ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງສະຫວັນນະເຂດ ສະຫຼຸບວຽກງານກວດກາພາຫະນະ-ຍຸດໂທປະກອນ
ເວລາອອກຂ່າວ: 2021-11-25 09:45:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 555 | ຄວາມນິຍົມ:



ກອງບັນຊາການທະຫານ ແຂວງສະຫວັນນະເຂດ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານ ກວດກາພາຫະນະ-ຍຸດໂທປະ ກອນທົ່ວກອງບັນຊາການໄລຍະ ທີ 1 ໃນວັນທີ 23 ພະຈິກ 2021 ນີ້. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງ ສະຫວັນນະເຂດ, ມີຄະນະສະເພາະກິດແຕ່ລະຂັ້ນ, ພ້ອມດ້ວຍຄະ ນະວິຊາການທີ່ກ່ຽວຂ້ອງຈາກ ອົງການ 5 ຫ້ອງເຂົ້າຮ່ວມ. ສະຫາຍ ພັນຕີ ບຸນລົບ ແກ້ວ ເຮືອງໄຊ ຮອງຫົວໜ້າຫ້ອງເຕັກ ນິກກອງບັນຊາການທະຫານ ແຂວງ ໄດ້ສະຫຼຸບຖອດຖອນບົດ ຮຽນຜ່ານການຈັດຕັ້ງປະຕິບັດວຽກງານກວດກາພາຫະນະ-ຍຸດໂທປະກອນ ໃນໄລຍະຜ່ານມາ, ເຊິ່ງສາມາດກວດກາຄຸນນະ ພາບລົດປະຈຳການປ້ອງກັນໄດ້ 36 ຄັນ, ລົດບໍລິຫານ 51 ຄັນ, ສາມາດແບ່ງປະເພດຄຸນນະ ພາບ ຄື: ຂັ້ນ 1 ມີ 8 ຄັນ, ຂັ້ນ 2 ມີ 26 ຄັນ, ຂັ້ນ 3 ມີ 45 ຄັນ, ຂັ້ນ 4 ມີ 8 ຄັນ, ພາຫະນະເຮືອ ຈັກມີ 62 ລໍາ, ມີເຮືອລາດຕະເວນ 9 ລຳ, ເຮືອຮັບໃຊ້ 53 ລຳ, ສາມາດ ແບ່ງຄຸນນະພາບເຕັກນິກເຮືອ ຂັ້ນ 1 ມີ 11 ລໍາ, ຂັ້ນ 2 ມີ 36 ລໍາ, ຂັ້ນ 3 ມີ 14 ລໍາ ແລະ ຂັ້ນ 4 ມີ 1 ລໍາ. ດ້ານພາຫະນະ-ຍຸດ ໂທປະກອນມີທັງໝັດ 36 ຊະນິດ ແບ່ງປະເພດຄຸນນະພາບຂັ້ນ 1 ກວມເອົາ 40%, ຂັ້ນ 2 ກວມເອົາ 50%, ຂັ້ນ 3 ກວມເອົາ 60%, ຂັ້ນ 4 ກວມເອົາ 80%. ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ພ້ອມ ກັນປະກອບຄຳຄິດເຫັນຕໍ່ກອງປະ ຊຸມຢ່າງກົງໄປກົງມາ ແລະ ວາງ ທິດທາງແຜນການກວດກາໃນ ຄັ້ງຕໍ່ໄປໃຫ້ໄດ້ຮັບຜົນດີກວ່າ ເກົ່າ. ໂອກາດນີ້, ສະຫາຍ ພັນເອກ ສຸກສະໝອນ ສີພັນດອນ ໄດ້ມີ ຄໍາເຫັນຕໍ່ກອງປະຊຸມ ກ່ອນອື່ນ ສະຫາຍໄດ້ກ່າວສະແດງຄໍາຍ້ອງ ຍໍຊົມເຊີຍຕໍ່ໜ່ວຍສະເພາະກິດ ທີ່ ສາມາດເຮັດສຳເລັດໜ້າທີ່ຕາມທີ່ໄດ້ຮັບມອບໝາຍເປັນຢ່າງດີ, ພ້ອມທັງເນັ້ນໜັກໃຫ້ຄະນະສະ ເພາະກິດແຕ່ລະຂັ້ນ ພ້ອມກັນປະຕິບັດໜ້າທີ່ວຽກງານດ້ວຍຄວາມ ຮັບຜິດຊອບສູງ, ເພີ່ມທະວີຄວາມສາມັກຄີເຮັດວຽກເປັນໝູ່ຄະນະ ເພື່ອຮັບປະກັນເຮັດໃຫ້ການເຄື່ອນ ໄຫວວຽກງານກວດກາພາຫະນະ-ຍຸດໂທປະກອນ ໃນຕໍ່ໜ້າມີ ຄຸນນະພາບສູງ. ໃນກອງປະຊຸມ, ຍັງໄດ້ເຜີຍ ແຜ່ເອກະສານເພີ່ມເຕີມຂອງກົມ ໃຫຍ່ເສນາທິການກອງທັບ ແລະ ກົມໃຫຍ່ເຕັກນິກກອງທັບ ອີກຈໍານວນໜຶ່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ