ມື້ນີ້ກວດພົບຜູ້ຕິດເຊືື້ອໃໝ່ 1.510 ຄົນ (ຕິດເຊື້ອພາຍໃນ 1.509 ຄົນ ແລະ ນຳເຂົ້າ 1 ຄົນ)
ເວລາອອກຂ່າວ: 2021-11-26 14:55:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 716 | ຄວາມນິຍົມ:
ວັນທີ 26 ພະຈິກ ປີ 2021 ນີ້, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ໄດ້ລາຍງານໃຫ້ຮັບຊາບ ກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ມາຮອດ ວັນທີ 25 ພະຈິກ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 5.627 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.510 ຄົນ (ຕິດເຊື້ອພາຍໃນ 1.509 ຄົນ ແລະ ກໍລະນີນຳເຂົ້າ 1 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.509 ຄົນ ຈາກ 18 ແຂວງ ເຊີ່ງຈະລຽງລຳດັບຈາກແຂວງທີ່ມີກໍລະນີຫຼາຍຫາໜ້ອຍ ເຊິ່ງມີລາຍລະອຽດ ດັ່ງນີ້:
1. ນະຄອນຫຼວງ 856 ຄົນ ໃນ 204 ບ້ານ ແລະ 9 ເມືອງ.
2. ຫຼວງພະບາງ ມີ 134 ຄົນ ໃນ 43 ບ້ານ ແລະ 8 ເມືອງ.
3. ແຂວງວຽງຈັນ ມີ 107 ຄົນ ໃນ 31 ບ້ານ ແລະ 9 ເມືອງ.
4. ໄຊຍະບູລີ ມີ 74 ຄົນ ໃນ 12 ບ້ານ ແລະ 2 ເມືອງ.
5. ບໍ່ແກ້ວ ມີ 70 ຄົນ ໃນ 27 ບ້ານ ແລະ 4 ເມືອງ
6. ສະຫວັນນະເຂດ ມີ 63 ຄົນ ໃນ 28 ບ້ານ ແລະ 5 ເມືອງ
7. ຈຳປາສັກ ມີ 48 ຄົນ ໃນ 25 ບ້ານ ແລະ 3 ເມືອງ
8. ອຸດົມໄຊ ມີ 42 ຄົນ ໃນ 13 ບ້ານ ແລະ 2 ເມືອງ
9. ບໍລິຄຳໄຊ ມີ 36 ຄົນ ໃນ 4 ບ້ານ ແລະ 2 ເມືອງ
10. ຫົວພັນ ມີ 21 ຄົນ ໃນ 6 ບ້ານ ແລະ 2 ເມືອງ
11. ເຊກອງ ມີ 13 ຄົນ ໃນ 1 ບ້ານ ແລະ 1 ເມືອງ
12. ສາລະວັນ ມີ 12 ຄົນ ໃນ 7 ບ້ານ ແລະ 3 ເມືອງ
13. ຫຼວງນ້ຳທາ ມີ 11 ຄົນ, ໃນ 3 ບ້ານ ແລະ 1 ເມືອງ
14. ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 4 ເມືອງ
15. ຄຳມ່ວນ ມີ 5 ຄົນ ໃນ 14 ບ້ານ ແລະ 3 ເມືອງ
16. ຊຽງຂວາງ ມີ 5 ຄົນ ໃນ 3 ບ້ານ ແລະ 1 ເມືອງ
17. ໄຊສົມບູນ ມີ 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
18. ອັດຕະປື 3 ຄົນ ໃນ 3 ບ້ານ ແລະ 1 ເມືອງ
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດ ແມ່ນມີ 1 ຄົນຈາກແຂວງບໍລິຄຳໄຊ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ມາຮອດວັນທີ 25 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 68.832 ຄົນ, ເສຍຊີວິດສະສົມ 148 ຄົນ (ໃໝ່ 04), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານມີ 761ຄົນ ແລະ ກໍາລັງປິ່ນປົວ 10.981
ລາຍລະອຽດຜູ້ເສຍຊີວິດໃໝ່ 04 ຄົນ ມີດັ່ງນີ້:
1. ເພດຍິງ, ອາຍຸ 64 ປີ, ອາຊີບ: ແມ່ເຮືອນ, ບ້ານນາຂ່າ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ.
- ມີພະຍາດປະຈຳຕົວ: ຄວາມດັນເລືອດສູງ
- ເລີ່ມວັນທີ 25 ພະຈິກ 2021: ມີອາການຖອກທ້ອງ, ອິດເມື່ອຍ ແລະ ໝົດສະຕິ, ໄປໂຮງໝໍເມືອງນາຊາຍທອງ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ພົບເຊື້ອ, ໄດ້ຖືກນຳສົ່ງໄປໂຮງໝໍມິດຕະພາບເພື່ອປີ່ນປົວ ແຕ່ຄົນເຈັບໄດ້ເສຍສະຕິ ແພດໄດ້ແຍ່ທໍ່ຊ່ວຍຫາຍໃຈ ເພື່ອເຊີດຊູຄົນເຈັບ
- ຮອດວັນທີ 25 ພະຈິກ 2021ເວລາ 10:30 ຂອງ: ຄົນເຈັບ ໄດ້ເສຍຊີວິດ
2. ເພດຍິງ, ອາຍຸ 72 ປີ, ບ້ານຄໍາຮຸ່ງ, ເມືອງໄຊທານີ, ນະຄອນຫລວງ ວຽງຈັນ
- ມີພະຍາດປະຈໍາຕົວ: ເບົາຫວານ, ຄວາມດັນເລືອດສູງ, ນໍ້າຖ້ວມປອດ ແລະ ມີອາການຕິດເຊື້ອ.
- ສັກຢາວັກຊີນຄົບ
- ວັນທີ 20 ພະຈິກ 2021: ມີອາການໄອ, ອິດເມື່ອຍ, ຫາຍໃຈຝືດ ແລະ ນອນພຽງບໍ່ໄດ້
- ວັນທີ 23 ພະຈິກ 2021: ມາຮອດສຸກເສີນຂອງໂຮງໝໍມິດຕະພາບ ເກັບຕົວຢ່າງກວດເພື່ອຊອກພະຍາດໂຄວິດ-19 ຜົນກວດ ແມ່ນພົບເຊື້ອ ແລະ ໄດ້ເຂົ້ານອນຕິດຕາມ
- ວັນທີ 23-25 ພະຈິກ 2021, ເປັນເວລາ 03 ວັນ
- ວັນທີ 25 ພະຈິກ 2021ມາຮອດເວລາ 19:14 ນາທີ ຄົນເຈັບ ໄດ້ເສຍຊີວິດ
3. ເພດຍິງ, ອາຍຸ 44 ປີ, ບ້ານຫ້ວຍກໍ້, ເມືອງຈອມເພັດ, ແຂວງຫຼວງພະບາງ
- ບໍ່ມີພະຍາດປະຈຳຕົວ ແລະ ບໍ່ໄດ້ສັກວັກຊີນ
- ວັນທີ 08 ພະຈິກ 2021: ຜົນກວດພົບເຊື້ອ ແລ້ວເຂົ້ານອນຕິດຕາມ ຢູສູນເຂື່ອນນ້ຳຂອງ ເມືອງຈອມເພັດ ແຂວງຫຼວງພະບາງ
- ວັນທີ 15 ພະຈິກ 2021: ໄດ້ນໍາສົ່ງຄົນເຈັບຈາກສູນເຂື່ອນນ້ຳຂອງ ເມືອງຈອມເພັດ ມາໂຮງໝໍແຂວງດ້ວຍອາການອິດເມື່ອຍ, ມີອາການບວມຕາມແຂ່ງຂາ ແລະ ໃບໜ້າ. ເວລາ 8:10 ນາທີ ຂອງວັນທີ 21 ພະຈິກ 2021: ຄົນເຈັບມີອາການອິດເມື່ອຍ, ຕໍ່ມາຄົນເຈັບມີອາການໜັກຂື້ນ ຈຶ່ງນຳສົ່ງເຂົ້າຫ້ອງ ICU ແລະ ເສຍຊີວິດໃນເວລາຕໍ່ມາ.
4. ເພດຍິງ, ອາຍຸ 51 ປີ, ບ້ານຫ້ວຍຫ້ອມ, ເມືອງສີໂຄດຕະບອງ, ນະຄອນຫລວງ
- ພະຍາດປະຈຳໂຕ: ເບົາຫວານ
- ໄດ້ສັກວັກຊີນສອງເຂັມຄົບ
- ເວລາ 23:30ໂມງຂອງວັນທີ 24 ພະຈິກ 2021: ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດຊອກຫາພະຍາດໂຄວິດ-19 ພົບເຊື້ອ
- ມາຮອດເວລາ 21:05 ນາທີ ຂອງວັນທີ 25 ພະຈິກ 2021: ຄົນເຈັບ ໄດ້ເສຍຊີວິດ
ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ທີ່ເສຍຊີວິດ ມານະທີ່ນີ້ດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ