ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ພົບປະໂອ້ລົມພະນັກງານຫຼັກແຫຼ່ງກອງພັນໃຫຍ່ 584
ເວລາອອກຂ່າວ: 2021-11-23 10:03:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ສະຫາຍ ພົນຕີ ສີດາລໍ່ ຈົ່ງ ເຕັງເຈ້ຍຊ້າ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມ ຢາມ ແລະ ພົບປະໂອລົມພະນັກ ງານຫຼັກແຫຼ່ງກອງພັນໃຫຍ່ 584 ຫວ່າງບໍ່ດົນມານີ້, ໂດຍການຕ້ອນ ຮັບຂອງສະຫາຍ ພັນເອກ ມອນ ໄທ ສະລິດໄຊ ຫົວໜ້າການທະ ຫານກອງພັນໃຫຍ່ 584 ພ້ອມ ດ້ວຍຄະນະ. ໃນໂອກາດດັ່ງກ່າວສະຫາຍຫົວ ໜ້າການທະຫານກອງພັນໃຫຍ່ 584 ໄດ້ລາຍງານສະພາບການ ເຄື່ອນໄຫວປະຕິບັດໜ້າທີ່ວຽກ ງານຢ່າງຮອບດ້ານຂອງກົມ ກອງໃນໄລຍະຜ່ານມາ ໂດຍສະ ເພາະວຽກງານຮັບປະກັນເຮັດ ໃຫ້ສະພາບມີຄວາມສະຫງົບ ໂດຍໄດ້ຖືເອົາວຽກງານສຶກສາອົບ ຮົມການເມືອງນໍາພາ-ແນວຄິດ ສະເພາະແມ່ນໄດ້ນໍາເອົາບັນດາ ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບ ຂອງກອງທັບ, ຂອງກົມກອງມາ ຈັດຕັ້ງໂຄສະນາເຜີຍແຜ່ໃຫ້ບັນດາພະນັກງານ-ສະມະຊິກພັກ, ນັກຮົບໄດ້ຮັບຮູ້ເຂົ້າໃຈແຈ້ງ, ກໍາ ແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ ເຮັດໃຫ້ແຕ່ລະສະຫາຍມີແນວຄິດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິ ວັດ, ມີສະຕິຕໍ່ການຈັດຕັ້ງພ້ອມກັນ ປະຕິບັດໜ້າທີ່ວິຊາສະເພາະຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນ ງານທີ່ກະຊວງປ້ອງກັນປະເທດ ວາງອອກ ແລະ ລົງກໍ່ສ້າງຖານ ການເມືອງແບບມູນເຊື້ອຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ພັດທະນາຊົນນະບົດຮອບດ້ານ ຕາມທິດຊີ້ນໍາຂອງຂັ້ນເທິງເຮັດ ໃຫ້ຂອບເຂດຂອງກົມກອງຕັ້ງ ທັບມີຄວາມສະຫງົບປອດໄປໂດຍ ພື້ນຖານ. ໂອກາດນີ້, ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ໄດ້ສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນ ງານທີ່ຍາດມາໄດ້ ໃນໄລຍະຜ່ານ ມາພ້ອມທັງຮຽກ ຮ້ອງໃຫ້ຄະນະ ພັກ-ຄະນະບັນຊາພະນັກງານ-ນັກຮົບ ຈົ່ງສືບຕໍ່ກໍາແໜ້ນແນວ ທາງນະໂຍບາຍຂອງພັກລັດ, ກຳ ແໜ້ນເອົາໃຈໃສ່ສຶກສາອົບຮົມ ການເມືອງ-ນໍາພາແນວຄິດໃຫ້ ພະ ນັກງານ-ນັກຮົບ ເປັນກົກ ແລະ ຫັນລົງກໍ່ສ້າງຮາກຖານການ ເມືອງ ແບບມູນເຊື້ອ ແລະ ພັດທະ ນາຊົນນະບົດຮອບດ້ານ, ເພີ່ມທະ ວີຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນພ້ອມກັນ ແລະ ພັດທະນາ ກົມກອງໃຫ້ເຕີບໃຫຍ່ ເຂັ້ມແຂງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ