ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

2 ນັກເຕະລາວໃນໄທລີກ ອາດໄປສົມທົບ ທີມຊາດລາວຊຸດໃຫຍ່ ທີ່ສິງກະໂປ
ເວລາອອກຂ່າວ: 2021-11-25 10:29:26 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ເນື່ອງຈາກການແຂ່ງຂັນບານ ເຕະໄທລີກ 1 ແລະ ໄທລີກ 2 ຮອບ ຂາໄປ (ລີກ 1) ຈະແກ່ຍາວເຖິງ ຕົ້ນເດືອນທັນວາ 2021 ຈະເຮັດ ໃຫ້ 2 ນັກເຕະລາວຄື: ສຸກອາພອນ ວົງຈຽງຄໍາ ຈາກສະໂມສອນອຸ ດອນທານີ ເອັຟຊີ ໃນໄທລີກ 2 ແລະ ພຸດທະໄຊ ໂຄຈະເລີນ ຈາກ ສະໂມສອນສະໝຸດປາການຊີ ຕີ້ໃນໄທລີກ 1 ອາດເຮັດໃຫ້ທັງ ສອງບໍ່ໄດ້ກັບມາລາວ, ແຕ່ຈະ ເດີນທາງໄປສົມທົບກັບທີມຊາດ ລາວຊຸດໃຫຍ່ ທີ່ປະເທດສິງກະ ໂປ ເພື່ອລຸຍການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນ AFF SUZUKI CUP 2020. ການແຂ່ງຂັນໄທລີກ 1 ປັດ ຈຸບັນແຂ່ງຂັນໄປແລ້ວ 14 ນັດ ພຸດທະໄຊ ເປັນສ່ວນໜຶ່ງພາສະ ໝຸດປາການ ຊິຕີ້ ຢູ່ອັນດັບທີ 12 ຈາກການມີ 14 ຄະແນນຈາກ 14 ນັດ ເຊິ່ງເຫຼືອອີກ 1 ນັດໃນ ຮອບຂາໄປ, ສ່ວນສຸກອາພອນ ສ້າງຜົນງານໂດດເດັ່ນກັບອຸດອນ ທານີ ເອັຟຊີ ໃນໄທລີກ 2 ລົງແຂ່ງ ຂັນໄປ 14 ນັດຈາກທັງໝົດ 15 ນັດ ສາມາດຍິງໄດ້ 3 ປະຕູພາ ທີມເກັບເພີ່ມເປັນ 31 ຄະແນນ ແຊງ ສຸໂຂໄທ ຂຶ້ນມາຢູ່ອັນດັບ 2 ເປັນທີ່ຮຽບຮ້ອຍ ໂດຍມີ 31 ຄະ ແນນເທົ່າກັນແຕ່ປະຕູໄດ້ເສຍອຸ ດອນທານີ ເອັຟຊີ ດີກວ່າ, ເຊິ່ງ ສຸກອາພອນ ຍັງມີພາລະກິດອີກ 2 ນັດພາອຸດອນທານີ ລົງແຂ່ງຂັນ ໃນໄທລີກ 2 ຮອບຂາໄປ. ຫຼ້າສຸດ ສຸກອາພອນ ເປີດເຜີຍ ວ່າ: ການແຂ່ງຂັນໄທລີກ 2 ລີກ 1 (ຮອບຂາໄປ) ມາຮອດປັດຈຸ ບັນແມ່ນຍັງເຫຼືອ 2 ນັດ ແລະ ຈະ ຈົບໃນວັນທີ 1 ທັນວາ 2021 ເຊິ່ງ ໃກ້ຄຽງກັບການແຂ່ງຂັນບານ ເຕະ AFF SUZUKI CUP 2020 ທີ່ຈະເປີດສາກຂຶ້ນໃນ ວັນທີ 5 ທັນວາ 2021. ດັ່ງນັ້ນ ອາດຈະຕ້ອງເດີນທາງໄປປະ ເທດສິງກະໂປ ທັນທີ ເພື່ອໄປສົມ ທົບກັບທີມຊາດລາວ ຊຸດໃຫຍ່ ແລະ ຈະເລັ່ງເຝິກຊ້ອມ ເພື່ອປັບ ຕົວໃຫ້ເຂົ້າກັບທີມໃຫ້ໄດ້ຫຼາຍ ທີ່ສຸດກ່ອນລົງສະໜາມນັດທໍາ ອິດຂອງທີມຊາດລາວຈະລົງ ແຂ່ງຂັນກັບ ຫວຽດນາມ ໃນວັນ ທີ 6 ທັນວາ 2021. ສຳລັບ ສຸກອາພອນ ແລະ ພຸດ ທະໄຊ ເປັນ 2 ນັກເຕະລາວທີ່ ຫຼິ້ນໃນໄທລີກ ປັດຈບຸັນຖືເປັນ ກໍາລັງສໍາຄັນຕໍ່ກັບທີມຊາດລາວ ຊຸດໃຫຍ່ໃນການແຂ່ງຂັນບານ ເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021-1 ມັງກອນ 2022 ໂດຍ ທີມຊາດລາວ ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນ ໂດເນເຊຍ ແລະ ກໍາປູເຈຍ. ສ່ວນ ຕາຕະລາງແຂ່ງຂັນຂອງທີມຊາດ ລາວ ໃນ AFF SUZUKI CUP 2020 ມີດັ່ງນີ້: ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ. ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ. ວັນທີ 12 ທັນວາ 2021 ເວ ລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ. ວັນທີ 15 ທັນວາ 2021 ເວ ລາ 16:30 ໂມງ ທີມຊາດລາວ ພົບກຳປູເຈຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ