ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວເຮັດວຽກຢູ່ກອງພັນໃຫຍ່ 497
ເວລາອອກຂ່າວ: 2021-10-23 13:39:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 588 | ຄວາມນິຍົມ:
ໃນວັນທີ 21 ຕຸລາ 2021ນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະ ໄດ້ລົງເຄື່ອນໄຫວເຂົ້າຮ່ວມກອງປະຊຸມກວດກາ ພາຫະນະເຕັກນິກອາວຸດ-ຍຸດໂທປະກອນຢູ່ກອງພັນໃຫຍ່ 497 ໂດຍໃຫ້ການຕ້ອນຮັບຂອງສະຫາຍ ພັນເອກ ຄຳສຸກ ໄຊມວນສິນ ຫົວໜ້າການທະຫານກອງພັນໃຫຍ່497 ມີບັນດາສະຫາຍ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງ ແລະ ພະນັກງານວິຊາສະເພາະ ວິຊາການເຂົ້າຮ່ວມ.
ສະຫາຍ ພັນໂທ ບົວລີ ກໍອຸເທນ ຫົວໜ້າພະແນກເຕັກນິກ ໄດ້ຂື້ນລາຍງານບົດສະຫຼຸບການກວດກາ ອາວຸດ-ຍຸດໂທປະກອນ ທົ່ວກອງພັນໃຫຍ່ 497 ໂດຍຫຍໍ້, ພ້ອມທັງຍົກໃຫ້ເຫັນວຽກງານຄຸ້ມຄອງພາຫະນະເຕັກນິກ, ການກວດກາ,ການມ້ຽນມັດ,ບົວລະບັດຜັດເຊັດ, ການສ້ອມແປ້ງ ແລະ ການປົກປັກຮັກສາບັນດາອາວຸດ-ກະສູນ ເພື່ອໃຫ້ມີຄວາມຮັບປະກັນຢູ່ໃນທ່າກຽມພ້ອມສູ້ຮົບໄດ້ຕະຫຼອດເວລາ.
ພ້ອມນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄຳເຫັນຢ່າງສ້າງສັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂໃຫ້ຖືກຕ້ອງ ຕາມທິດນຳຂອງກະຊວງປ້ອງກັນປະເທດ ກໍ່ຄືວຽກງານຮັບປະກັນພາຫະເຕັກນິກອາວຸດ - ຍຸດໂທປະກອນ ຢູ່ກອງພັນໃຫຍ່ 497 ເພື່ອພ້ອມກັນປັບປຸງແກ້ໄຂໃນຕໍ່ໜ້າໃຫ້ດີຂື້ນກວ່າເກົ່າ.
ຈາກນັ້ນ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ພ້ອມຄະນະກໍ່ໄດ້ລົງກວດກາເບິິ່ງຕົວຈິງ ກ່ຽວກັບພາຫະນະເຕັກນິກ ອາວຸດ-ຍຸດໂທປະກອນ ຢູ່ບັນດາກອງພັນນ້ອຍ ກອງພັນໃຫຍ່ 497 ຕື່ມອີກ.
ໂອກາດນີ້, ສະຫາຍ ພົນຕີ ປະສິດ ທ່ຽງທຳ ຍັງໄດ້ສະເໜີຈຸດປະສົງໃນການລົງເຄື່ອນໄຫວກວດກາພາຫະນະເຕັກນິກ ອາວຸດ-ຍຸດໂທປະກອນໃນຄັ້ງນີ້, ແມ່ນເພື່ອເປັນການຍົກສູງຄວາມຮູ້-ຄວາມສາມາດ ໃຫ້ແກ່ພະນັກງານ ວິຊາສະເພາະເຕັກນິກ ຢູ່ກອງພັນໃຫຍ່ 497 ໃຫ້ໄດ້ກຳແໜ້ນຫຼັກການພື້ນຖານເຕັກນິກ, ການວັດແທກ ແລະ ການນຳໃຊ້ໃຫ້ໄດ້ມາດຕະຖານ, ມີຄຸນນະພາບ ແລະ ພ້ອມກັນປົກປັກຮັກສາ,ຈັດມ້ຽນໃຫ້ຖືກຕ້ອງຕາມຫຼັກການ, ສາມາດຕອບສະໜອງເຂົ້າໃນການຝຶກແອບຮໍ່າຮຽນ, ໃຫ້ມີຄວາມຊໍານິຊໍານານ, ຄ່ອງແຄ່ວ ແລະ ຮັບປະກັນນຳໃຊ້ກຽມພ້ອມສູ້ຮົບໃນທຸກກໍ່ລະນີ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຕົວຈິງໃນສະເພາະໜ້າ ແລະ ຍາວນານ.
ພາບ-ຂ່າວ: ເປີ້ນ ແສງຄຳມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ