ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງຫຼວງນໍ້າທາ ສະຫຼຸບວຽກງານລະດົມພົນປະຈໍາປີ 2020
ເວລາອອກຂ່າວ: 2021-11-25 09:52:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 519 | ຄວາມນິຍົມ:



ວັນທີ 19 ພະຈິກນີ້, ກອງບັນ ຊາການທະຫານແຂວງຫຼວງ ນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບ ຖອດຖອນບົດຮຽນການຈັດຕັ້ງ ປະຕິບັດວຽກງານລະດົມພົນ ປີ 2020 ແລະ ວາງທິດທາງແຜນ ການ ປີ 2021 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ອິ່ນແກ້ວ ມະນີຈັນ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງຫຼວງນໍ້າທາ ຮອງປະ ທານຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບແຂວງ, ມີຄະນະພັກ-ຄະນະບັນ ຊາກອງບັນຊາການ ແລະ ອະນຸກໍາ ມະການລະດົມພົນເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການ ຜ່ານຄຳສັ່ງແນະນຳຂອງກົມ ໃຫຍ່ເສນາທິການກອງທັບ ວ່າ ດ້ວຍການກວດກາຄັດເລືອກເອົາທະຫານໃໝ່ ແລະ ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານລະດົມ ພົນສົກປີ 2020 ລວມທັງທິດທາງ ແຜນການວຽກງານລະດົມພົນ ສົກປີ 2021 ເຊິ່ງໄດ້ຍົກໃຫ້ເຫັນ ດ້ານດີ ແລະ ບາງບັນຫາທີ່ຍັງຄົງ ຄ້າງ ເຊິ່ງຄະນະອະນຸກຳມະການ ລະດົມພົນຂັ້ນຕ່າງໆຈະຕ້ອງໄດ້ ສຸມໃສ່ປັບປຸງແກ້ໄຂໃນຕໍ່ໜ້າ, ໃນປີຜ່ານມາ ຄະນະອະນຸກຳມະ ການລະດົມພົນແຕ່ລະຂັ້ນໄດ້ສູ້ ຊົນປະຕິບັດໜ້າທີ່ໃນການລະ ດົມພົນໃຫ້ກຳລັງຫຼວງ ແລະ ກຳ ລັງທອງຖິ່ນ ໂດຍໄດ້ແຕ່ງຕັ້ງວິຊາ ການລົງສົມທົບກັບອຳນາດການ ປົກຄອງທ້ອງຖິ່ນ, ພໍ່ແມ່ປະຊາຊົນ ແຕ່ລະບ້ານສຶກສາອົບຮົມໃຫ້ເຂົາ ເຈົ້າເຂົ້າໃຈແຈ້ງຕໍ່ກົດໝາຍພັນ ທະປ້ອງກັນຊາດ, ເອົາໃຈໃສ່ເກັບ ກໍາກວດກາຊີວະປະຫວັດ ແລະ ຄັດເລືອກເອົາຊາວໜຸ່ມຜູ້ທີ່ມີມາດ ຖານເງື່ອນໄຂເຂົ້າມາຮັບໃຊ້ຊາດ ໃນຖັນແຖວກອງທັບ ໄດ້ຕາມ ຄາດໝາຍ 100% ແລະ ໃນສົກ ປີ 2021 ນີ້, ຕາມແຜນການຄາດ ໝາຍແມ່ນຈະລະດົມໃຫ້ໄດ້ 165 ສະຫາຍ, ຍິງ 5 ສະຫາຍ ໃນນີ້ ຈະມອບໃຫ້ກໍາລັງຫຼວງ 60 ສະ ຫາຍ. ສະຫາຍ ພົນຈັດຕະວາ ອີ່ນແກ້ວ ມະນີຈັນ ໄດ້ມີຄຳເຫັນເນັ້ນ ໃຫ້ຄະນະອະນຸກຳມະການລະດົມ ພົນຂັ້ນຕ່າງໆ ເອົາໃຈໃສ່ປະຕິບັດ ໜ້າຂອງຕົນດ້ວຍຄວາມຮັບຜິດ ຊອບສູງ, ເພີ່ມທະວີວຽກງານສຶກ ສາອົບຮົບໃຫ້ພໍ່ແມ່ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈຕໍ່ລະບຽບກົດ ໝາຍພັນທະປ້ອງກັນຊາດ ເພື່ອເຮັດໃຫ້ທຸກຄົນມີສ່ວນຮ່ວມໃນການປະຕິບັດພັນທະຕໍ່ປະເທດ ຊາດ, ການຄັດເລືອກຊາວໜຸ່ມ-ໄວໜຸ່ມຕ້ອງມີຊີວະປະຫວັດຈະ ແຈ້ງ ແລະ ມີມາດຖານເງື່ອນ ໄຂຄົບຖ້ວນ ເພື່ອຮັບປະກັນເຮັດ ໃຫ້ການລະດົມພົນໃນປີນີ້ ບັນ ລຸໄດ້ຕາມຄາດໝາຍທີ່ວາງໄວ້. ໂດຍ: ສົມສະນຸກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ