ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 1.510 ຄົນ (ຕິດເຊື້ອພາຍໃນ 1.509 ຄົນ ແລະ ນຳເຂົ້າ 1 ຄົນ)
ເວລາອອກຂ່າວ: 2021-11-26 14:55:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 685 | ຄວາມນິຍົມ:



ວັນທີ 26 ພະຈິກ ປີ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດ ວັນທີ 25 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.627 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.510 ຄົນ (ຕິດເຊື້ອພາຍໃນ 1.509 ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ). ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.509 ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້: 1. ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ. 2. ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ. 3. ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ. 4. ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ. 5. ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ 6. ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ 7. ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ 8. ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ 9. ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ 10. ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ 11. ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ 12. ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ 13. ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ 14. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ 15. ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ 16. ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ 17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ 18. ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນມີ 1 ຄົນຈາກແຂວງບໍລິຄຳໄຊ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້. ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68.832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 761ຄົນ ແລະ ກໍາລັງປິ່ນປົວ 10.981 ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້: 1. ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. - ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ - ເລີ່ມວັນທີ 25 ພະຈິກ 2021: ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິ, ໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອ, ໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປີ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈ ເພື່ອເຊີດຊູຄົນເຈັບ - ຮອດວັນທີ 25 ພະຈິກ 2021ເວລາ 10:30 ຂອງ: ຄົນເຈັບ ໄດ້ເສຍຊີວິດ 2. ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ - ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ. - ສັກຢາວັກຊີນຄົບ - ວັນທີ 20 ພະຈິກ 2021: ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້ - ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ ແລະ ໄດ້ເຂົ້ານອນຕິດຕາມ - ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ - ວັນທີ 25 ພະຈິກ 2021ມາຮອດເວລາ 19:14 ນາທີ ຄົນເຈັບ ໄດ້ເສຍຊີວິດ 3. ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ - ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ - ວັນທີ 08 ພະຈິກ 2021: ຜົນກວດພົບເຊື້ອ ແລ້ວເຂົ້ານອນຕິດຕາມ ຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ - ວັນທີ 15 ພະຈິກ 2021: ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງ ເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ, ມີອາການບວມຕາມແຂ່ງຂາ ແລະ ໃບໜ້າ. ເວລາ 8:10 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ, ຕໍ່ມາຄົນເຈັບມີອາການໜັກຂື້ນ ຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ. 4. ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ - ພະຍາດປະຈຳໂຕ: ເບົາຫວານ - ໄດ້ສັກວັກຊີນສອງເຂັມຄົບ - ເວລາ 23:30ໂມງຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ - ມາຮອດເວລາ 21:05 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ