ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານເຂດ 5 ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ
ເວລາອອກຂ່າວ: 2021-11-26 14:29:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 537 | ຄວາມນິຍົມ:



ວັນທີ 24 ພະຈິກ 2021 ນີ້, ກອງບັນຊາການທະຫານເຂດ 5 ສສ ຫວຽດນາມ ໄດ້ມອບເຄື່ອງ ຊ່ວຍເຫຼືອໂຮງຮຽນກໍ່ສ້າງນາຍ ສິບເລກ 2 ວຽງໄຊ ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພັນເອກ ຫງວຽນ ດຶກບິງ ຮອງຫົວໜ້າການ ເມືອງ ກອງບັນຊາການທະຫານ ເຂດ 5 ສສ ຫວຽດນາມ ພ້ອມຄະນະ, ມີສະຫາຍ ພັນເອກ ພູເວີນ ວົງຄຳຊາວ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ພ້ອມຄະນະ, ຄະນະພັກ-ຄະນະບັນຊາກອງພົນທີ 5 ເຂົ້າ ຮ່ວມ ຢູ່ທີ່ດ່ານຕາອອກເມືອງ ດາກຈຶງ ແຂວງເຊກອງ. ສະຫາຍ ພັນເອກ ຫງວຽນດຶກ ບິງ ໄດ້ສະແດງຄວາມຢື້ຢາມ ຖາມຂ່າວ ແລະ ເປັນຫ່ວງເປັນໃຍ ມາຍັງ 2 ກົມກອງໂດຍສະເພາະ ແມ່ນການແຜ່ລະບາດຂອງພະ ຍາດໂຄວິດ 19 ບໍ່ວ່າຢູ່ ປະເທດ ສັງຄົມນິຍົມຫວຽດນາມ ກໍຄື ຢູ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ມີຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງ ຄົມ ແລະ ອື່ນໆ ເຖິງຢ່າງໃດກໍຕາມ ບົນຈິດໃຈຄວາມສາມັກຄີຮັກ ແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ 2 ຊາດ, ລາວ-ຫວຽດ ນາມ, ຫວຽດນາມ-ລາວ ເວົ້າ ສະເພາະ ກໍຄື ໂຮງຮຽນກໍ່ສ້າງ ນາຍສິບເລກ 2 ວຽງໄຊ ກັບກອງ ບັນຊາການທະຫານເຂດ 5 ສສ ຫວຽດນາມ ໃຫ້ນັບມື້ນັບໜັກ ແໜ້ນ ແລະ ພັດທະນາດີຂຶ້ນ ເລື້ອຍໆ. ຮ່ວມແຮງຮ່ວມໃຈກັນ ເຝົ້າລະວັງຕ້ານ, ສະກັດກັ້ນການ ແຜ່ລະບາດຂອງພະຍາດໂຄວິດ- 19 ພ້ອມທັງມອບອຸປະກອນ ການແພດ ແລະ ເຄື່ອງບໍລິໂພກ ໃຫ້ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ໃນນັ້ນປະກອບມີ: ຜ້າ ປິດປາກ-ດັງ ຈຳນວນ 26.500 ອັນ, ທາດກາລໍລາມິນ B100 ກິ ໂລກຣາມ, ເຈວລ້າງມື 100 ຂວດ, ຖົງມືອະນາໄມ 300 ຄູ່, ຊຸດປ້ອງກັນພະຍາດ 500 ຊຸດ, ເຄື່ອງວັດແທກອຸນຫະພູມ 10 ອັນ,ນ້ຳປາ 20 ແກັດ,ໝີ່ສຳເລັດ ຮູບ 20 ແກັດ, ແປ້ງນົວ 20 ແກັດ ແລະ ນ້ຳມັນພືດ 10 ແກັດ. ໂດຍ: ຄຳແປງ ຟອງສາຍໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ