ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງໄຊຍະບູລີ ກັບ ພະແນກໂຍທາທິການ ແລະ ຂົນສົ່ງແຂວງຈັດກອງປະຊຸມປຶກສາຫາລື
ເວລາອອກຂ່າວ: 2021-10-25 14:29:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 391 | ຄວາມນິຍົມ:



ໃນວັນທີ 21 ຕຸລາ 2021 ນີ້, ກອງບັນຊາການທະຫານແຂວງໄຊຍະບູລີ ກັບພະແນກໂຍທາທິການ ແລະຂົນສົ່ງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄ່ງລ່າງ ແລະ ການສ້າງຕາຝັ່ງກັນເຈື່ອນ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ກູດ ພົມມາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ແລະສະຫາຍ ຄຳເພັດ ພົມມະລາດ ເລຂາຄະນະພັກ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ. ໃນກອງປະຊຸມທັງສອງຝ່າຍກໍ່ໄດ້ສະເໜີສະພາບການສິດ-ໜ້າທີ່ ແລະ ຈຸດປະສົງຂອງກອງປະຊຸມໃຫ້ກັນຊາບ ແລະ ກໍ່ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລືກ່ຽວກັບການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນການສ້າງເສັ້ນທາງຄົມມະນາຄົມຂົນສົ່ງ ແລະ ເສັ້ນທາງໃໝ່ທີ່ຍັງບໍ່ທັນໄດ້ທະລຸ ແລະ ການສ້າງຕາຝັ່ງກັນເຈື່ອນ ເພື່ອຊ່ວຍກັນໃນການຈັດຫາແຫຼ່ງທຶນມາກໍ່ສ້າງ ໂດຍການຈັດແບ່ງມອບຄວາມຮັບຜິດຊອບໃຫ້ກັນ ແລະ ກັນລະອຽດໂດຍອີງໃສ່ສະພາບຄວາມເປັນຈິງຂອງເມືອງ ແລະແຂວງ ທັ້ງນີ້ກໍ່ເພື່ອເປັນການສ້າງເມືອງກໍ່ຄືແຂວງໄຊຍະບູລີໃຫ້ມີເສັ້ນທາງສະດວກສະບາຍ ປະຊາຊົນໄປມາສະດວກພ້ອມກັນພັດທະນາຊີວິດການເປັນຢູ່ ແລະ ກໍ່ເພື່ອເປັນການປົກປັກຮັກສາເຂດນ້ຳແດນດິນກໍ່ຄືແຂວງໄຊຍະບູລີ ໃຫ້ໜັ້ນຄົງຕະຫຼອດໄປ ໃນກອງປະຊຸມທັງສອງຝ່າຍກໍ່ໄດ້ປະກອບຄຳຄິດຄຳເຫັນແລກປ່ຽນເຊິ່ງກັນ ແລະ ກັນເພື່ອໃຫ້ເປັນອັນລະອຽດຕື່ມອີກ. ຂ່າວ ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ