ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດບົ່ງຕົວແຕ່ງຕັ້ງ ຄະນະພັກ, ຄະນະໜ່ວຍພັກ ແລະ ບັນດາພະແນກການຕ່າງໆ
ເວລາອອກຂ່າວ: 2021-10-27 14:24:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 317 | ຄວາມນິຍົມ:



ໃນວັນທີ 26 ຕຸລາ 2021 ນີ້, ກອງບັນຊາການທະຫານອາກາດໄດ້ຈັດຕັ້ງພີທີປະກາດບົ່ງຕົວຄະນະພັກຮາກຖານ, ຄະນະໜ່ວຍ ແລະ ແຕ່ງຕັ້ງຮັກສາການຮອງຫ້ອງ, ຫົວໜ້າພະແນກ, ຄະນະໜ່ວຍຊາວໜຸ່ມ-ແມ່ຍິງຂື້ນ. ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ຫົວໜ້າການເມືອງກອງບັນຊາການທະຫານອາກາດ ມີຄະນະພັກ-ຄະນະບັນຊາ 6 ຫ້ອງ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 703 ແລະ ພະນັກງານທີໄດ້ຮັບໜ້າທີ່ໃໝ່ຂົ້າຮ່ວມ. ໃນພີທີ ສະຫາຍ ພັນໂທ ຖາວອນ ອຳພອນຈິດ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງ ກອງບັນຊາການທະຫານອາກາດ ໄດ້ຂື້ນຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະພັກຮາກຖານ, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ໝວດທີ VI ມາດຕາທີ 30 ວ່າດ້ວຍການຈັດຕັ້ງຮາກຖານພັກ. ຄະນະພັັກກອງບັນຊາການທະຫານອາກາດຕົກລົງ: ແຕ່ງຕັ້ງຄະນະພັກຮາກຖານຫ້ອງການເມືອງ ກອງບັນຊາການທະຫານອາ ກາດແຕ່ງຕັ້ງ ສະຫາຍ ພັນເອກ ຄໍາຫຼ້າ ສິມມະວົງ ເປັນ ເລຂາຄະນະພັກຮາກຖານ, ພັນໂທ ສິງພອນ ແກ້ວຈໍາປາ ເປັນຮອງ ເລຂາຄະນະພັກຮາກຖານ, ພັນເອກ ແພງສີ ເສັງວິໄຊ ເປັນກໍາມະການ ຄະນະພັກຮາກຖານ, ພັນໂທ ຈັນເພັງ ອິນທະວົງ ເປັນກໍາມະການ ຄະນະພັກຮາກຖານ, ພັນໂທ ສຸວັນແກ້ວ ພົນລືຊາ ເປັນ ກໍາມະການຄະນະພັກຮາກຖານ ແລະ ແຕ່ງຕັ້ງຄະນະພັກຮາກຖານ ຫ້ອງພະລາທິການກອງບັນຊາການທະຫານອາກາດ ແຕ່ງຕັ້ງ ສະຫາຍ ພັນເອກ ທອງພັນ ບຸນສະຫວັດ ເປັນ ເລຂາຄະນະພັກຮາກຖານ, ພັນເອກໄມທອນ ແກ້ວລໍວັນເຮືອງ ເປັນຮອງ ເລຂາຄະນະພັກຮາກຖານ, ພັນໂທ ຄໍາເລືອງ ພັນທະວີ ເປັນ ກໍາມະການຄະນະພັກຮາກຖານ, ພັນໂທ ຈັນທີ ພິມມະສອນ ເປັນກໍາມະການຈັດຕັ້ງໂຄສະນາ, ພັນໂທ ສີໄພ ຈັນທະວົງ ເປັນກໍາມະການການຄັງ, ພັນໂທ ຄໍາມີ ຫຼ້າວົງຄໍາ ເປັນກໍາມະການ, ພັນໂທ ວິໄລ ອານຸລັກ ເປັນກໍາມະການ. ຫຼັງຈາກນັ້ນກໍ່ໄດ້ຜ່ານມະຕິ ຕົກລົງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກຫ້ອງການເມືອງ, ຄະນະໜ່ວຍພັກຫ້ອງພະລາທິການ ແລະ ຄະນະໜ່ວຍພັກຫ້ອງການ ກອງບັນຊາການທະຫານອາກາດ. ພ້ອມນັ້ນໃນພິທີ ສະຫາຍ ພັນໂທ ວົງພອນ ອິນທໍາມູນ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫ້ອງ, ຫົວໜ້າພະແນກຢູ່ ກອງບັນຊາການທະຫານອາກາດ ອິງຕາມກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ວ່າດ້ວຍການແຕ່ງຕັ້ງ-ຍົກຍ້າຍນາຍທະຫານ ເພື່ອປັບປຸງກໍາລັງປະກອບອາວຸດໃຫ້ເຂັ້ມແຂງ ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕົກລົງ: ແຕ່ງຕັ້ງ ພັນໂທ ຄອນສະຫວັນ ພັນທະລາວົງ ໄປເປັນຮັກສາການ ຮອງຫ້ອງເຕັກນິກ ປ່ຽນແທນ ພັນໂທ ສຸລິວົງ ໂຄດໂຍທາ ເປັນ ຮອງຫ້ອງການ, ພັນໂທ ສົມໄຫວ ທະນົງສັກ ເປັນຮັກສາການ ຫົວໜ້າພະແນກໂມງ-ໄຟຟ້າ ຫ້ອງເຕັກນິກ ປ່ຽນແທນ ພັນໂທ ບົວສີ ໄຊສະໄໝ (ລໍຖ້າບໍານານ), ພັນໂທ ມູນປາສັກ ໝື່ນດວງ ຮອງພະແນກເຕັກນິກກອງພັນໃຫຍ່ 703 ເປັນ ຮັກສາການ ຫົວໜ້າເຕັກນິກ ກອງພັນໃຫຍ່ 703 ປ່ຽນແທນ ພັນໂທ ລໍາທອງ ວົງມະນີ (ລໍຖ້າບໍານານ). ຈາກນັ້ນກອງປະຊຸມກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມ ແລະ ຄະນະໜ່ວຍແມ່ຍິງ ກອງບັນຊາການທະຫານອາກາດຂື້ນຕື່ມອີກ. ໂອກາດນີ້, ສະຫາຍ ພົນຈັດຕະວາ ພູຫຼວງ ບົວພະຈັນ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ແລະ ຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ຈົ່ງຍົກສູງພາລະບົດບາດການຊີ້ນໍາ-ນໍາພາວຽກງານໃຫ້ສູງຂື້ນ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມປັບປຸງຕົນເອງ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ປັບປຸງລະບຽບແບບແຜນວິທີເຮັກວຽກ ໃຫ້ຖຶກຕ້ອງສອດຄ່ອງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບທາງດ້ານການ ເມືອງຂອງຕົນ, ເອົາໃຈໃສ່ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ ການນໍາພາເປັນໝູ່ຄະນະ ຮັກສາຄວາມສາມັກຄີພາຍໃນ ແລະ ພາຍນອກໃຫ້ເຂັ້ມແຂງຕໍ່ເນື່ອງ ເພື່ອນໍາພາກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມແຂງກ້າວຂື້ນຢ່າງບໍ່ຢຸດຢັ້ງ. ໂດຍ: ສີທາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ