກອງບັນຊາການທະຫານແຂວງຜົ້ງສາລີ ໃນນີ້ ເລື່ອນຊັ້ນສິບໂທຂຶ້ນສິບເອກຈໍານວນ 11 ສະຫາຍ ແລະ ສິບຕີຂຶ້ນສິບໂທ 20 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນຈັດຕະວາ ທິດແກ້ວ ພົມປັນຍາ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ຖືກບົງຕົວແຕ່ງຕັ້ງເປັນເລຂາ, ຮອງເລຂາ, ຄະນະໜ່ວຍພັກໃນອົງການ 5 ຫ້ອງ, ນາຍ ແລະ ພົນທະຫານທີ່ໄດ້ຮັບການເລື່ອນຊັ້ນໃໝ່, ທີ່ສາມາດຍາດໄດ້ຜົນງານອັນໃໝ່ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຈົ່ງຍົກສູງຄວາມເປັນເຈົ້ການໃນ ພາລະບົດບາດ, ສິດໜ້າທີ່ຄວາມຮັບຜິດຊອບຂອງຕົນໃນການນໍາພາ-ຊີ້ນຳ, ການປະຕິບັດໜ້າທີ່ຂອງຕົນໃຫ້ເປັນແຜນການ, ແຜນງານອັນລະອຽດ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ, ດຸໝັ່ນຄົ້ນຄວ້າຮໍ່າຮຽນໃຫ້ມີຄວາມກ້າວໜ້າ ທາງດ້ານຄຸນນະພາບ, ມີຄຸນສົມບັດສິນທໍາປະຕິວັດ, ຮັດແໜ້ນຄວາມສາມັກຄີພາຍໃນໝູ່ຄະນະ, ກໍາ  ແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ປະຕິບັດຂໍ້ກໍານົດ 7 ລະບອບ 18 ວຽກ,  ໂດຍປິ່ນອ້ອມ 4  ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກໃຫ້ປະກົດຜົນເປັນຈິງເທື່ອລະກ້າວ. ຂ່າວ, ພາບ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ