ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສິລະປະກອງພົນທີ 1 ທຸ້ມເທການສະແດງສຸດຄວາມສາມາດໃນງານແຂ່ງຂັນສີລະປະເຂດ 3
ເວລາອອກຂ່າວ: 2018-11-13 22:44:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 263 | ຄວາມນິຍົມ:



ຜ່ານການເຝິກຊ້ອມ-ຫັດ ແອບຢ່າງຕັ້ງໜ້າຂອງຄະນະສິ ລະປະກອງພົນທີ 1 ໃນຕະ ຫຼອດໄລຍະຜ່ານມາ ເຊິ່ງເລີ່ມແຕ່ ເດືອນມິຖຸນາປີ 2018 ເປັນຕົ້ນ ມາ ເພື່ອເປົ້າໝາຍເຂົ້າຮ່ວມແຂ່ງ ຂັນຢູ່ເຂດ 3 ທີ່ກອງບັນຊາການ ທະຫານແຂວງວຽງຈັນເປັນເຈົ້າ ພາບມາຮອດວັນທີ 30 ຕຸລາ 2018 ຄະນະສິລະປະກອງພົນ ທີ 1 ກໍໄດ້ພາກັນເດີນທາງໄປ ເຂົ້າຮ່ວມງານແຂ່ງຂັນ ເຊິ່ງ ນໍາໂດຍ ພັນໂທ ສຸດໃຈ ເຈີບົວ ແພງ ຮອງຫົວໜ້າຫ້ອງການ ເມືອງ ແລະ ຮ້ອຍເອກ ນາງ ຂັນແກ້ວ ລໍວັນຮຽນ ຊ່ວຍວຽກ ພະແນກໂຄສະນາຜູ້ຮັບຜິດຊອບ ແລະ ຄູເຝິກນັກສິລະປະກອງ ພົນທີ 1. ມາຮອດຄໍ່າຄືນຂອງວັນ 1 ພະຈິກ 2018 ງານແຂ່ງຂັນສິ ລະປະ-ວັນນະຄະດີເຂດ 3 ທີ່ ກອງບັນຊາການທະຫານແຂວງ ວຽງຈັນ ເປັນເຈົ້າພາບກໍໄດ້ໄຂ ຂຶ້ນຢ່າງເປັນທາງການ ໂດຍມີ ຄະນະສິລະປະຈາກ 17 ຫົວ ໜ່ວຍກົມກອງເຂົ້າຮ່ວມເຊັ່ນ: 1 ຫ້ອງວ່າການກະຊວງປ້ອງ ກັນປະເທດ, 2 ກົມໃຫຍ່ເຕັກນິກ, 3 ກອງພົນທີ1, 4 ກອງບັນ ຊາການທະຫານແຂວງວຽງ ຈັນ, 5 ກອງບັນຊາການທະ ຫານແຂວງຊຽງຂວາງ, 6 ກອງບັນຊາການທະຫານແຂວງ ຄໍາມ່ວນ, 7 ກອງບັນຊາການ ທະຫານແຂວງບໍລິຄໍາໄຊ, 8 ກອງບັນຊາການທະຫານແຂວງ ໄຊສົມບູນ, 9 ກອງບັນຊາການ ທະຫານນະຄອນຫຼວງວຽງຈັນ, 10 ກອງພັນໃຫຍ່ 279, 11 ກອງພັນໃຫຍ່ປ້ອງກັນອາກາດ 641, 12 ກອງພັນໃຫຍ່ລົດຕັງ- ຍານເກາະ 661, 13 ກອງພັນ ໃຫຍ່ທະຫານອາກາດ 703, 14 ກອງພັນໃຫຍ່ປ້ອງກັນອາ ກາດ 642, 15 ກອງພັນປືນ ໃຫຍ່ໜ້າດິນ 605, 16 ວິທະຍາ ຄານການແພດກອງທັບ, 17 ໂຮງໝໍບໍລິເວນ 101. ເຊິ່ງທັງ ໝົດ 17 ຄະນະນັ້ນແມ່ນໄດ້ ແບ່ງກັນແຂ່ງຂັນເປັນເວລາ 2 ຄືນ, ເຊິ່ງຄືນທີ 1 ແຂ່ງຂັນ 8 ຄະນະ, ຄືນ ທີ 2 ແຂ່ງຂັນ 9 ຄະນະ. ໂດຍມີກໍາມະການໃຫ້ຄະ ແນນມາຈາກກະຊວງປ້ອງກັນ ປະເທດ ແລະ ຈາກແຂວງວຽງ ຈັນ. ໃນເວທີການແຂ່ງຂັນຄະ ນະສິລະປະກອງພົນທີ 1 ໄດ້ຮັບ ກຽດຂຶ້ນສະແດງເປັນຄະນະທີ 4 ໃນຄືນທໍາອິດ, ເວລາການສະ ແດງມີຈໍາກັດ; ລະບົບໄຟແສງ ສີສຽງໄດ້ດັງຂຶ້ນຢ່າງອອນ ຊອນມ່ວນຊື່ນສະເດາະຫູ ເຮັດ ໃຫ້ນັກສິລະປະກອງພົນມີ ຄວາມຫ້າວຫັນຍິ້ມແຍ້ມແຈ່ມໃສ ສະແດງໄປຕາມອາລົມສົນທະ ລີຂອງຕົນ ເພື່ອໃຫ້ເຂົ້າກັບເນື້ອ ຮ້ອງທໍານອງເພງແຕ່ພ້ອມ ດຽວກັນນັ້ນກໍມີຄວາມຕື່ນເຕັ້ນ ຊ້ອນຢູ່ພາຍໃນເຮັດໃຫ້ນັກສະ ແດງບາງຄົນລືມຮອດຮອຍຍິ້ມ ແຕ່ບາງຄົນຊໍ້າພັດສະແດງໄດ້ ເກີນຄາດໝາຍໃນບົດສະແດງ ຈາກກັນກັບຊູ້ ເພື່ອເຂົ້າເຮັດໜ້າທີ່ ທີ່ຊາດ ແລະ ປະຊາຊົນມອບ ໝາຍໃນພະລະກິດປົກປັກຮັກ ສາເຂດນໍ້າແດນດິນ ເພື່ອຄວາມ ສະຫງົບສຸກຂອງປວງຊົນລາວ ທັງຊາດ ເຮັດໃຫ້ຕົວລະຄອນ ໜຶ່ງລັ່ງນໍາຕາໄຫຼເຮ່ຍຫົດເວທີ ນັ້ນກໍຄື ຮ້ອຍໂທ ນາງສີວອງ ຈາກກອງພັນສື່ສານ ສາມາດ ເຮັດໃຫ້ຄະນະກໍາມະການແຂກ ການນໍາ ແລະ ຜູ້ຊົມຜູ້ເຊຍຂົນ ໜາວລຸກ ແລະ ໂຮແຊວໆລັ່ນເວ ທີ ແລະ ຕົວລະຄອນທີສອງກໍຄື ຮ້ອຍໂທ ນາງ ແສງຈັນ ນ້ອຍ ບົວລະພາ ເຮັດໜ້າທີ່ຮັບບົດ ຄອຍອ້າຍທະຫານຫວນຄືນຄ້າຍ ນາງເຝົ້າຄອງຄອຍຖ້າຄົນຮັກ ຂອງນາງ ແຕ່ບໍ່ປາກົດເຫັນ ສິ່ງທີ່ເຫັນກໍເປັນພຽງຄົນຮັກ ຂອງຄົນອື່ນກັບມາ ເຮັດໃຫ້ ນາງໂສກເສົ້າເສຍໃຈ ແຕ່ສຸດ ທ້າຍຄົນຮັກຂອງນາງກໍກັບມາ ແບບລັບໆ ເຮັດໃຫ້ນາງດີໃຈແຮງ ແລະ ຕ້ອນຮັບຄົນຮັກດ້ວຍຮອຍ ຍິ້ມທີ່ສົດໃສ ເວລານີ້ກໍກິນໃຈຄົນ ທີ່ມາຊົມຫຼາຍ ນອກຈາກນີ້ຕົວ ລະຄອນອື່ນໆກໍໄດ້ຕັ້ງໜ້າສະ ແດງໂຊຜົນງານສຸດຄວາມສາ ມາດທີ່ຕົນມີເພື່ອເຮັດໃຫ້ອອກມາ ດີທີ່ສຸດ. ເວລາຜ່ານໄປ 20 ກວ່າ ນາທີ່ການສະແດງລາຍການ ຕ່າງໆຂອງກອງພົນທີ 1 ກໍຈົບ ລົງ ເຊິ່ງເນື້ອໃນລາຍການສະ ແດງປະກອບມີ 5 ລາຍການຄື: 1 ຮ້ອງປະສານຟ້ອນ; ຊື່ເພງ ເມືອງລາວໃໝ່; ສະແດງໂດຍ ໝູ່ຍິງ-ຊາຍ; ແຕ່ງໂດຍສິບຕີ ວົງພັນ ສິງວົງທໍາ, 2 ເພງ ລວມໝູ່ຍິງ; ຊື່ເພງຖາມຂ່າວ ອ້າຍທະຫານ; ແຕ່ງໂດຍ ພັນໂທ ສົມວັນນີ ສີຫາປັນຍາ, 3 ຂັບ ລໍາທ້ອງຖິ່ນ: ລໍາຊຽງຂວາງ; ຊື່ບົດລໍາກອງທັບລາວພິລາດ ອາດຫານ; ຮ້ອງໂດຍ ສິບຕີ ຕ໋ອມ; ແຕ່ງໂດຍ ຮ້ອຍເອກ ສົມຮັກ ແກ້ວບຸນເຮືອງ, 4 ເພງດ່ຽວ ຊາຍ; ຊື່ເພງ ພູມໃຈທີ່ໄດ້ຮັບ ໃຊ້ຊາດ; ຮ້ອງ ແລະ ແຕ່ງໂດຍ ສິບຕີ ວົງພັນ ສິງວົງທໍາ, 5 ຟ້ອນເອກະລາດ; ຮ້ອງໂດຍ ສິບ ຕີ ວົງພັນ ສິງວົງທໍາ; ແຕ່ງໂດຍ ຮ້ອຍເອກ ນາງຂັນແກ້ວ ລໍວັນ ຮຽນ; ສະແດງໂດຍໝູ່ຍິງ-ຊາຍ. ນອກຈາກການສະແດງຂອງ ກອງພົນແລ້ວກົມກອງອື່ນໆທີ່ ເຂົ້າຮ່ວມການແຂ່ງຂັນກໍມີ ຫຼາຍກົມກອງທີ່ສະແດງຊະນະ ໃຈຄະນະກໍາມະການ ແລະ ຜູ້ ຊົມຊາວແຂວງວຽງຈັນ ໂດຍ ສະເພາະກໍແມ່ນການສະແດງ ຂອງເຈົ້າພາບກໍຄືກອງບັນຊາ ການທະຫານແຂວງວຽງຈັນ ສາມາດຍາດໄດ້ລາງວັນທີ 1 ຈໍານວນ 4 ລາງວັນ, 2 ກອງ ພັນໃຫຍ່ລົດຕັງຍານເກາະ 661 ສາມາດຍາດໄດ້ລາງວັນ ທີ 1 ຈໍານວນ 2 ລາງວັນ ແລະ ລາງວັນທີ 2 ຈໍານວນ 2 ລາງ ວັນ, 3 ຫ້ອງວ່າການກະຊວງ ປ້ອງກັນປະເທດຍາດໄດ້ລາງ ວັນທີ 1 ຈໍານວນ1 ລາວວັນ ແລະ ລາງວັນທີ 2 ຈໍານວນ 3 ລາງວັນ ແລະ ກົມກອງອື່ນໆ ກໍສາມາດຍາດໄດ້ລາງວັນທີ 1 ທີ 2 ທີ 3 ຫຼາຍກົມກອງ ເຊິ່ງບົດຟ້ອນ, ບົດຮ້ອງ, ບົດຂັບ ລໍາລ້ວນແຕ່ມີເນື້ອຮ້ອງທໍານອງ ແລະ ສິລະປະການສະແດງທີ່ ສວຍສົດງົດງາມ ເຮັດໃຫ້ຄະນະ ກໍາມະການຕັດສິນໃຈຍາກພໍສົມ ຄວນ. ສ່ວນກອງພົນທີ 1 ແມ່ນ ສາມາດຍາດໄດ້ລາງວັນທີ 3 ຈໍານວນ 1 ລາງວັນ ແລະ ລາງ ວັນຊົມເຊີຍຈໍານວນ 3 ລາງ ວັນ. ການເຄື່ອນໄຫວເຂົ້າຮ່ວມ ການສະແດງໃນຄັ້ງນີ້ຄະນະສິ ລະປະພວກເຮົາເຖິງຈະບໍ່ສາ ມາດຍາດໄດ້ລາງວັນທີ່ໂດດ ເດັ່ນ ແຕ່ພວກເຮົາກໍສະແດງ ສຸດຄວາມສາມາດທີ່ມີ ເຄື່ອນ ໄຫວສະແດງຕາມພາລະບົດ ບາດເປັນການແລກປ່ຽນປະ ສົບການນໍາຫຼາຍຄະນະສິລະ ປະໃຫ້ນໍາມາປັບປຸງ ແລະ ເສີມ ຂະຫຍາຍແຕ່ງເຕີມ ປັບປຸງໃຫ້ດີ ຂຶ້ນ ເພື່ອແນໃສ່ກະກຽມຄວາມ ພ້ອມ ເຄື່ອນໄຫວສະແດງຮັບ ໃຊ້ຢູ່ກອງພົນ ແລະ ກົມກອງ ເຂດຫ່າງໄກສອກຫຼີກຊົນນະ ບົດພູດອຍ ເພື່ອເປັນການສ້າງ ບັນຍາກາດໃຫ້ຟົດຟື້ນມ່ວນ ຊື່ນ, ເອກອ້າງທະນົງໃຈ ກຽມ ພ້ອມສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ແລະ ວັນສ້າງ ຕັ້ງກອງພົນທີ 1 ຄົບຮອບ 35 ປີ ທີ່ຈະມາຮອດມາເຖິງໃນປີ 2020 ນີ້. ວຽກງານສິລະປະ-ວັນນະ ຄະດີໃນຖັນແຖວກອງທັບແມ່ນ ວຽກງານໜຶ່ງທີ່ສໍາຄັນໃນວຽກ ງານການເມືອງ ທີ່ມີການເຄື່ອນ ໄຫວເປັນປະຈໍາເພື່ອປຸກລະ ດົມ; ຊຸກຍູ້ທາງດ້ານແນວຄິດ; ຈິດໃຈຂອງພະນັກງານ-ນັກຮົບ ໃຫ້ມີແນວຄິດການເມືອງໜັກ ແໜ້ນ, ມີຄວາມເບີກບານມ່ວນ ຊື່ນ, ມີກໍາລັງໃຈຟົດ ຟື້ນປະຕິວັດ, ມີຄວາມບຸກບືນ, ຫ້າວຫັນເຮັດ ສໍາເລັດໜ້າທີ່ການເມືອງ ແລະ ຄວາມຮັບຜິດຊອບຂອງຕົນ ໃນສະພາບການອັນໃໝ່ ແລະ ກໍເພື່ອເປັນການເພີ່ມພູນຄູນ ສ້າງມູນເຊື້ອຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງ ຄົນລາວ, ຊາດລາວມາແຕ່ດົນ ນານ ໃຫ້ມີຄວາມເຕີບໃຫຍ່ຂະ ຫຍາຍຕົວ ແລະ ຍືນຍົງຄູ່ຊາດ ລາວຕະຫຼອດໄປ. ໂດຍ: ໂກຮັງ ພັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ