ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ປະກາດເລື່ອນຊັ້ນພົນເອກ ແລະ ພົນໂທ ໃຫ້ກຳລັງປ້ອງກັນຄວາມສະຫງົບ
ເວລາອອກຂ່າວ: 2021-11-26 14:34:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 442 | ຄວາມນິຍົມ:



ວັນທີ 25 ພະຈິກ 2021 ນີ້, ຢູ່ທີ່ສະໂມສອນກະຊວງປ້ອງກັນ ຄວາມສະຫງົບ ໄດ້ຈັດພິທີປະກາດ ເລື່ອນຊັ້ນນາຍຕຳຫຼວດຂັ້ນສູງ ຂອງກະຊວງປ້ອງກັນຄວາມສະ ຫງົບ, ໂດຍການເຂົ້າຮ່ວມ ແລະ ປະດັບຊັ້ນຂອງ ສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ, ມີສະຫາຍ ພົນເອກ ຈັນສະໝອນ ຈັນຍາ ລາດຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ມີຄະນະຈັດຕັ້ງສູນກາງ, ຫ້ອງວ່າການສູນກາງພັກ, ຫ້ອງ ວ່າການປະທານປະເທດ, ຫ້ອງວ່າ ການສຳນັກງານນາຍົກລັດຖະ ມົນຕີ, ຫ້ອງວ່າການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ, ບັນດາພະນັກງານຫຼັກແຫຼ່ງຂອງກະຊວງປ້ອງກັນຄວາມສະຫງົບ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ເຂົ້າຮ່ວມ. ທ່ານ ນາງ ບຸດສະດີ ທະນະ ເມືອງ ກໍາມະການສູນກາງພັກ, ຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ ຂຶ້ນຜ່ານດໍາລັດຂອງປະທານ ປະເທດ ວ່າດ້ວຍ ການເລື່ອນຊັ້ນ ນາຍຕໍາຫຼວດຊັ້ນພົນໂທຂຶ້ນຊັ້ນ ພົນເອກ ອີງຕາມລັດຖະທໍາມະ ນູນ ແຫ່ງ ສປປ ລາວ (ສະບັບປັບ ປຸງ ປີ 2015), ອີງຕາມກົດໝາຍ ວ່າດ້ວຍ ກໍາລັງປ້ອງກັນຄວາມ ສະຫງົບປະຊາຊົນ (ສະບັບປັບປຸງ 2017) ແລະ ອີງຕາມ ໜັງສືສະ ເໜີຂອງນາຍົກລັດຖະມົນຕີ ສະ ບັບເລກທີ 103/ນຍ, ດັ່ງນັ້ນຈຶ່ງ ໄດ້ຕົກລົງເລື່ອນຊັ້ນ ສະຫາຍ ພົນ ໂທ ວິໄລ ຫຼ້າຄໍາຟອງ ລັດຖະມົນ ຕີກະຊວງປ້ອງກັນຄວາມສະ ຫງົບຂຶ້ນເປັນຊັ້ນ ພົນເອກ ແລະ ຕົກລົງເລື່ຶອນຊັ້ນໃຫ້ ສະຫາຍ ພົນ ຕີ ກົງທອງ ພົງວິຈິດ ຮອງລັດ ຖະມົນຕີກະຊວງປ້ອງກັນຄວາມ ສະຫງົບຂຶ້ນເປັນຊັ້ນພົນໂທ. ສະຫາຍ ພົນເອກ ວິໄລ ຫຼ້າຄໍາ ຟອງ ໄດ້ສະແດງຄວາມດີໃຈ ແລະ ຮູ້ບຸນຄຸນມາຍັງການຈັດ ຕັ້ງພັກ-ລັດຖະບານ ໄດ້ມອບ ຊັ້ນຕໍາແໜ່ງອັນສູງສົ່ງນີ້ໃຫ້ ເຊິ່ງມັນມີຄວາມໝາຍຫາອັນ ປຽບບໍ່ໄດ້ໃນຊີວິດ, ເຊິ່ງຜົນງານ ອັນໄດ້ມານີ້ ແມ່ນຜົນງານລວມ ຂອງການຈັດຕັ້ງທຸກຂັ້ນ, ແມ່ນ ການອຸ້ມຊູຊ່ວຍເຫຼືອຈາກການ ຈັດຕັ້ງຂັ້ນເທິງ. ພິເສດແມ່ນຄະ ນະລັດຖະມົນຕີ ແລະ ການນໍາ ກະຊວງ. ໃນຕໍ່ໜ້າແມ່ນຈະຮັກ ສາມູນເຊື້ອຄວາມສາມັກຄີ, ຈະ ເພີ່ມທະວີຄວາມຮັບຜິດຊອບ ທາງດ້ານການເມືອງ, ເດັດຂາດຈະບໍ່ຜິດຕໍ່ແນວທາງນະໂຍບາຍຂອງພັກ, ຈະເອົາໃຈໃສ່ແບບແຜນ ວິທີເຮັດວຽກໃຫ້ຖືກຕ້ອງ, ຈະສຸມ ໃສ່ຮັກສາລະບອບດໍາເນີນຊີວິດ ການເມືອງພາຍໃນພັກ, ຈະປັບປຸງ ກໍ່ສ້າງກໍາລັງປ້ອງກັນຄວາມສະ ຫງົບໃຫ້ມີຄວາມໜັກແໜ້ນ ເຂັ້ມ ແຂງທາງດ້ານການເມືອງ-ແນວ ຄິດ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດສິນທໍາປະຕິວັດ, ຈະສຸມໃສ່ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ. ໂອກາດັ່ງກ່າວ, ສະຫາຍນາຍົກ ລັດຖະມົນຕີ ກໍໄດ້ໂອ້ລົມຜູ້ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່ ແລະ ສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ການປະກາດຊັ້ນຄັ້ງນີ້ ເປັນການ ຢັ້ງຢືນເຖິງຜົນງານ ກໍຄືການເຕີບ ໃຫຍ່ຂະຫຍາຍຕົວຂອງກໍາລັງ ປ້ອງກັນຄວາມສະຫງົບ, ທັງເປັນ ການເຊື່ອໝັ້ນໄວ້ວາງໃຈຂອງ ພັກ-ລັດ ຕໍ່ກັບກໍາລັງປ້ອງກັນ ຄວາມສະຫງົບ ກໍຄື ບຸກຄົນການ ນໍາທັງສອງສະຫາຍ ທີ່ໄດ້ຮັບ ການເລື່ອນຊັ້ນໃໝ່, ເຊິ່ງອັນພົ້ນ ເດັ່ນແມ່ນການເຮັດຫຼ້ອນໜ້າທີ່ ການເມືອງຂອງຕົນ ເປັນຕົ້ນແມ່ນ ການຮັກສາສະຖຽນລະພາບທາງ ດ້ານການເມືອງ ແລະ ຄວາມເປັນ ລະບຽບຮຽບຮ້ອຍຂອງສັງຄົມ, ແກ້ໄຂປະກົດການຫຍໍ້ທໍ້ໃນສັງ ຄົມ, ພິເສດແມ່ນຄວາມສຳເລັດ ໃນການຈັດຕັ້ງປະຕິບັດວາລະ ແຫ່ງຊາດ ວ່າດ້ວຍ ການແກ້ໄຂ ບັນຫາຢາເສບຕິດ, ເຊິ່ງບໍ່ພໍເທົ່າ ໃດເດືອນມານີ້, ສາມາດຄົ້ນພົບ ແລະ ມ້າງຄະດີການນໍາເຂົ້າ, ການ ຜະລິດ ແລະ ຂົນສົ່ງຢາເສບຕິດ ລາຍໃຫຍ່ ຈັບໄດ້ບຸກຄົນກະທໍາ ຜິດ ແລະ ຍຶດຢາບ້າ ໄດ້ຈໍານວນ ຫຼາຍທີ່ບໍ່ເຄີຍມີມາກ່ອນ. ຜົນສໍາ ເລັດດັ່ງກ່າວແມ່ນໝາກຜົນຂອງ ການຊີ້ນໍາ-ບັນຊາ ຂອງການນໍາ ຂັ້ນຕ່າງໆ ໃນການຫັນເອົາມະ ຕິຂອງພັກແຜນການຂອງລັດຖະ ບານມາເປັນລະອຽດເຂົ້າໃນໜ້າທີ່ການເມືອງຂອງກໍາລັງປ້ອງກັນຄວາມສະຫງົບ. ໃນຕໍ່ໜ້ານີ້ຕ້ອງ ໄດ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການ ຈັດຕັ້ງຜັນຂະຫຍາຍແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບທົ່ວປວງຊົນຮອບດ້ານ, ສືບ ຕໍ່ນໍາເອົາເນື້ອໃນຈິດໃຈບັນດາມະ ຕິຂອງສູນກາງພັກ ຄະນະກໍາມະ ການ ປກຊ-ປກສ ສູນກາງຜັນຂະ ຫຍາຍຫັນເປັນມະຕິ, ແຜນງານ ແລະ ໂຄງການຕົວຈິງ, ສືບຕໍ່ເອົາ ໃຈໃສ່ແບບແຜນວິທີເຮັດວຽກໃຫ້ສອດຄ່ອງກັບໜ້າທີ່ການເມືອງ, ຕ້ອງສູ້ຊົນສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕ້ອງດໍາ ເນີນການກວດກາຢ່າງເປັນປົກ ກະຕິ, ເອົາໃຈໃສ່ສ້າງພະລາທິ ການກັບທີ່ຕາມເງື່ອນໄຂ ແລະ ເອົາໃຈໃສ່ປະຕິບັດໃຫ້ຖືກຕ້ອງ ຕາມມະຕິຂອງພັກກ່ຽວກັບການ ພົວພັນຮ່ວມມືກັບບັນດາປະເທດ ເພື່ອນມິດຍຸດທະສາດ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ