ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫຍ່ 301 ປັບປຸງການຈັດຕັ້ງຂັ້ນພະແນກ ຂະແໜງການ ແລະ ກົມກອງທີ່ຂຶ້ນກັບ
ເວລາອອກຂ່າວ: 2021-11-26 15:02:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 535 | ຄວາມນິຍົມ:



ໃນວັນທີ 23 ພະຈິກນີ້, ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ຈັດພິທີປະກາດການຈັດຕັ້ງ ຂັ້ນພະແນກ, ຂະແໜງການ ແລະ ກົມກອງທີ່ຂຶ້ນກັບ, ໂດຍການເປັນ ປະທານຂອງ ສະຫາຍ ພັນໂທ ທອງສຸກ ຈັນມະນີ ຫົວໜ້າການ ເມືອງກອງພັນໃຫຍ່ 301, ມີຄະ ນະພັກ-ຄະນະບັນຊາພະແນກ ການ, ກົມກອງຂຶ້ນກັບ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນຕີ ອອນແກ້ວ ເພັດຊອງໄຊ ຫົວໜ້າຂະແໜງພະ ນັກງານ ກອງພັນໃຫຍ່ 301 ໄດ້ ຂຶ້ນຜ່ານຂໍ້ຕົກລົງຂອງຄະນະ ພັກກອງພົນທີ 3 ວ່າດ້ວຍການ ຍົກຍ້າຍ ແລະ ແຕ່ງຕັ້ງ ພະນັກ ງານບັນຊາບາງພະແນກການ, ກົມກອງ ທີ່ຂຶ້ນກັບກອງພັນໃຫຍ່ 301 ລວມທັງໝົດ 28 ສະຫາຍ ແລະ ປະກາດແຕ່ງຕັ້ງພະນັກ ງານຊ່ວຍວຽກບັນດາພະແນກ, ຂະແໜງການ, ກົມກອງທີ່ຂຶ້ນ ກັບກອງພັນໃຫຍ່ອີກຈຳນວນ ໜຶ່ງ, ພ້ອມດຽວກັນນັ້ນ, ຍັງໄດ້ ປະກາດບ່ົງຕົວແຕ່ງຕັ້ງກຳມະ ການຄະນະພັກຮາກຖານພະ ແນກເສນາທິການກອງພັນໃຫຍ່ ແລະ ເລຂາ, ຮອງເລຂາ, ກຳມະ ການໜ່ວຍພັກທີ່ຂຶ້ນກັບຄະນະ ພັກຮາກຖານ ພະແນກເສນາທິການກອງພັນໃຫຍ່ອີກດ້ວຍ. ທັງນີ້, ກໍເພື່ອເປັນການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາແຕ່ລະຂັ້ນຢູ່ກອງພັນໃຫຍ່ 301 ໃຫ້ມີຄວາມໜັກແໜ້ນ ເຂັ້ມແຂງ ເພື່ອກຽມຄວາມພ້ອມ ເຮັດສໍາເລັດໜ້າທີ່ການເມືອງ ຂອງກົມກອງໃນສະເພາະໜ້າ ແລະ ຍາວນານ. ໂອກາດນີ້, ສະຫາຍ ພັນໂທ ທອງສຸກ ຈັນມະນີ ໄດ້ຍົກ ໃຫ້ເຫັນຄວາມໝາຍສຳຄັນຂອງ ໜ້າທີ່ການເມືອງໃນໄລຍະໃໝ່, ລວມທັງພາລະບົດບາດໃນການ ຊີ້ນຳ-ບັນຊາ ເຊິ່ງເປັນພາລະໜ້າ ທີ່ອັນສຳຄັນທີ່ພັກ-ລັດຂັ້ນເທິງ ມອບໝາຍໃຫ້ ແລະ ຮຽກຮ້ອງ ໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນ, ປັບປຸງແບບແຜນ ວິທີເຮັດວຽກໃຫ້ສອດຄ່ອງ, ການເຄື່ອນໄຫວວຽກງານຕ້ອງ ປະຕິບັດຕາມຫຼັກການລວມສູນ ປະຊາທິປະໄຕເປັນໝູ່ຄະນະ, ມີຄວາມເປັນເອກະພາບກັນໃນ ທຸກຂົງເຂດວຽກງານ ແລະ ປະ ກອບສ່ວນເຂົ້າໃນການປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມໜັກ ແໜ້ນເຂັ້ມແຂງເທື່ອລະກ້າວ. ໂດຍ: ເທບພະກອນ ລັດຕະນະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ