ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 3 ປາຖະກະຖາ ວັນມະຫາປະຕິວັດຣັດເຊຍຄົບຮອບ 104 ປີ
ເວລາອອກຂ່າວ: 2021-11-26 15:03:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 440 | ຄວາມນິຍົມ:



ວັນທີ 25 ພະຈິກນີ້, ກອງ ພົນທີ 3 ໄດ້ຈັດຕັ້ງປາຖະກະຖາວັນມະຫາປະຕິວັດເດືອນຕຸລາຣັດເຊຍຄົບຮອບ 104 ປີ ແລະ ວັນເກີດຂອງປະທານ ຟຣິດຣິກ ອັງແກນ ຄົບຮອບ 201 ປີ ໂດຍການປະທານ ແລະ ເຜີຍແຜ່ເອກະສານຂອງສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຫົວ ໜ້າຫ້ອງການເມືອງກອງ ພົນທີ 3, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບຈາກ ອົງການ, ກົມກອງຂຶ້ນກັບເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ຫົວໜ້າ ຫ້ອງການເມືອງ ກອງພົນທີ 3 ໄດ້ ທົບທວນຫວນຄືນປະຫວັດຄວາມ ເປັນມາ, ຄວາມໝາຍຄວາມ ສຳຄັນຂອງການປະຕິວັດຢູ່ຣັດ ເຊຍ ເຊິ່ງມີຄວາມໝາຍອັນຍິ່ງ ໃຫຍ່ໃນປະຫວັດສາດເປັນການ ໄຂສັງກາດໃໝ່ແກ່ມວນມະ ນຸດ, ການຂ້າມຜ່ານໄປສູ່ລະບອບ ໃໝ່, ລະບອບສັງຄົມນິຍົມ, ເຮັດ ໃຫ້ໂລກເຊິ່ງປົກຄຸມດ້ວຍລະ ບອບທຶນນິຍົມ ຖືກແຕກອອກ ເປັນປ່ຽງກາຍເປັນລະບອບສັງ ຄົມນິຍົມ, ໃນຂອບເຂດທົ່ວໂລກ ໄດ້ມີ 2 ລະບອບສັງຄົມນິຍົມທີ່ຕໍ່ ສູ້ກັນ, ທັງແຂ່ງຂັນ ແລະ ທັງຮ່ວມ ມືກັນ, ເປັນໄຊຊະນະຂອງລັດ ທິມາກ-ເລນິນຈາກທິດສະດີ ໄດ້ກາຍເປັນພຶດຕິກຳຕົວຈິງ, ພັກກອມມູນິດ ໄດ້ກາຍເປັນພັກກຳອຳນາດນຳພາທົ່ວປະເທດຄັ້ງ ທຳອິດ, ກາຍເປັນແກນນຳລະບົບ ການເມືອງຂອງລະບອບສັງ ຄົມນິຍົມ, ເປັນຫຼັກແຫຼ່ງໃນການຮັດແໜ້ນຄວາມສາມັກຄີພາຍໃນ, ການສຶກສາອົບຮົມ, ປຸກລະດົມ ປະຊາຊົນຕໍ່ສູ້ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງຕົນ. ພ້ອມກັນນັ້ນ, ຍັງໄດ້ ຍົກໃຫ້ເຫັນປະຫວັດການເຄື່ອນ ໄຫວຂອງປະທານ ຟຣິດຣິກ ອັງ ແກນ ເຊິ່ງທ່ານເກີດເມື່ອວັນທີ 28 ພະຈິກ 1820 ທີ່ເມືອງບັກແນນ ເທສະບານວຸບເປີຕານ ແຂວງ ເຣນ ປະເທດເຢຍລະມັນ ແລະ ໄດ້ເຂົ້າຮ່ວມການປະຕິວັດໃນປີ 1841, ນັບແຕ່ນັ້ນມາເພີ່ນ ໄດ້ປະກອບສ່ວນທຸ້ມເທໃຫ້ແກ່ ການປະຕິວັດຈົນກາຍເປັນ ນັກປະຕິວັດທີ່ກ້າຫານ, ອົດ ທົນ, ໜຽວແໜ້ນ, ອຸທິດທັງເຫື່ອ ແຮງ ແລະ ສະຕິປັນຍາຂອງ ຕົນເພື່ອພາລະກິດປະຕິວັດ-ພາ ລະກິດປົດປ່ອຍຊົນຊັ້ນກຳມະ ກອນ ແລະ ຊາວຜູ້ອອກແຮງ ງານ ໃຫ້ຫຼຸດພົ້ນອອກຈາກແອກກົດ ຂີ່ຂູດຮີດ, ເຮັດໃຫ້ເຂົາເຈົ້າມີຊີວິດ ສົດໃສ, ມີອິດສະຫຼະພາບ ແລະ ສະເໝີພາບຢ່າງແທ້ຈິງ, ນອກ ຈາກນີ້ ປະທານຟຣິດຣິກ ຍັງເປັນ ຜູ້ທີ່ມີແນວຄິດທີ່ຍິ່ງໃຫຍ່ຂອງ ຊົນຊັ້ນກຳມະກອນ, ແມ່ນນັກປັດ ສະຍາ, ນັກເສດຖະກິດ, ນັກການ ເມືອງທີ່ຍິ່ງໃຫຍ່ຂອງເຢຍລະມັນ ເຮັດທຸກສິ່ງທຸກຢ່າງເພື່ອວິທະ ຍາສາດ ແລະ ເພື່ອຜົນປະໂຫຍດ ຂອງຂະບວນກຳມະກອນສາກົນ. ໂດຍ: ທອງເລື່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ