ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າປະຕິບັດງານພິເສດແຂວງໄຊສົມບູນ ຢ້ຽມຢາມກອງຂຸດຄົ້ນອັດຖິ ປະຈໍາເມືອງລ້ອງແຈ້ງ
ເວລາອອກຂ່າວ: 2021-11-26 15:02:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 836 | ຄວາມນິຍົມ:



ໃນວັນທີ 23 ພະຈິກນີ້, ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ຫົວໜ້າປະຕິບັດງານພິເສດ ແຂວງໄຊສົມບູນ ພ້ອມດ້ວຍຄະ ນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ກອງຂຸດຄົ້ນອັດຖິທະຫານແຂວງ ເຫງະອານ ສສ ຫວຽດນາມ ປະຈໍາເມືອງລ້ອງແຈ້ງ, ໂດຍມີຄະ ນະກອງຂຸດຄົ້ນອັດຖິທະຫານ ແຂວງເຫງະອານ, ພ້ອມດ້ວຍຄະ ນະປະຕິບັດງາມພິເສດແຂວງ ໄຊສົມບູນ ປະຈໍາເມືອງລ້ອງ ແຈ້ງໃຫ້ການຕ້ອນຮັບ. ສະຫາຍ ພັນຕີ ສາຄອນ ນຸນທະຫວາ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ລ້ອງແຈ້ງຄະນະປະຕິບັດງານ ພິເສດແຂວງໄຊສົມບູນປະຈໍາ ເມືອງລ້ອງແຈ້ງ ໄດ້ລາຍງານ ໃຫ້ຊາບໂດຍຫຍໍ້ສະພາບການ ເຄື່ອນໄຫວວຽກງານໃນໄລຍະ ຜ່ານມາ, ຄະນະປະຕິບັດງານພິເສດແຂວງໄຊສົມບູນປະຈໍາ ເມືອງລ້ອງແຈ້ງ ໄດ້ເອົາໃຈໃສ່ປະສານສົບທົບກັບພາກສ່ວນທີ່ ກ່ຽວຂ້ອງ ກໍຄື ຄະນະປະຕິບັດ ງານພິເສດແຕ່ລະຂັ້ນເປັນປົກກະ ຕິ ແລະ ມີການສະຫຼຸບລາຍງານ ເປັນແຕ່ລະໄລຍະ, ໃນ 3 ເດືອນ ຜ່ານມາສາມາດຂຸດຄົ້ນຮ່າງ ອັດຖິໄດ້ຈໍານວນ 4 ອັດຖິ, ພ້ອມ ກັນນີ້ກໍໄດ້ປະສານສົມທົບກັບ ກອງຂຸດຄົ້ນອັດຖິທະຫານແຂວງ ເຫງະອານ ທີ່ປະຈໍາຢູ່ເມືອງລ້ອງ ແຈ້ງ ເພື່ອກະກຽມແຜນການຂຸດຄົ້ນຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດແຕ່ປາງສົງ ຄາມ ຢູ່ຂອບເຂດແຂວງໄຊສົມ ບູນ, ສືບຕໍ່ໂຄສະນາສຶກສາອົບ ຮົມພະນັກງານບໍານານອາວຸໂສ, ພະນັກງານລັດຖະກອນ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນບັນ ດາເຜົ່າ ໃຫ້ມີຄວາມເຂົ້າໃຈ ແລະ ມີສ່ວນຮ່ວມ, ພ້ອມທັງອໍານວຍ ຄວາມສະດວກໃຫ້ແກ່ການເຄື່ອນ ໄຫວວຽກງານຂຸດຄົ້ນອັດຖິເພື່ອ ໃຫ້ບັນລຸຕາມຄາດໝາຍທີ່ວາງ ໄວ້. ຈາກນັ້ນ, ສະຫາຍ ພັນເອກ ຫງວຽນຈໍເງິນ ຫົວໜ້າການເມືອງ ກອງຂຸດຄົ້ນອັດຖິທະຫານແຂວງ ເຫງະອານ ໄດ້ກ່າວສະແດງຄໍາ ຂອບໃຈມາຍັງສະຫາຍຫົວໜ້າ ກອງປະຕິບັດງານພິເສດແຂວງ ໄຊສົມບູນ ພ້ອມດ້ວຍຄະນະ ທີ່ໄດ້ລົງເຄື່ອນໄຫວຢ້ຽມຢາມໃນ ຄັ້ງນີ້ ແລະ ໃຫ້ຄວາມຮ່ວມມືຊ່ວຍ ເຫຼືອເປັນຢ່າງດີຕະຫຼອດມາ ເຖິງວ່າສະພາບອາກາດຈະຫຍຸ້ງ ຍາກ ພວກເຮົາຈະພະຍາຍາມ ຊອກຄົ້ນອັດຖິໃຫ້ໄດ້ຫຼາຍທີ່ສຸດ. ໂອກາດນີ້, ຫົວໜ້າກອງປະຕິ ບັດງານພິເສດແຂວງໄຊສົມບູນ ຍັງໄດ້ນໍາເອົາກະຕ່າຂອງຂວັນ ມາມອບໃຫ້ກອງຂຸດຄົ້ນອັດ ຖິທະຫານແຂວງເຫງະອານ ປະຈໍາເມືອງລ້ອງແຈ້ງ ເພື່ອເປັນ ການໃຫ້ກໍາລັງໃຈພະນັກງານ ວິຊາການ ໄດ້ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ