ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກວດພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 770 ຄົນ ເສຍຊີວິດໃໝ່ 3 ຄົນ
ເວລາອອກຂ່າວ: 2021-10-26 15:58:26 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 897 | ຄວາມນິຍົມ:



ວັນທີ 26 ຕຸລາ 2021 ນີ້, ຄະນະສະເພາະກິດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.109 ຕົວຢ່າງ, ໃນນັ້ນກວດພົບຜູ້ຕິດເຊືື້ອໃໝ່ 770 ຄົນ, ເສຍຊີວິດເພີ່ມໃໝ່ 3 ຄົນ, (ຕິດເຊື້ອພາຍໃນ ມີ 766 ຄົນ ແລະ ຕິດເຊື້ອນໍາເຂົ້າ 4 ຄົນ), ໃນນັ້ນຢູ່ນະຄອນ ຫລວງວຽງຈັນ ກວດພົບຜູ້ຕິດເຊື້ອໃນຊຸມຊົນ 337 ຄົນ (ນຳເຂົ້າ 1 ຄົນ), ຫລວງພະບາງ 160 ຄົນ, ໃນ 14 ບ້ານ ແລະ 4 ເມືອງ, ວຽງຈັນ 135 ຄົນ ໃນ 33 ບ້ານ ແລະ 5 ເມືອງ, ບໍ່ແກ້ວ 41 ຄົນ ໃນ 9 ບ້ານ ແລະ 2 ເມືອງ, ສາລະວັນ 25 ຄົນ ໃນ 2 ບ້ານ ແລະ 2 ເມືອງ, ອຸດົມໄຊ 23 ຄົນ ໃນ 18 ບ້ານ ແລະ 6 ເມືອງ, ຈໍາປາສັກ 20 ຄົນ ໃນ 8 ບ້ານ ແລະ 3 ເມືອງ, ຄໍາມ່ວນ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍລິຄໍາໄຊ 8 ຄົນ ໃນ 3 ບ້ານ ແລະ 1 ເມືອງ, ສະຫວັນນະເຂດ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ (ນຳເຂົ້າ 1 ຄົນ), ຫລວງນໍ້າທາ 3 ຄົນ ໃນ 2 ບ້ານ ແລະ 1 ເມືອງ, ເຊກອງ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ, ໄຊສົມບູນ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ ແລະ ແຂວງໄຊຍະບູລີ ຕິດເຊື້ອກໍລະນີນຳເຂົ້າ 2 ຄົນ, ລວມຕົວເລກຜູ້ຕິດເຊື້ອສະສົມ ທັງໝົດ 37.018 ຄົນ, ເສຍຊີວິດສະສົມ 56 ຄົນ (ໃໝ່ 3), ກໍາລັງປິ່ນປົວ 6.909 ຄົນ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ລາຍງານໃຫ້ຮູ້ໃນວັນທີ 26 ຕຸລາ 2021 ນີ້ວ່າ: ປັດຈຸບັນ ການຕິດເຊື້ອໂຄວິດ-19 ໃນ ສປປ ລາວ, ສ່ວນໃຫຍ່ແມ່ນເກີດພາຍໃນຊຸມຊົນ ໂດຍສະເພາະ ນະຄອນຫລວງວຽງຈັນ, ຫລວງພະບາງ ແລະ ແຂວງວຽງຈັນ ຍັງມີລາຍງານຜູ້ຕິດເຊື້ອຫລາຍຮ້ອຍຄົນໃນແຕ່ລະວັນ, ເຊິ່ງສ່ວນໃຫຍ່ລ້ວນແລ້ວແຕ່ມີປະຫວັດສຳຜັດໃກ້ຊິດ ກັບຜູ້ຕິດເຊື້ອທີ່ຜ່ານມາ. ໃນໄລຍະອາທິດທີ່ຜ່ານມານີ້, ເຫັນວ່າຈໍານວນຄົນທີ່ມາກວດຫາເຊື້ອບາງມື້ມີຕົວເລກຄົງທີ່ ຫລື ບາງມື້ກໍ່ຫລຸດລົງ, ແຕ່ອັດຕາການກວດພົບເຊື້ອ ແມ່ນເພີ່ມສູງຂຶ້ນກວ່າເກົ່າ. ຕໍ່ກັບບັນຫາດັ່ງກ່າວ, ສະແດງໃຫ້ເຫັນວ່າ: ຍັງມີຜູ້ສຳຜັດໃກ້ຊິດອີກຫລາຍຄົນ ທີ່ຍັງບໍ່ທັນຕື່ນຕົວ ຫລື ຮີບຮ້ອນມາກວດຫາເຊື້ອ, ຢ່າງໃດກໍ່ຕາມ ການກວດພົບຜູ້ຕິດເຊື້ອຫລາຍຂຶ້ນ ໝາຍວ່າແຫລ່ງຕິດເຊື້ອໃນຊຸມຊົນຍັງມີທ່າອ່ຽງສູງ ໂດຍສະເພາະໃນສະຖານທີ່ ທີ່ມີຄົນແອອັດ ເຊັ່ນ: ຕະຫລາດ, ໂຮງຈັກໂຮງງານທີ່ຍັງດໍາເນີນການຜະລິດຢູ່ ຫລື ໃນໂຮງໝໍ, ສໍານັກງານອົງການ ແລະ ສະຖານທີ່ຄຸມຂັງ. ສຳລັບລາຍລະອຽດຜູ້ເສຍຊີວິດໃໝ່ 3 ຄົນ ມີດັ່ງນີ້: ຜູ້ທີ 1: ເພດຊາຍ ອາຍຸ 77 ປີ, ບ້ານ ໜອງໃສ ເມືອງສາລະວັນ ແຂວງສາລະວັນ, ຜູ້ກ່ຽວມີພະຍາດປະຈໍາຕົວ ເປັນເບົາຫວານ, ວັນນະໂລກປອດ ແລະ ຄວາມດັນເລືອດສູງ, ຜູ້ທີ 2: ເພດຊາຍ ອາຍຸ 57 ປີ, ອາຊີບ ກຳມະກອນ, ບ້ານ ໂນນແກ້ວ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ຜູ້ກ່ຽວມີພະຍາດປະຈຳຕົວ ເບົາຫວານ, ຄວາມດັນເລືອດສູງ, ເລືອດຈາງ, ໄຂ່ຫລັງຊຸດໂຊມໄລຍະສຸດທ້າຍ, ຜ່ານມາບໍ່ໄດ້ຮັບການສັກຢາວັກຊິນກັນໂຄວິດ, ຜູ້ທີ 3: ເດັກອາຍຸ 4 ປີ, ຄົນໃນຄອບຄົວ (ແມ່ ແລະ ອ້າຍ) ກວດພົບເຊື້ອພະຍາດໂຄວິດ-19, ບໍ່ມີພະຍາດປະຈໍາຕົວ ແລະ ຜູ້ກ່ຽວມີສຸຂະພາບແຂງແຮງ ວັນທີ 24 ຕຸລາ 2021 ໄດ້ເຂົ້າມາກວດຢູ່ສຸກເສີນຂອງໂຮງໝໍແຂວງວຽງຈັນ ຍ້ອນຖືກອຸບັດຕິເຫດໃບໜ້າ ແລະ ຫົວໄຂ່ບວມ, ບໍ່ໄດ້ສະຕິ, ເດັກມີອາການຫາຍໃຈຊ້າ, ຢຸດຫາຍໃຈ ເເລະ ຕໍ່ມາໄດ້ເສຍຊີວິດ. ຫລັງຈາກນັ້ນ, ໄດ້ເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19, ແຕ່ວ່າຜູ້ກ່ຽວເສຍຊີວິດກ່ອນທີ່ຜົນກວດຈະອອກມາວ່າພົບເຊື້ອພະຍາດໂຄວິດ-19.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ