ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ນາຍທະຫານໜຸ່ມຜູ້ມັກປູກມັກລ້ຽງ
ເວລາອອກຂ່າວ: 2021-11-26 14:58:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 548 | ຄວາມນິຍົມ:



ເວົ້າເຖິງພະນັກງານຜູ້ທີ່ປະ ຕິບັດລະບຽບວິໄນຂອງກອງທັບ ໄດ້ດີ, ມີສະຕິຕໍ່ການຈັດຕັ້ງ, ເອົາ ໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ ແລະ ມີຄວາມດຸໝັ່ນຂະຫຍັນ ພຽນໃນການອອກແຮງງານ, ເພີ່ມພູນຜະລິດຜົນແກ້ໄຂຊີວິດ ການເປັນຢູ່ໃນກອງຮ້ອຍ 3 ກອງພັນ 586 ທີ່ຂຶ້ນກັບກອງ ພັນໃຫຍ່ 11 ແລ້ວ, ສະຫາຍ ຮ້ອຍ ໂທ ມິຖຸນາ ແກ້ວບຸດດາຄໍາ ກໍ ແມ່ນພະນັກງານຜູ້ໜຶ່ງທີ່ຢືນຢູ່ໃນ ແຖວໜ້າກອງດັ່ງກ່າວ. ຄວາມຈິງແລ້ວ ສະຫາຍ ຮ້ອຍ ໂທ ມິຖຸນາ ແກ້ວບຸດດາຄໍາ ມີ ຖິ່ນກໍາເນີດຢູ່ບ້ານ ດາກຮຽດ, ເມືອງສານໄຊ, ແຂວງອັດຕະປື, ຍ້ອນເຫັນໄດ້ບົດບາດຄວາມສໍາ ຄັນຂອງວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບນັ້ນ ເຂົາຈຶ່ງໄດ້ຕັດສິນໃຈເຂົ້າເປັນທະ ຫານອາຊີບໃນປີ 2008 ແລະ ຖືກສັບຊ້ອນຢູ່ກອງຮ້ອຍ 3 ກອງ ພັນ 586 ທີ່ຂຶ້ນກັບກອງພັນ ໃຫຍ່ 11 ຈົນຮອດປັດຈຸບັນ. ຕະ ຫຼອດໄລຍະທີ່ສັງກັດຢູ່ກອງດັ່ງ ກ່າວ, ສະຫາຍໄດ້ຕັ້ງໜ້າເຝິກ ຝົນຫຼໍ່ຫຼອມຕົນເອງຮອບດ້ານ, ບໍ່ວ່າວຽກວິຊາສະເພາະ, ດ້ານ ຄວາມສາມັກຄີ, ການປະຕິບັດ ລະບຽບວິໄນ ແລະ ອື່ນໆ ສະ ຫາຍຈະຢືນຢູ່ແຖວໜ້າ ແລະ ການເປັນແບບຢ່າງໃຫ້ແກ່ໝູ່ ເພື່ອນ. ໃນນີ້, ເດັ່ນກວ່າໝູ່ແມ່ນ ຂະບວນການປູກ-ລ້ຽງ ເຊິ່ງ ສະຫາຍໄດ້ໃຊ້ເວລາຫວ່າງໃຫ້ ເປັນປະໂຫຍດສຸມໃສ່ລ້ຽງເປັດ- ລ້ຽງໄກ່, ກົບ, ປາດຸກ, ກະຕ່າຍ ສາມາດສະໜອງເຂົ້າເຮືອນຄົວ ລວມ ແລະ ສົ່ງຂາຍຕາມທ້ອງ ຕະຫຼາດເປັນເງິນ 5.000.000 ກວ່າກີບ ແລະ ປູກພືດຜັກຊະ ນິດຕ່າງໆເຊັ່ນ: ຜັກກາດ, ຜັກ ຫົມ, ຜັກບົ້ງ, ໝາກອຶ, ໝາກ ນໍ້າ, ໝາກເຂືອ, ໝາກເຜັດ ຂາຍ ອອກເປັນເງິນ 4.000.000 ກວ່າກີບ, ສະຫຼຸບແລ້ວສະຫາຍ ສາມາດສ້າງລາຍໄດ້ຈາກການ ຂາຍພືດຜັກ ແລະ ສັດລ້ຽງໄດ້ ພາຍໃນ 6 ເດືອນຕົ້ນປີ ໄດ້ທັງ ໝົດ 9.000.000 ກວ່າກີບ. ສະຫາຍ ຮ້ອຍໂທ ມິຖຸນາ ກ່າວ ຕື່ມວ່າ: ທິດທາງແຜນການໃນ ຕໍ່ໜ້າສະຫາຍຍັງມີແຜນຈະລ້ຽງ ໝູພັນຊີ້ນຕື່ມອີກ. ຈາກຜົນງານດັ່ງກ່າວຈຶ່ງ ເຮັດໃຫ້ສະຫາຍໄດ້ຮັບຄວາມ ໄວ້ເນື້ອເຊື່ອໃຈຈາກຄະນະພັກ- ຄະນະບັນຊາ ແລະ ໝູ່ຄູ່ ພາຍໃນ ກົມກອງພ້ອມທັງໄດ້ຮັບການ ຍ້ອງຍໍປະເພດຕ່າງໆຈາກຂັ້ນ ເທິງຄື: ໃບຍ້ອງຍໍກະຊວງປ້ອງ ກັນປະເທດ 3 ໃບ, ໃບຍ້ອງ ຍໍຊາວໜຸ່ມ 4 ບຸກ 1 ໃບ, ຫຼຽນ ໄຊແຮງງານຊັ້ນ III 2 ໜ່ວຍ, ຫຼຽນໄຊພິລະອາດຫານຊັ້ນ III 1 ໜ່ວຍ ແລະ ໄດ້ຮັບການມອບ ໝາຍໃຫ້ຮັບຜິດຊອບເປັນຮອງ ໝວດ 2, ກອງຮ້ອຍ 3, ກອງ ພັນ 586. ໂດຍ: ພູ ດອກຈອງແດນໜາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ