ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກະຊວງແຜນການແລະການລົງທືນຮ່ວມກັບອົງການສະຫະປະຊາຊາດປະຈໍາສປປລາວຈັດກອງປະຊຸມແບບທາງໄກ
ເວລາອອກຂ່າວ: 2021-10-26 14:23:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 673 | ຄວາມນິຍົມ:



ວັນທີ 26 ຕຸລາ 2021 , ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ, ໄດ້ຖະແຫລງຂ່າວ ເພື່ອແຈ້ງຄວາມຄືບໜ້າ ໃນການກະກຽມຈັດ ກອງປະຊຸມໂຕະມົນລະດັບສູງຄັ້ງທີ 13, ທີ່ຈະມີຂຶ້ນໃນວັນທີ 17 ພະຈິກ. ເຂົ້າຮ່ວມ ກອງປະຊຸມໂຕະມົນ ດັ່ງກ່າວຈະປະກອບມີບັນດາການນໍາຂັ້ນສູງສຸດຂອງ ລັດຖະບານ ສປປ ລາວ ລວມທັງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຈະຮ່ວມກັນປືກສາຫາລື ແລະກຳນົດທິດທາງໃຫ້ແກ່ການພັດທະນາໃນອີກ 5 ປີຕໍ່ໜ້າ. ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຊາຣາ ເຊເກນເນັສ, ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ໄດ້ຮ່ວມກັນຊີ້ແຈງ ກ່ຽວກັບ ຄວາມສຳຄັນຂອງ ກອງປະຊຸມໂຕມົນ ຄັ້ງນີ້, ຊື່ງຈະປະກອບສ່ວນອັນສຳຄັນ ເພື່ອຊ່ວຍປັບປຸງການປະສານງານໃນວຽກງານການພັດທະນາ ເພື່ອສະໜັບສະໜຸນບັນດາບຸລິມະສິດດ້ານການພັດທະນາຂອງ ສປປ ລາວ ແລະ ເປົ້າໝາຍການພັດທະນາແບບຍືນຍົງ. ທ່ານຮອງລັດຖະມົນຕີ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງ ກອງປະຊຸມໂຕະມົນ, ໂດຍກ່າວວ່າກອງປະຊຸມຄັ້ງນີ້ຈະເປັນເວທີ ອັນສຳຄັນ ໃຫ້ແກ່ ລັດຖະບານ ສປປ ລາວ ໃນການປຸກລະດົບບັນດາຄູ່ຮ່ວມງານ ໃຫ້ຮ່ວມກັນຈັດຕັ້ງປະຕິບັດບັນດາແຜນການພັດທະນາແຫ່ງຊາດ ໂດຍການລວບລວມເອົາບັນດາຄູ່ຮ່ວມງານ ຈາກພາກເອກະຊົນ, ອົງການຈັດຕັ້ງພາກລັດ ແລະ ອົງການຈັດຕັ້ງຕ່າງໆຈາກພາກຊຸມຊົນ ແລະ ສັງຄົມ ເພື່ອມາຮຽນຮູ້ກ່ຽວກັບບັນຫາ, ສິ່ງທ້າທາຍ ແລະ ຜົນສຳເລັດອັນພົ້ນເດັ່ນທີ່ຜ່ານມາ ເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນປີ 2030. ‘ພວກເຮົາຈະຕ້ອງໄດ້ປັບໂຕເຂົ້າກັບວິຖີຊີວິດແບບໃໝ່,’ ທ່ານ ນາງ ພອນວັນ ອຸທະວົງ ກ່າວໃນລະຫວ່າງໂອ້ລົມກ່ຽວກັບຜົນກະທົບຂອງ ພະຍາດໂຄວິດ-19, ເຖິງວ່າຈະຢູ່ໃນສະພາບການທີ່ຫຍຸ້ງຍາກ, ລັດຖະບານ ກໍ່ມີຄວາມມຸ້ງໝັ້ນໃນການບັນລຸເປົ້າໝາຍຕ່າງໆທີ່ກຳນົດໄວ້ພາຍ ໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 9 ແລະ ວາລະ ການພັດທະນາແບບຍືນຍົງ ປີ 2030. ໃນຂະນະທີ່ ສປປ ລາວ ຄາດຫວັງວ່າຈະຫຼຸດພົ້ນອອກຈາກ ສະຖານະພາບປະເທດດ້ອຍພັດທະນາ (LDC) ໃນປີ 2026, ກອງປະຊຸມໂຕະມົນລະດັບສູງ ຈະໄດ້ມີການປືກສາຫາລື ກ່ຽວກັບແນວທາງໃນການເຮັດວຽກຮ່ວມກັນ ເພື່ອຮັບປະກັນການຂ້າມຜ່ານທີ່ຫຼ່ຽນໄຫຼດີ. ຜູ້ປະສານງານອົງການ ສປຊ ໄດ້ເນັ້ນຢ້ຳວ່າການປະຕິບັດໄດ້ທັງ 3 ເງື່ອນໄຂຂອງການຫຼຸດພົ້ນ, ແມ່ນຖືເປັນ ‘ຜົນສຳເລັດທີ່ເປັນຂີດໝາຍສຳຄັນ’ ຂອງ ສປປ ລາວ, ເຊິ່ງສະແດງໃຫ້ເຫັນເຖິງຄວາມຄືບໜ້າທີ່ ສປປ ລາວ ສາມາດຍາດມາດໄດ້ ຈົນເຖີງປັດຈຸບັນ, ທັງຍັງກ່າວຕື່ມອີກວ່າ ກອງປະຊຸມໂຕະມົນ ຈະຊ່ວຍໃຫ້ ລັດຖະບານ ແລະ ຄູ່ຮ່ວມພັດທະນາສາມາດລິເລີ່ມວຽກງານການກະກຽມໃນການສ້າງ ‘ຍຸດທະສາດການຂ້າມຜ່ານທີ່ຫຼ່ຽນໄຫຼດີ’ ອອກຈາກສະຖານະພາບປະເທດດ້ອຍພັດທະນາ. ທ່ານ ນາງ ເຊເກນເນັສ ໄດ້ກ່າວຕື່ມອີກວ່າມີພຽງແຕ່ 6 ປະເທດເທົ່ານັ້ນທີ່ໄດ້ຫຼຸດພົ້ນອອກຈາກສະຖານະພາບ ປະເທດ ດ້ອຍພັດທະນາ ແລະ ເຖິງແມ່ນວ່າຈະມີຜົນສຳເລັດ ແລະ ຖືເປັນບາດກ້າວ ອັນສຳຄັນໃນການສ້າງຄວາມກ້າວໜ້າຕື່ມອີກກໍ່ຕາມ, ພວກເຮົາຍັງຕ້ອງໄດ້ມີການວາງແຜນ ແລະ ການຄຸ້ມຄອງຢ່າງຮັດກຸມ ເພື່ອຮັບປະກັນໃຫ້ ສປປ ລາວ ໄດ້ຮັບຜົນປະໂຫຍດສູງສຸດ, ມີຄວາມພ້ອມຮັບມືກັບຄວາມປ່ຽນແປງທີ່ບໍ່ສາມາດຫຼີກລ້ຽງໄດ້ ທີ່ເກີດມາຈາກການຫຼຸດພົ້ນດັ່ງກ່າວ ແລະ ໃຫ້ສາມາດສືບຕໍ່ກ້າວໄປສູ່ການເປັນປະເທດທີ່ມີລາຍຮັບປານກາງ. ກອງປະຊຸມໂຕະມົນລະດັບສູງ ແມ່ນໂອກາດແຫ່ງການຮຽນຮູ້, ແລກປ່ຽນຫຼັກການປະຕິບັດທີ່ມີຜົນສໍາເລັດອັນຈົບງາມ ແລະ ຕໍ່ຍອດຜົນສຳເລັດດັ່ງກ່າວ, ໂດຍຜ່ານການພິຈາລະນາ ແລະປັບປຸງ ບົດຮຽນ ແລະຜົນສຳເລັດທີ່ພວກເຮົາສາມາດຍາດມາໄດ້, ໂດຍພິຈາລະນາເຖິງຜົນກະທົບວົງກວ້າງຂອງການແຜ່ລະບາດຂອງພະຍາດໂຄວິດ-19. ເຖິງວ່າຈະມີການພົບພໍ້ກັບບັນຫາສິ່ງທ້າທາຍຕ່າງໆຈາກການແຜ່ລະບາດຂອງ ພະຍາດໂຄວິດ-19 ແລະ 3 ວິກິດການໃຫຍ່ ຂອງໂລກດ້ານການປ່ຽນແປງສະພາບດິນຟ້າອາກາດ, ຄວາມເສຍຫາຍຕໍ່ຊີວະນາໆພັນ ແລະ ຄວາມເສື່ອມໂຊມຂອງສິ່ງແວດລ້ອມ, ສປປ ລາວ ກໍຍັງມີຜົນສຳເລັດຢ່າງຕໍ່ເນື່ອງ ແລະ ຈະສືບຕໍ່ແນວທາງການພັດທະນາທີ່ມີຄວາມກວມລວມ ແລະ ມີການຮ່ວມມືກັນ, ທ່ານນາງ ເຊເກນເນັສ ກ່າວວ່າ ການຖະແຫຼງຂ່າວໃນຄັ້ງນີ້ແມ່ນຊ່ອງທາງທີ່ສຳຄັນໃນການເຜີຍແຜ່ຂໍ້ມູນຢ່າງເປີດກວ້າງໃຫ້ແກ່ທຸກພາກສ່ວນລວມທັງ ຄູ່ຮ່ວມງານທັງໝົດຮັບຊາບ ເພື່ອໃຫ້ເຂົ້າມາມີສ່ວນໃນການສ້າງອະນາຄົດຂອງປະເທດຮ່ວມກັນ. ກອງປະຊຸມໂຕະມົນລະດັບສູງໄດ້ຈັດຂຶ້ນທຸກໆ 5 ປີ, ແລະເປັນເວທີໃຫ້ ລັດຖະບານ ສປປ ລາວ, ອົງການສະຫະປະຊາຊາດ ແລະ ຄູ່ຮ່ວມພັດທະນາໄດ້ມາປຶກສາຫາລືກັນ ໃນຂອດການສະໜັບສະໜຸນການອອກແບບ ແລະ ການຈັດຕັ້ງປະຕິບັດບັນດາແຜນງານ ແລະ ຂະບວນການຕ່າງໆໃນການພັດທະນາ. ໃນໄລຍະກ່ອນຮອດ ກອງປະຊຸມໂຕະມົນ, ຈະມີການກະກຽມ ຈັດກອງປະຊຸມປິ່ນອ້ອມຕ່າງໆ ເພື່ອປຶກສາຫາລືໃນຫົວຂໍ້ຕ່າງໆກ່ຽວກັບການວາງແຜນພັດທະນາແຫ່ງຊາດ, ການເສີມຂະຫຍາຍການເຕີບໂຕສີຂຽວ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ວິທີໃນການຮັບມືກັບຜົນກະທົບຕ່າງໆໃຫ້ໄດ້ດີຂຶ້ນ ເຊັ່ນ: ການແຜ່ລະບາດຂອງພະຍາດ ແລະ ການປ່ຽນແປງສະພາບດິນຟ້າອາກາດ, ຄວາມຍືນຍົງຂອງລະບົບສະບຽງອາຫານ, ການຄ້າ, ສາທາລະນະສຸກ, ການສຶກສາ, ການສະໜອງທຶນໃຫ້ແກ່ການພັດທະນາ, ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ເສດຖະກິດມະຫາພາກ, ແລະ ບັນຫາລະເບີດບໍ່ທັນແຕກ, ທີ່ໄດ້ຖືກກຳນົດໃຫ້ເປັນ ເປົ້າໝາຍການພັດທະນາແບບຍືນຍົງ ລຳດັບທີ 18 ອັນສະເພາະສຳລັບ ສປປ ລາວ, ແລະ ອື່ນໆ. ເນື່ອງຈາກການແຜ່ລະບາດຂອງ ພະຍາດໂຄວິດ-19, ກອງປະຊຸມໂຕະມົນລະດັບສຸງຄັ້ງທີ 13 ນີ້ ຈະຈັດຂຶ້ນໃນຮູບແບບປະສົມປະສານ, ເຊິ່ງສ່ວນໃຫຍ່ຈະເຂົ້າຮ່ວມຜ່ານທາງອອນລາຍ ແລະ ມີພຽງຄະນະຜູ້ແທນຈຳນວນໜຶ່ງເທົ່ານັ້ນທີ່ຈະເຂົ້າຮ່ວມແບບຊ້ອງໜ້າ ໂດຍປະຕິບັດຕາມມາດຕະການປ້ອງກັນພະຍາດ ແລະ ການເວັ້ນໄລຍະຫ່າງທາງສັງຄົມ ໂດຍສອດຄ່ອງກັບລະບຽບການແຫ່ງຊາດທີ່ກ່ຽວຂ້ອງກັບ ພະຍາດໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ