ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການເມືອງ ທະຫານແຂວງຄຳມ່ວນ ເຄື່ອນໄຫວເຮັດວຽກຢູ່ 3 ກົມກອງ
ເວລາອອກຂ່າວ: 2021-10-25 14:38:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 480 | ຄວາມນິຍົມ:



ວັນທີ 20 – 21 ຕຸລາ 2021 ນີ້, ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 316, ກອງບັນຊາການທະຫານເມືອງບົວລະພາ ແລະ ກອງຮ້ອຍທະຫານຊາຍແດນ 312, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ຄະນະພັກ-ຄະນະບັນຊາ ຂອງແຕ່ລະກົມກອງ ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ໃນໂອກາດທີ່ເຄື່ອນໄຫວເຮັດວຽກໃນຄັ້ງນີ້ ສະຫາຍຫົວໜ້າການເມືອງ ກໍ່ໄດ້ຮັບຟັງການລາຍງານສະພາບການ ຈາກບັນດາກົມກອງໂດຍຫຍໍ້ ໃນນັ້ນໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ພົ້ນເດັ່ນໃນໄລຍະຜ່ານມາ, ໂດຍສະເພາະແມ່ນຂອບເຂດຄວາມຮັບຜິດຊອບຂອງຕົນ ແມ່ນມີຄວາມສະຫງົບໂດຍພື້ນຖານ, ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຍັງໄດ້ພ້ອມກັນໂອ້ລົມຕໍ່ພະນັກງານຫຼັກແຫຼ່ງຂອງທັງ 3 ກົມກອງ, ເຊີ່ງໄດ້ຍົກໃຫ້ເຫັນສະພາບການຂອງໂລກ, ພາກພື້ນ ທີ່ພວມຜັນແປໄປຢ່າງໄວວາ ທີ່ເປັນສາເຫດສ້າງຄວາມສັບສົນ ແລະ ເປັນສິ່ງທ້າທາຍໃນການສ້າງສາພັດທະນາແຕ່ລະຂົງເຂດວຽກງານ, ໂດຍສະເພາະແມ່ນການແຜ່ລະບາດຂອງພະຍາດ ໂຄວິດ-19 ເຊິ່ງເປັນໄພຄຸກຄາມທີ່ແຂວງຂອງພວກເຮົາໄດ້ປະເຊີນໜ້າໃນປະຈຸບັນ, ຈົ່ງພ້ອມກັນຕອບຕ້ານ ແລະ ປ້ອງກັນ ເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລາມໃນແຂວງຂອງພວກເຮົາເປັນວົງກວ້າງກ່ວາເກົ່າ, ພ້ອມດຽວກັນນັ້ນ ສະຫາຍຍັງໄດ້ເນັ້ນໜັກຫຼາຍບັນຫາ ເປັນຕົ້ນແມ່ນ ໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງເອົາໃຈໃສ່ໃນການສຶກສາອົບຮົມການເມືອງແນວຄິດ ໃຫ້ພະນັກງານ-ນັກຮົບ ໄດ້ຮັບຮູ້ເຊື່ມຊຶມຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ເອົາໃຈໃສ່ເຝິກແອບຮໍ່າຮຽນທາງດ້ານການເມືອງ, ການທະຫານ ແລະ ວິຊາສະເພາະໃຫ້ຄ່ອງແຄ້ວ, ຊຳນິຊຳນານ ເພື່ອກຽມພ້ອມສູ້ຮົບ ແລະ ກຽມພ້ອມຮັບມືກັບໄພພິບັດຕ່າງໆ, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍ, ຮ່ວມມືກັບອຳນາດການປົກຄອງແຕ່ລະຂັ້ນ ໃນການສ້າງຄວາມເຂັ້ມ ແຂງຂອງກຳລັງກອງຫຼອນ-ກຳລັງປ້ອງກັນຕົວ, ເພື່ອເຮັດໃຫ້ຮາກຖານມີຄວາມສະຫງົບ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ລະຫວ່າງກອງທັບກັບປະຊາຊົນ, ສືບຕໍ່ຮ່ວມມືກັບ ສສ ຫວຽດນາມ ໃນການປົກປັກຮັກສາຊາຍແດນລະຫວ່າງປະເທດ ໃຫ້ມີຄວາມສະຫງົບ, ປ້ອງກັນການລັກລອບຄ້າຂາຍເຖື່ອນທຸກປະເພດຂອງກຸ່ມຄົນຮູ້ເທົ່າບໍ່ເຖິງການ, ເພື່ອເຮັດໃຫ້ຊາຍແດນມີຄວາມເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັນນັ້ນ ກໍ່ຕ້ອງໄດ້ມີການເພີ່ມພູນຜະລິດຜົນ ດ້ວຍການປູກ-ການລ້ຽງ ຕາມທິດ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເທື່ອລະກ້າວ. ໃນໂອກາດທີ່ ສະຫາຍຫົວໜ້າການເມືອງ ພ້ອມດ້ວຍຄະນະ ໄດ້ລົງເຮັດວຽກຢູ່ກອງຮ້ອຍທະຫານຊາຍແດນ 316 ທະຫານແຂວງຄຳມ່ວນ ຍັງໄດ້ປະກາດປັບປຸງການຈັດຕັ້ງ, ໃນນັ້ນໄດ້ແຕ່ງຕັ້ງ ສະຫາຍ ພັນໂທ ບຸນປອນ ບຸດຕະວົງ ເປັນເລຂາໜ່ວຍພັກ, ທັງເປັນຫົວໜ້າການເມືອງກອງຮ້ອຍ, ສະຫາຍ ພັນຕີ ແກ້ວອຸດອນ ພົມມະເກສອນ ເປັນຮອງເລຂາໜ່ວຍພັກ, ທັງເປັນຫົວໜ້າການທະຫານກອງຮ້ອຍ ແລະ ຮ້ອຍເອກ ພອນສັກ ແກ້ວວົງເດືອນ ເປັນກຳມະການຄະນະໜ່ວຍພັກ, ທັງເປັນຮອງຫົວໜ້າການທະຫານກອງຮ້ອຍ, ພ້ອມດຽວກັນນັ້ນ ຍັງໄດ້່ແຕ່ງຕັ້ງຫົວໜ້າໝູ່ສືບຂ່າວ ແລະ ຮອງໝູ່ສືບຂ່າວ ຕື່ມອີກ. ຂ່າວຍັງໃຫ້ຮູ້ຕື່ມອີກວ່າໃນວັນດຽວກັນ ນີ້, ສະຫາຍ ພັນເອກ ຄຳສາຍ ເພັດນວນສີ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ພ້ອມຄະນະ ໄດ້ລົງເຄື່ອນໄຫວພົບປະໂອ້ລົມພະນັກງານຫຼັກແຫຼ່ງ ໃນກົມກອງຕ່າງໆ ຄື: ກອງບັນຊາການທະຫານເມືອງຫີນບູນ ກອງພັນ 6, ກອງພັນ 299, ກອງຮ້ອຍທະຫານຊາຍແດນ 313 ແລະ ກອງປະຕິບັດງານ 216. ໂດຍ : ເກດມະນີ ສຸວັນນະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ