ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ພຣີເມຍລີກອັງກິດ ໃຫ້ນັກກີລາພັກພຽງ 8 ວັນ ຫຼັງຈົບບານໂລກ 2022
ເວລາອອກຂ່າວ: 2021-11-24 10:35:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ຝ່າຍຈັດການແຂ່ງຂັນເຕະ ບານ ພຣີເມຍລີກ ອັງກິດ ໄດ້ອອກ ມາຢືນຢັນວ່າ: ລະດູການ 2022-2023 ຈະກັບມາແຂ່ງຂັນ 8 ວັນ ຫຼັງຈົບ ບານໂລກ 2022 ຮອບ ສຸດທ້າຍ ຢູ່ກາຕາ ເພື່ອໃຫ້ ການແຂ່ງຂັນສຳເລັດຕາມຄາດ ໝາຍບໍ່ເກີນເດືອນມິຖຸນາ ປີ 2023 ໂດຍລະດູການ 2022-23 ຈະ ແຂ່ງຂັນປະມານ 16 ອາທິດ ກ່ອນສົ່ງນັກກີລາກັບສູ່ ສູນເກັບຕົວ ທີມຊາດໃນຕົ້ນເດືອນ ພະຈິກ 2022 ເກມຟີຟ້າເດ ແລະ ກຽມລຸຍ ບານໂລກ ໃນ ລະຫວ່າງວັນທີ 21 ພະຈິກ ຫາວັນທີ 18 ທັນວາ 2022 ໝາຍວ່າຈະພັກປະມານ 6-7 ອາທິດ ເພື່ອຫລີກທາງໃຫ້ບານ ໂລກຄັ້ງນີ້, ເຊິ່ງເປັນຄັ້ງທຳອິດ ທີ່ຈະຈັດໃນທ້າຍປີ ເພາະຖ້າຈັດ ກາງປີເໝືອນ ຄັ້ງຜ່ານໆມາອາ ກາດຢູ່ປະເທດກາຕາມີຄວາມ ຮ້ອນສູງ 40 ອົງສາ ຈະສົ່ງ ຜົນກະທົບຕໍ່ສຸຂະພາບຂອງນັກ ກີລາ. ສ່ວນລີກອັນດັບສອງຂອງອັງ ກິດ ເດີແຊ້ມປ້ຽນຊິບ ກໍຈະພັກເຊັ່ນ ກັນໃນໄລຍະບານໂລກ 2022, ແຕ່ ລີກວັນ ແລະ ລີກທູ ຈະສືບຕໍ່ ແຂ່ງຂັນເໝືອນກັບລະດູການ ຜ່ານມາ ແລະ ຈະສິ້ນສຸດໃນທ້າຍ ເດືອນພຶດສະພາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ