ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດການຮ່ວມມືກວດກູ້, ທຳລາຍລະເບີດບໍ່ທັນແຕກລະຫວ່າງ ກອງທັບປະຊາຊົນລາວ ແລະ ກໍາລັງປະກອບອາວຸດແຫ່ງ ສ.ຣັດເຊຍ
ເວລາອອກຂ່າວ: 2021-11-25 09:57:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 441 | ຄວາມນິຍົມ:



ພິທີເປີດການຮ່ວມມືກວດ ກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ໃນສະໄໝສົງຄາມຢູູ່ ສປປລ ລາວ ລະຫວ່າງ ກອງທັບປະຊາຊົນລາວ ແລະ ກຳລັງປະກອບອາວຸດແຫ່ງ ສ. ຣັດເຊຍ ຈັດຂຶ້ນໃນວັນທີ 23 ພະ ຈິກ 2021 ນີ້, ຢູ່ທີ່ເດີ່ນໂຮງຮຽນ ມໍປາຍ ເມືອງນາກາຍ ແຂວງຄຳ ມ່ວນ ໂດຍການເຂົ້າຮ່ວມຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າ ແຂວງໆຄຳມ່ວນ, ມີສະຫາຍ ພົນ ຕີ ຈັນທອງ ສອນຕະອາດ ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຮັກສາການຫົວໜ້າກົມໃຫຍ່ ເສນາທິການກອງທັບ, ສະຫາຍ ພັນເອກ ອັນເດຣ ລີຄາຊ໋ອບ ທີ່ ປຶກສາທູດປ້ອງກັນຊາດແຫ່ງ ສ. ຣັດເຊຍ ປະຈຳ ສປປ ລາວ, ມີ ຄະນະນໍາຈາກ 4 ກົມໃຫຍ່, ເມືອງແລະ ແຂກທີ່ຖືກເຊີນເຂົ້າຮ່ວມ. ທ່ານ ສົມບັດ ປັນຍາສິດ ຮອງ ເຈົ້າເມືອງໆນາກາຍ ໄດ້ຜ່ານຂໍ້ ຕົກລົງຂອງເຈົ້າເມືອງເມືອງນາ ກາຍວ່າດ້ວຍການມອບດິນຂອງ ເມືອງໃຫ້ກຳລັງຂອງກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ແລະ ຄະນະຮັບຜິດຊອບການ ກວດກູ້ມິນສາກົນຂອງກະຊວງ ປ້ອງກັນປະເທດແຫ່ງ ສ.ຣັດເຊຍ ເພື່ອຮ່ວມມືກັນໃນການກວດກູ້ລະ ເບີດບໍ່ທັນແຕກໃຫ້ສຳເລັດຕາມເປົ້າໝາຍ ໃນເນື້ອທີ່ທັງໝົດຈໍາ ນວນ 120 ເຮັກຕາ. ຈາກນັ້ນ, ສະຫາຍ ພົນຕີ ຈັນ ທອງ ສອນຕະອາດ ໄດ້ກ່າວວ່າ: ສຳລັບ ສປປ ລາວ ເປັນປະເທດ ໜຶ່ງທີ່ໄດ້ຮັບຜົນກະທົບຈາກລະ ເບີດບໍ່ທັນແຕກທີ່ຕົກຄ້າງມາແຕ່ ສະໄໝສົງຄາມອິນດູຈີນ ໃນລະ ຫວ່າງປີ 1964-1973 ຍົນຂອງ ຈັກກະພັດຜູ້ຮຸກຮານຫຼາຍກວ່າ 580.000 ຖ້ຽວໄດ້ນໍາເອົາລະ ເບີດຊະນິດຕ່າງໆປະມານ 3 ລ້ານ ໂຕນ ມາຖິ້ມໃສ່, ໃນນັ້ນມີລະເບີດ ລູກຫວ່ານ (ບົມບີ) ປະມານ 270 ລ້ານໜ່ວຍ ແລະ ບົມໃຫຍ່ປະມານ 4 ລ້ານໜ່ວຍມາຖິ້ມໃສ່ປະເທດ ລາວ ເຊິ່ງນັກການທະຫານ ໄດ້ວິ ເຄາະວ່າ: ມາຮອດປັດຈຸບັນປະ ມານ 30% ຫຼື ປະມານ 80 ລ້ານ ໜ່ວຍຍັງບໍ່ທັນແຕກ ແລະ ຕົກຄ້າງ ໃນເນື້ອທີ່ 2/3 ຂອງປະເທດລາວ ເຖິງແມ່ນວ່າສົງ ຄາມຈະຢຸດຕິລົງ ແລ້ວແຕ່ລະເບີດດັ່ງກ່າວຍັງສືບ ຕໍ່ທໍາລາຍຊີວິດຂອງປະຊາຊົນ ຕະຫຼອດມາ ເຊິ່ງແຕ່ລະປີມີຜູ້ໄດ້ ຮັບເຄາະຮ້າຍ ແລະ ເສຍຊີວິດເປັນ ຈຳນວນຫຼາຍຈາກລະເບີດທີ່ບໍ່ທັນ ແຕກຈາກສົງຄາມ ລວມທັງເດັກ ນ້ອຍ, ແມ່ຍິງ ແລະ ຜູ້ເຖົ້າ ເຊິ່ງໄດ້ເປັນອຸປະສັກອັນໃຫຍ່ຫຼວງຕໍ່ການພັດທະນາເສດຖະກິດ-ສັງຄົມ ກໍຄື ການດໍາລົງຊີວິດຂອງປະຊາຊົນ ລາວ ໂດຍສະເພາະຊາວເມືອງນາ ກາຍແຂວງຄໍາມ່ວນ ສະນັ້ນ, ສອງ ກຳລັງປະກອບອາວຸດ ຈຶ່ງໄດ້ຂໍ ອະນຸມັດຈາກລັດຖະບານສອງ ປະເທດລາວ-ຣັດເຊຍ ມາຊ່ວຍ ກວດກູ້ລະເບີດບໍ່ທັນແຕກຕົກຄ້າງ ຢູ່ເມືອງນາກາຍແຂວງຄຳມ່ວນ ເພື່ອປະກອບສ່ວນແກ້ໄຂບັນຫາ ລະເບີດບໍ່ທັນແຕກ ແລະ ປົດປ່ອຍ ເນື້ອທີ່ທໍາການຜະລິດໃຫ້ປະຊາ ຊົນບັນດາເຜົ່າ ພ້ອມກັນດຳລົງ ຊີວິດປາສະຈາກອັນຕະລາຍຈາກ ລູກລະເບີດບໍ່ທັນແຕກ, ຄຽງຄູ່ກັນ ນັ້ນ, ຍັງເປັນການປະກອບສ່ວນ ສຳຄັນເຂົ້າໃນການຈັດຕັ້ງປະຕິ ບັດເປົ້າໝາຍສະຫັດສະຫວັດແຫ່ງ ການພັດທະນາ ຂອງລັດຖະບານ ແນໃສ່ລົບລ້າງຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າໃຫ້ໄດ້ ປີ 2030. ຈາກນັ້ນການນໍາແຂວງ ຄໍາມ່ວນ, ການນໍາສອງກະຊວງ ປ້ອງກັນ ປະເທດລາວ-ຣັດເຊຍ ພ້ອມດ້ວຍພາກສ່ວນທີ່ກ່ຽວ ຂ້ອງກໍໄດ້ຢ້ຽມຊົມການວາງສະ ແດງເຄື່ອງຈັກ, ອຸປະກອນກວດກູ້ ແລະ ທໍາລາຍລະເບີດບໍ່ທັນແຕກ, ອຸປະກອນປ້ອງກັນສະເກັດລະ ເບີດ ພ້ອມທັງຮັບຊົມການສາທິດ ການກວດກູ້ລະເບີດທີ່ບໍ່ທັນແຕກຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ